ການຟັງທຳກ່ອນທຳກາລະ (ອະນຸສາສະນີປະຕິຫານ)

ເຣື່ອງຄວາມອາພາດຂອງ ພຣະຜັກຄຸນະ ແລະ ອານິສົງສ໌ 6 ປະການ ຂອງການຟັງທັມຕາມການອັນຄວນ

ໃນສະໄໝນັ້ນ ທ່ານພຣະຜັກຄຸນະອາພາດມີທຸກຂ໌ເປັນໄຂ້ໜັກ ຄັ້ງນັ້ນທ່ານພຣະອານົນທ໌ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ຖະຫວາຍອະພິວາດແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ໄດ້ຂາບທູນພຣະຜູ້ມີພຣະພາກວ່າດັ່ງນີ້: 

 “ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ທ່ານພຣະຜັກຄຸນະອາພາດມີທຸກຂ໌ເປັນໄຂ້ໜັກ; 

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂໍປະທານວາຣະໂອກາດ ຂໍພຣະຜູ້ມີພຣະພາກໂປດອາໄສຄວາມອະນຸເຄາະ ສະເດັດເຂົ້າໄປຫາທ່ານພຣະຜັກຄຸນະເຖີດ” ພຣະຜູ້ມີພຣະພາກຊົງຮັບໂດຍພຣະອາການດຸສະນີ. 

 ຄັ້ງນັ້ນເປັນເວລາຄ່ຳ ພຣະຜູ້ມີພຣະພາກສະເດັດອອກຈາກທີ່ຫລີກເຣັ້ນ ເຂົ້າໄປຫາທ່ານພຣະຜັກຄຸນະເຖິງທີ່ຢູ່ ທ່ານພຣະຜັກຄຸນະໄດ້ເຫັນພຣະຜູ້ມີພຣະພາກກຳລັງສະເດັດມາແຕ່ໄກ ຈິ່ງລຸກຂຶ້ນຈາກຕຽງ. 

 ລຳດັບນັ້ນ, ພຣະຜູ້ມີພຣະພາກໄດ້ກວ່າກັບທ່ານພຣະຜັກຄຸນະວ່າ:

 “ຢ່າເລີຍຜັກຄຸນະ ! ເຈົ້າຢ່າໄດ້ລຸກຈາກຕຽງເລີຍ ອາສະນະທີ່ຜູ້ອື່ນປູໄວ້ຍັງມີຢູ່ ເຮົາຈັກນັ່ງເທິງອາສະນະນັ້ນ.” 

 ພຣະຜູ້ມີພຣະພາກໄດ້ປະທັບນັ່ງເທິງອາສະນະທີ່ປູໄວ້ ໄດ້ກວ່າຖາມທ່ານພຣະຜັກຄຸນະວ່າດັ່ງນີ້: 

 ຜັກຄຸນະ ເຈົ້າຍັງພໍອົດທົນໄດ້ບໍ່ ພໍຍັງອັດຕະພາບໃຫ້ເປັນໄປໄດ້ບໍ່ ທຸກຂະເວທະນາບັນເທົາລົງ ບໍ່ກຳເລີບຂຶ້ນ ຫຼືບໍ່ ອາການປາກົດວ່າບໍ່ກຳເລີບຂຶ້ນ ຫຼືບໍ່?

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂ້ານ້ອຍອົດທົນບໍ່ໄດ້ ຍັງອັດຕະພາບໃຫ້ເປັນໄປບໍ່ໄດ້ ທຸກຂະເວທະນາຂອງຂ້ານ້ອຍກຳເລີບຂຶ້ນໜັກບໍ່ບັນເທົາລົງເລີຍ ອາການປາກົດວ່າກຳເລີບຂຶ້ນ ບໍ່ບັນເທົາລົງເລີຍ ປຽບເໝືອນບຸຣຸດຜູ້ມີກຳລັງໃຊ້ເຫຼັກແຫຼມອັນຄົມສຽບແທງຫົວສັນໃດ, ລົມອັນແຮງກ້າກໍສຽບແທງຫົວຂອງຂ້ານ້ອຍສັນນັ້ນເໝືອນກັນ. 

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂ້ານ້ອຍອົດທົນບໍ່ໄດ້ ຍັງອັດຕະພາບໃຫ້ເປັນໄປບໍ່ໄດ້ ທຸກຂະເວທະນາຂອງຂ້ານ້ອຍກຳເລີບຂຶ້ນໜັກບໍ່ບັນເທົາລົງເລີຍ ອາການປາກົດວ່າກຳເລີບຂຶ້ນ ບໍ່ບັນເທົາລົງເລີຍ ປຽບເໝືອນບຸຣຸດຜູ້ມີກຳລັງເອົາເຊືອກທີ່ໝັ້ນມັດຫົວສັນໃດ ຄວາມເຈັບປວດໃນຫົວຂອງຂ້ານ້ອຍກໍມີປະມານຢ່າງຍິ່ງສັນນັ້ນເໝືອນກັນ.  

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂ້ານ້ອຍອົດທົນບໍ່ໄດ້ ຍັງອັດຕະພາບໃຫ້ເປັນໄປບໍ່ໄດ້ ທຸກຂະເວທະນາຂອງຂ້ານ້ອຍກຳເລີບຂຶ້ນໜັກບໍ່ບັນເທົາລົງເລີຍ ອາການປາກົດວ່າກຳເລີບຂຶ້ນ ບໍ່ບັນເທົາລົງເລີຍ ປຽບເໝືອນຄົນຂ້າງົວ ຫຼືລູກນ້ອງຂອງຄົນຂ້າງົວຜູ້ຊຳນານໃຊ້ມີດອັນຄົມປາດທ້ອງງົວສັນໃດ ລົມອັນແຮງກ້າກໍສຽບແທງທ້ອງຂອງຂ້ານ້ອຍສັນນັ້ນເໝືອນກັນ. 

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂ້ານ້ອຍອົດທົນບໍ່ໄດ້ ຍັງອັດຕະພາບໃຫ້ເປັນໄປບໍ່ໄດ້ ທຸກຂະເວທະນາຂອງຂ້ານ້ອຍກຳເລີບຂຶ້ນໜັກບໍ່ບັນເທົາລົງເລີຍ ອາການປາກົດວ່າກຳເລີບຂຶ້ນ ບໍ່ບັນເທົາລົງເລີຍ ປຽບເໝືອນບຸຣຸດຜູ້ມີກຳລັງ 2 ຄົນ ຈັບແຂນຄົນທີ່ອອ່ນແອກວ່າຄົນລະຂ້າງຢ້າງເທິງຂຸມຖ່ານໄຟ ສັນໃດ, ຄວາມຮ້ອນໃນກາຍຂອງຂ້ານ້ອຍກໍມີປະມານຢ່າງຍິ່ງສັນນັ້ນ. 

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂ້ານ້ອຍອົດທົນບໍ່ໄດ້ ຍັງອັດຕະພາບໃຫ້ເປັນໄປບໍ່ໄດ້ ທຸກຂະເວທະນາຂອງຂ້ານ້ອຍກຳເລີບຂຶ້ນໜັກບໍ່ບັນເທົາລົງເລີຍ ອາການປາກົດວ່າກຳເລີບຂຶ້ນ ບໍ່ບັນເທົາລົງເລີຍ.

 ລຳດັບນັ້ນ, ພຣະຜູ້ມີພຣະພາກຊົງຊີ້ແຈງໃຫ້ທ່ານພຣະຜັກຄຸນະເຫັນແຈ້ງ ສະມາທານ ອາດຫານ ລ່າເລີງ ດ້ວຍທັມມິກະຖາ ແລ້ວສະເດັດລຸກຈາກອາສະນະຫລີກໄປ. 

 ເມື່ອພຣະຜູ້ມີພຣະພາກໄດ້ສະເດັດຫຼີກໄປແລ້ວບໍ່ດົນ ທ່ານພຣະຜັກຄຸນະກໍໄດ້ທຳກາລະ ໃນເວລາຕາຍ ອິນຊີຂອງທ່ານຜັກຄຸນະຜ່ອງໃສຢ່າງຍິ່ງ. 

 ຄັ້ງນັ້ນ, ທ່ານພຣະອານົນທ໌ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ຖະຫວາຍອະພິວາດແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ໄດ້ຂາບທູນພຣະຜູ້ມີພຣະພາກວ່າ: 

 “ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ເມື່ອພຣະຜູ້ມີພຣະພາກສະເດັດຫຼີກໄປບໍ່ດົນ ທ່ານພຣະຜັກຄຸນະກໍໄດ້ທຳກາລະລົງ ແລະ ໃນເວລາຕາຍ ອິນຊີຂອງທ່ານຜັກຄຸນະຜ່ອງໃສ່ຢ່າງຍິ່ງ” 

 ອານົນທ໌ ອິນຊີຂອງຜັກຄຸນະພິກຂຸຈັກບໍ່ຜ່ອງໃສໄດ້ຢ່າງໃດ ຈິດຂອງຜັກຄຸນະພິກຂຸຍັງບໍ່ຫຼຸດພົ້ນຈາກໂອຣັມພາຄິຍະສັງໂຍຊນ໌ 5 ປະການ ແຕ່ເພາະໄດ້ຟັງທັມເທສະນານັ້ນ ຈິດຂອງຜັກຄຸນະພິກຂຸຈຶ່ງຫຼຸດພົ້ນຈາກໂອຣັມພາຄິຍະສັງໂຍດ 5 ປະການ.

 ອານົນທ໌ ອານິສົງສ໌ໃນການຟັງທັມຕາມການ ການໃຄ່ຄວນເນື້ອຄວາມແຫ່ງທັມຕາມການ 6 ປະການນີ້; 6 ປະການເປັນຢ່າງໃດ? ຄື:

 ພິກຂຸໃນທັມວິໄນໃນນີ້ ມີຈິດຍັງບໍ່ຫຼຸດພົ້ນຈາກໂອຣັມພາຄິຍະສັງໂຍດ 5 ປະການ ໃນເວລາໃກ້ຕາຍ ເຂົາເຫັນຕະຖາຄົດ ຕະຖາຄົດຍ່ອມສະແດງທັມ ທີ່ມີຄວາມງາມໃນເບື້ອງຕົ້ນ ມີຄວາມງາມໃນທ່າມກາງ ມີຄວາມງາມໃນທີ່ສຸດ ປະກາດພຣົມມະຈັນພ້ອມທັງອັດຖະ ພ້ອມທັງພະຍັນຊະນະ ບໍຣິສຸດ ບໍຣິບູນສິ້ນເຊິງແກ່ເຂົາ ເພາະໄດ້ຟັງທັມເທສະນານັ້ນ ຈິດຂອງເຂົາຈຶ່ງຫຼຸດພົ້ນຈາກໂອຣັມພາຄິຍະສັງໂຍດ 5 ປະການ. 

 ອານົນທ໌ ນີ້ເປັນອານິສົງສ໌ປະການທີ 1 ໃນການຟັງທັມຕາມການ.

ອານົນທ໌ ພິກຂຸໃນທັມວິໄນໃນນີ້ ມີຈິດຍັງບໍ່ຫຼຸດພົ້ນຈາກໂອຣັມພາຄິຍະສັງໂຍດ 5 ປະການ ໃນເວລາໃກ້ຕາຍ ເຂົາບໍ່ໄດ້ເຫັນຕະຖາຄົດ ແຕ່ໄດ້ເຫັນສາວົກຂອງຕະຖາຄົດ  ສາວົກຂອງຕະຖາຄົດຍ່ອມສະແດງທັມ ທີ່ມີຄວາມງາມໃນເບື້ອງຕົ້ນ ມີຄວາມງາມໃນທ່າມກາງ ມີຄວາມງາມໃນທີ່ສຸດ ປະກາດພຣົມມະຈັນ ພ້ອມທັງອັດຖະ ພ້ອມທັງພະຍັນຊະນະ ບໍຣິສຸດບໍຣິບູນສິ້ນເຊິງແກ່ເຂົາ ເພາະໄດ້ຟັງທັມເທສນານັ້ນ ຈິດຂອງເຂົາຈຶ່ງຫຼຸດພົ້ນຈາກໂອຣັມພາຄິຍະສັງໂຍດ 5 ປະການ. 

 ອານົນທ໌ ນີ້ເປັນອານິສົງສ໌ ປະການທີ 2 ໃນການຟັງທັມຕາມການ.

 ອານົນທ໌ ພິກຂຸໃນທັມວິໄນໃນນີ້ ມີຈິດຍັງບໍ່ຫຼຸດພົ້ນຈາກໂອຣັມພາຄິຍະສັງໂຍດ 5 ປະການ ໃນເວລາໃກ້ຕາຍ ເຂົາບໍ່ໄດ້ເຫັນຕະຖາຄົດ ທັງບໍ່ໄດ້ເຫັນສາວົກຂອງຕະຖາຄົດ ແຕ່ເຂົາໄດ້ຕຶກຕາມ ຕອງຕາມ ເພັ່ງຕາມດ້ວຍໃຈ ເຊິ່ງທັມຕາມທີ່ຕົນໄດ້ສະດັບມາ ຕາມທີ່ຕົນໄດ້ຮຽນມາ ເມື່ອເຂົາໄດ້ຕຶກຕາມ ຕອງຕາມ ເພັ່ງຕາມດ້ວຍໃຈ ເຊິ່ງທັມຕາມທີ່ຕົນໄດ້ສະດັບມາ ຕາມທີ່ຕົນໄດ້ຮຽນມາ ຈິດຂອງເຂົາຈຶ່ງຫຼຸດພົ້ນຈາກໂອຣັມພາຄິຍະສັງໂຍດ 5 ປະການ. 

 ອານົນທ໌ ນີ້ເປັນອານິສົງສ໌ ປະການທີ 3 ໃນການໃຄ່ຄວນເນື້ອຄວາມແຫ່ງທັມຕາມການ.

 ອານົນທ໌ ພິກຂຸໃນທັມວິໄນນີ້ ມີຈິດຫຼຸດພົ້ນແລ້ວຈາກໂອຣັມພາຄິຍະສັງໂຍດ 5 ປະການ ແຕ່ຈິດຂອງເຂົາຍັງບໍ່ນ້ອມໄປໃນທັມອັນເປັນທີ່ສິ້ນໄປແຫ່ງອຸປະທິກິເລດ ເຊິ່ງບໍ່ມີທັມອື່ນຍິ່ງກວ່າ ໃນເວລາໃກ້ຕາຍ ເຂົາໄດ້ເຫັນຕະຖາຄົດ ຕະຖາຄົດຍ່ອມສະແດງທັມ ທີ່ມີຄວາມງາມໃນເບື້ອງຕົ້ນ ມີຄວາມງາມໃນທ່າມກາງ ມີຄວາມງາມໃນທີ່ສຸດ ປະກາດພຣົມມະຈັນ ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸດ ບໍຣິບູນສິ້ນເຊິງແກ່ເຂົາ ເພາະໄດ້ຟັງທັມເທສະນານັ້ນ ຈິດຂອງເຂົາຈຶ່ງນ້ອມໄປໃນທັມອັນເປັນທີ່ສິ້ນໄປແຫ່ງອຸປະທິກິເລດ ເຊິ່ງບໍ່ມີທັມອື່ນຍິ່ງກວ່າ. ອານົນທ໌ ນີ້ເປັນອານິສົງສ໌ປະການທີ 4 ໃນການຟັງທັມຕາມການ.

 ອານົນທ໌ ພິກຂຸໃນທັມວິໄນນີ້ ມີຈິດຫຼຸດພົ້ນແລ້ວຈາກໂອຣັມພາຄິຍະສັງໂຍດ 5 ປະການ ແຕ່ຈິດຂອງເຂົາຍັງບໍ່ນ້ອມໄປໃນທັມອັນເປັນທີ່ສິ້ນໄປແຫ່ງອຸປະທິກິເລດ ເຊິ່ງບໍ່ມີທັມອື່ນຍິ່ງກວ່າ ໃນເວລາໃກ້ຕາຍ ເຂົາບໍ່ໄດ້ເຫັນຕະຖາຄົຕ ແຕ່ເຂົາໄດ້ເຫັນສາວົກຂອງຕະຖາຄົດ ສາວົກຂອງຕະຖາຄົດຍ່ອມສະແດງທັມ ທີ່ມີຄວາມງາມໃນເບື້ອງຕົ້ນ ມີຄວາມງາມໃນທ່າມກາງ ມີຄວາມງາມໃນທີ່ສຸດ ປະກາດພຣົມມະຈັນ ພ້ອມທັງອັດຖະ ພ້ອມພະຍັນຊະນະ ບໍຣິສຸດ ບໍຣິບູນສິ້ນເຊິງແກ່ເຂົາ ເພາະໄດ້ຟັງທັມເທສະນານັ້ນ ຈິດຂອງເຂົາຈຶ່ງນ້ອມໄປໃນທັມອັນເປັນທີ່ສິ້ນໄປແຫ່ງອຸປະທິກິເລດ ເຊິ່ງບໍ່ມີທັມອື່ນຍິ່ງກວ່າ. 

 ອານົນທ໌ ນີ້ເປັນອານິສົງສ໌ປະການທີ 5 ໃນການຟັງທັມຕາມການ.

 ອານົນທ໌ ພິກຂຸໃນທັມວິໄນນີ້ ມີຈິດຫຼຸດພົ້ນແລ້ວຈາກໂອຣັມພາຄິຍະສັງໂຍດ 5 ປະການ ແຕ່ຈິດຂອງເຂົາຍັງບໍ່ນ້ອມໄປໃນທັມອັນເປັນທີ່ສິ້ນໄປແຫ່ງອຸປະທິກິເລດ ເຊິ່ງບໍ່ມີທັມອື່ນຍິ່ງກວ່າ ໃນເວລາໃກ້ຕາຍ ເຂົາບໍ່ໄດ້ເຫັນຕະຖາຄົຕເລີຍ ທັງບໍ່ໄດ້ເຫັນສາວົກຂອງຕະຖາຄົດ ແຕ່ເຂົາຕຶກຕາມ ຕອງຕາມ ເພັ່ງຕາມດ້ວຍໃຈເຊິ່ງທັມຕາມທີ່ຕົນໄດ້ສະດັບມາຕາມທີ່ຕົນໄດ້ຮຽນມາ ເມື່ອເຂົາຕຶກຕາມ ຕອງຕາມ ເພັ່ງຕາມດ້ວຍໃຈເຊິ່ງທັມຕາມທີ່ຕົນໄດ້ສະດັບມາ ຕາມທີ່ຕົນໄດ້ຮຽນມາ ຈິດຂອງເຂົາຈຶ່ງນ້ອມໄປໃນທັມອັນເປັນທີ່ສິ້ນໄປແຫ່ງອຸປະທິກິເລດ ເຊິ່ງບໍ່ມີທັມອື່ນຍິ່ງກວ່າ. 

 ອານົນທ໌ ນີ້ເປັນອານິສົງສ໌ປະການທີ 6 ໃນການໃຄ່ຄວນເນື້ອຄວາມແຫ່ງທັມຕາມການ.

 ອານົນທ໌! ອານິສົງສ໌ໃນການຟັງທັມຕາມການ ການໃຄ່ຄວນເນື້ອຄວາມແຫ່ງທັມຕາມການ 6 ປະການນີ້ແລ. 

....................................................

ພຣະໄຕປີດົກໄທຍ (ສະບັບມະຫາຈຸລາ) ເຫຼັ້ມທີ ໒໒

ສຸຕ. ອັງ. ປັນຈະກະ-ສັກກະນິບາຕ ຫນ້າທີ່ ໕໔໓ ຂໍ້ທີ ໕໗

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ