ການລະນຶກທີ່ເລີດ

ອະນຸດສະຕານຸດຕະຣິຍະ (ການລະນຶກທີ່ເລີດ)

 ກໍອະນຸດສະຕານຸດຕະຣິຍະເປັນແນວໃດ?

 ພິກຂຸທັງຫລາຍ! ບຸກຄົນບາງຄົນໃນໂລກນີ້ ຍ່ອມລະນຶກເຖິງການໄດ້ບຸດແດ່ ພັນລະຍາແດ່ ຊັບແດ່ ຫລື ການໄດ້ຫລາຍ ໄດ້ໜ້ອຍ ຍ່ອມລະນຶກເຖິງສະມະນະພຣາມຜູ້ເຫັນຜິດ ຜູ້ປະຕິບັດຜິດ. 

 ພິກຂຸທັງຫລາຍ! ການລະນຶກນີ້ມີຢູ່ ເຮົາບໍ່ກ່າວວ່າບໍ່ມີ ແຕ່ວ່າການລະນຶກນີ້ນັ້ນເປັນກິດອັນຕ່ຳຊາມ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ປະເສີດ ບໍ່ປະກອບດ້ວຍປະໂຫຍດ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສະຫງົບຣະງັບ ເພື່ອຄວາມຮູ້ຍິ່ງ ເພື່ອຕຣັດສະຮູ້ ເພື່ອນິບພານ. 

 ພິກຂຸທັງຫລາຍ! ສ່ວນຜູ້ໃດມີສັດທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັດທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມລະນຶກເຖິງຕະຖາຄົດ ຫລື ສາວົກຂອງຕະຖາຄົດ ການລະນຶກເຖິງນີ້ເລີດກວ່າການລະນຶກເຖິງທັງຫລາຍ ຍ່ອມເປັນໄປເພື່ອຄວາມບໍຣິສຸດຂອງສັດຕະທັງຫລາຍ ເພື່ອກ້າວລ່ວງຄວາມໂສກ ແລະ ປະຣິເທວະ ເພື່ອຄວາມດັບສູນແຫ່ງທຸກຂ໌ ແລະ ໂທມະນັດ ເພື່ອບັນລຸຍາຍະທັມ ເພື່ອກະທຳໃຫ້ແຈ້ງເຊິ່ງນິບພານ.

 ພິກຂຸທັງຫລາຍ! ຂໍ້ທີ່ບຸກຄົນຜູ້ມີສັດທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັດທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມລະນຶກເຖິງຕະຖາຄົດ ຫລື ສາວົກຂອງຕະຖາຄົຕ ນີ້ເຮົາກວ່າວ່າ ອະນຸສສະຕານຸຕຕະຣິຍະ.

................................................................

ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໒໙໖-໒໙໙/໓໐໑

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ