ຜົນແຫ່ງການຈະເລີນອະນິຈະສັນຍາ

 ພິກຂຸທັງຫລາຍ! ອະນິຈະສັນຍາ ອັນບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມຄອບງຳກາມຣາຄະທັງປວງໄດ້ ຍ່ອມຄອບງຳຣູບປະຣາຄະທັງປວງໄດ້ ຍ່ອມຄອບງຳພະວະຣາຄະທັງປວງໄດ້ ຍ່ອມຄອບງຳອະວິຊາທັງປວງໄດ້ ຍ່ອມຖອນຂຶ້ນໄດ້ເຊິ່ງອັດສະມິມານະທັງປວງ.

 ພິກຂຸທັງຫລາຍ! ໃນສະຣະທະສະໄມ ເມື່ອຊາວນາໄຖນາດ້ວຍຄັນໄຖໃຫຍ່ ຍ່ອມໄຖທຳລາຍຄວາມສືບຕໍ່ແຫ່ງຮາກທຸກຊະນິດ ສັນໃດ; ອະນິຈະສັນຍາອັນບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມຄອບງຳກາມຣາຄະທັງປວງໄດ້ ຍ່ອມຄອບງຳຣູບປະຣາຄະທັງປວງໄດ້ ຍ່ອມຄອບງຳພະວະຣາຄະທັງປວງໄດ້ ຍ່ອມຄອບງຳອະວິຊາທັງປວງໄດ້ ຍ່ອມຖອນຂຶ້ນໄດ້ເຊິ່ງອັດສະມິມານະທັງປວງ ສັນນັ້ນເໝືອນກັນ.

 ອານົນທ໌! ອະນິຈະສັນຍາເປັນຢ່າງໃດໜໍ?

 ອານົນທ໌! ພິກຂຸໃນກໍຣະນີນີ້ ໄປສູ່ປ່າ ສູ່ເຫຼົ້າໄມ້ ຫຼື ສູ່ເຮືອນວ່າງກໍດີ ຍ່ອມພິຈາຣະນາເຫັນຢູ່ຢ່າງນີ້ວ່າ 

  ຮູບບໍ່ທ່ຽງ 

  ເວທະນາບໍ່ທ່ຽງ 

  ສັນຍາບໍ່ທ່ຽງ 

  ສັງຂານບໍ່ທ່ຽງ 

  ວິນຍານບໍ່ທ່ຽງ ດັ່ງນີ້, 

  ເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງໃນອຸປາທານຂັນທັງຫ້າເຫຼົ່ານີ້ຢູ່ ດ້ວຍອາການຢ່າງນີ້

  ອານົນທ໌! ນີ້ເອີ້ນວ່າ: ອະນິຈະສັນຍາ.

........................................................................

ສັງຍຸຕຕະນິກາຍ ຂັນທະວາຣະວັຄ ໑໗/໒໔໕-໒໔໖/໒໖໓

ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໙໙-໑໐໒/໖໐

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ