ທີ່ສຸດແຫ່ງທຸກຂ໌

ຄວາມຫວັ່ນໄຫວຍ່ອມມີແກ່ບຸກຄົນ

ຜູ້ອັນຕັນຫາ ແລະ ທິດຖິອາໄສແລ້ວ

ຄວາມຫວັ່ນໄຫວຍ່ອມບໍ່ມີແກ່ບຸກຄົນ

ຜູ້ອັນຕັນຫາ ແລະ ທິດຖິບໍ່ອາໄສແລ້ວ

ເມື່ອຄວາມຫວັ່ນໄຫວບໍ່ມີ 

ປັດສັດທິ ຍ່ອມມີ

ເມື່ອປັດສັດທິມີ ຄວາມນ້ອມໄປຍ່ອມບໍ່ມີ

ເມື່ອຄວາມນ້ອມໄປບໍ່ມີ 

ການມາ ແລະ ການໄປຍ່ອມບໍ່ມີ

ເມື່ອການມາ ແລະ ການໄປບໍ່ມີ

ການເຄື່ອນ ແລະ ການເກີດຂຶ້ນຍ່ອມບໍ່ມີ

ເມື່ອການເຄື່ອນ ແລະ ການເກີດຂຶ້ນບໍ່ມີ

ສິ່ງໃດໆ ກໍບໍ່ມີໃນໂລກນີ້ ບໍ່ມີໃນໂລກອື່ນ

ບໍ່ມີໃນລະຫວ່າງແຫ່ງໂລກທັງສອງ

ນັ້ນແຫລະຄື ທີ່ສຸດແຫ່ງທຸກຂ໌ແລ.

.....................................................

ອຸ. ຂຸ. ໒໕/໒໐໘/໑໖໑

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ