ເຫດປັດໃຈແຫ່ງການກະທຳບາບກຳ ແຫ່ງຄວາມເປັນໄປແຫ່ງບາບກຳ

 ສະໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ກູຕາຄາຣະສາລາ ປ່າມະຫາວັນ ໃກ້ນະຄອນເວສາລີ ຄັ້ງນັ້ນແລ ກະສັດລິດສະວີພຣະນາມວ່າ ມະຫາລິ ໄດ້ສະເດັດເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ຖະຫວາຍບັງຄົມພຣະຜູ້ມີພຣະພາກແລ້ວ ປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູນຖາມພຣະຜູ້ມີພຣະພາກວ່າ:

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອັນໃດໜໍ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ?

 ພຣະຜູ້ມີພຣະພາກກວ່າວ່າ:

1. ມະຫາລິ! ໂລພະ(ຄວາມໂລບ)ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ.

2. ມະຫາລິ! ໂທສະ(ຄວາມໂກດ)ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ.

3. ມະຫາລິ! ໂມຫະ(ຄວາມຫຼົງ)ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ.

4. ມະຫາລິ! ອະໂຍນິໂສມະນະສິການ(ບໍ່ກະທຳໄວ້ໃນໃຈໂດຍເເຍບຄາຍເປັນຢ່າງດີ)ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ.

5. ມະຫາລິ! ຈິດອັນບຸກຄົນຕັ້ງໄວ້ຜິດແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ.

  ມະຫາລິ! ກິເລດມີໂລພະເປັນຕົ້ນນີ້ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ.

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອັນໃດໜໍ ເປັນເຫດ ເປັນປັດໃຈແຫ່ງການກະທຳກັນລະຍານະກັມ ແຫ່ງຄວາມເປັນໄປແຫ່ງກັນລະຍານະກັມ?

6. ມະຫາລິ! ອະໂລພະ(ການບໍ່ໂລບ)ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳກັນລະຍານະກັມ ແຫ່ງຄວາມເປັນໄປແຫ່ງກັນລະຍານະກັມ.

7. ມະຫາລິ! ອະໂທສະ(ການບໍ່ໂກດ)ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳກັລຍານະກັມ ແຫ່ງຄວາມເປັນໄປແຫ່ງກັລຍານະກັມ.

8. ມະຫາລິ! ອະໂມຫະ(ການບໍ່ຫຼົງ)ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳກັນລະຍານະກັມ ແຫ່ງຄວາມເປັນໄປແຫ່ງກັລຍານະກັມ.

9. ມະຫາລິ! ໂຍນິໂສມະນະສິການ(ການກະທຳໄວ້ໃນໃຈໂດຍເເຍບຄາຍເປັນຢ່າງດີ)ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳກັນລະຍານະກັມ ແຫ່ງຄວາມເປັນໄປແຫ່ງກັນລະຍານະກັມ.

10. ມະຫາລິ! ຈິດອັນບຸກຄົນຕັ້ງໄວ້ຊອບແລ ເປັນເຫດ ເປັນປັດໃຈແຫ່ງການກະທຳກັນລະຍານະກັມ ແຫ່ງຄວາມເປັນໄປແຫ່ງກັນລະຍານະກັມ.

 ມະຫາລິ! ທັມມີອະໂລພະເປັນຕົ້ນນີ້ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳກັນລະຍານະກັມ ແຫ່ງຄວາມເປັນໄປແຫ່ງກັນລະຍານະກັມ.

 ມະຫາລິ! ຖ້າທັມ 10 ປະການນີ້ບໍ່ມີຢູ່ໃນໂລກ ຄວາມປະພຶດບໍ່ສະໝ່ຳສະເໝີຄື ຄວາມປະພຶດອະທັມ ຫລືຄວາມປະພຶດສະໝ່ຳສະເໝີຄື ຄວາມປະພຶດທັມ ກໍຈັກບໍ່ປາກົດໃນໂລກນີ້.

 ມະຫາລິ! ກໍເພາະທັມ 10 ປະການນີ້ມີຢູ່ໃນໂລກ ຄວາມປະພຶດບໍ່ສະໝ່ຳສະເໝີຄື ຄວາມປະພຶດອະທັມ ຫລືຄວາມປະພຶດສະໝ່ຳສະເໝີຄື ຄວາມປະພຶດທັມ ຈຶ່ງປາກົດໃນໂລກນີ້.

...................................................................

ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໗໙/໔໗

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ