ວິທີກວດສອບວ່າ ເປັນຄໍາສອນຂອງພຣະພຸດທະເຈົ້າ

ວິທີກວດສອບວ່າ ເປັນຄໍາສອນຂອງພຣະຜູ້ມີພຣະພາກຫຼືບໍ່ ? 

 ພິກຂຸທັງຫຼາຍ ! ຖ້າພິກຂຸໃນທັມວິໄນນີ້ ຈະຍ່ອມກ່າວຢ່າງນີ້ວ່າ ຂ້າພະເຈົ້າ ຟັງມາແລ້ວ ໄດ້ຮັບມາແລ້ວສະເພາະພຣະພັກ ພຣະຜູ້ມີ ພຣະພາກເຈົ້າ ວ່ານິ້ເປັນທັມ ນີ້ເປັນວິໄນນີ້ ເປັນຄໍາສອນ ຂອງ ພຣະສາສະດາ ດັ່ງນີ້;

 ພວກເຈົ້າຢ່າຟ້າວຮັບຮອງ, ຢ່າຟ້າວຂັດຄ້ານ. ຈົ່ງກໍານົດເນື້ອຄວາມນັ້ນໃຫ້ດີ ແລ້ວນໍາໄປສອບສວນໃນສູດ ນໍາໄປທຽບຄຽງໃນວິໄນ.

 ຖ້າບໍ່ເຂົ້າກັນ ທຽບຄຽງກັນບໍ່ໄດ້ ຈົ່ງແນ່ໃຈວ່ານັ້ນບໍ່ແມ່ນຄໍາສອນຂອງພຣະຜູ້ມີພຣະພາກແນ່ນອນ.

 ພິກຂຸຕົນນັ້ນຈື່ຈໍາມາຜິດ, ພວກເຈົ້າຈົ່ງປະຖິ້ມຄໍາເຫຼົ່ານັ້ນເສຍ.

 ຖ້າເຂົ້າກັນໄດ້ ຖ້າທຽບຄຽງກັນໄດ້ ຈົ່ງແນ່ໃຈວ່ານັ້ນເປັນຄໍາສອນຂອງພຣະຜູ້ມີພຣະພາກແທ້ແນ່ນອນ.

 ພິກຂຸອົງຄ໌ນັ້ນຈື່ຈໍາມາຢ່າງດີແລ້ວ ພວກເຈົ້າຈົ່ງຮັບເອົາໄວ້...

 ກວ່າທີ່ອານັນທະເຈດີ, ໂພຄະນະຄອນ : ມະຫາປະຣິນິບພານສຕູ


 - ບາລີ ມຫາ. ທີ. ໑໐/໑໔໔/໑໑໒. 


ການມີທັມ 

ຂອງຕະຖາຄົຕຢູ່ໃນໂລກ 

ຄືຄວາມສຸກຂອງໂລກ

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ