ເປັນຫຍັງຈຶ່ງຕ້ອງກະທຳແຕ່ກໍາດີ

ຄັ້ງນັ້ນ ພຣະເຈົ້າປະເສນທິໂກສົນ ສະເດັດເຂົ້າໄປເຝົ້າພຣະ ຜູ້ມີພຣະພາພາກເຖິງທີ່ປະທັບ ໃນເວລາທ່ຽງ...

ພຣະຜູ້ມີພຣະພາກໄດ້ກວ່າກັບພຣະເຈົ້າປະເສນທິໂກສົນ ຜູ້ປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງວ່າ ເຊີນເຖີດມະຫາບໍພິດ ພຣະອົງຄ໌ສະເດັດມາແຕ່ໃສໜໍໃນເວລາທ່ຽງ?

ພຣະເຈົ້າປະເສນທິໂກສົນກຣາບທູນວ່າ: 

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄະຫະບໍດີຜູ້ເປັນເສດຖີໃນນະຄອນສາວັດຖີນີ້ ທຳກາລະກິຣິຍາແລ້ວ (ເສຍຊີວິດແລ້ວ) ຂ້ານ້ອຍສັ່ງໃຫ້ຂົນຊັບສົມບັດອັນບໍ່ມີບຸດຮັບມໍຣະດົກນັ້ນ ມາໄວ້ໃນພຣະຣາຊະວັງແລ້ວກໍມາ. 

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ສະເພາະເງິນເທົ່ານັ້ນມີ 10,000,000 ສ່ວນເຄື່ອງຣູປິຍະ ບໍ່ຕ້ອງເວົ້າເຖິງ. 

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ກໍຄະຫະບໍດີຜູ້ເປັນເສດຖີນັ້ນ ບໍຣິໂພຄອາຫານເຊັ່ນນີ້ຄື ບໍຣິໂພກເຂົ້າປາຍກັບນ້ຳສົ້ມຜັກ ໄດ້ໃຊ້ຜ້າເຄື່ອງນຸ່ງຫົ່ມເນື້ອຫຍາບໆທີ່ຕັດເປັນສາມຊິ້ນຍິບຕໍ່ກັນ ໄດ້ໃຊ້ຍານພາຫະນະຄື ລົດເກົ່າໆຫລັງຄາເຮັດດ້ວຍໃບໄມ້. 

ພຣະຜູ້ມີພຣະພາກກວ່າວ່າ:

ມະຫາຣາຊ ຂໍ້ນີ້ເປັນຢ່າງນັ້ນ! ມະຫາຣາຊ ຂໍ້ນີ້ເປັນຢ່າງນັ້ນ!

 ມະຫາຣາຊ ! ເລື່ອງເຄີຍມີມາແລ້ວ ຄະຫະບໍດີຜູ້ເປັນເສດຖີນັ້ນ ໄດ້ສັ່ງໃຫ້ຈັດອາຫານບິນທະບາດຖະຫວາຍພຣະປັດເຈກສັມພຸດທະເຈົ້ານາມວ່າ ຕະຄະຣະສິຂີ ວ່າ ທ່ານທັງຫລາຍຈົ່ງຖວາຍບິນທະບາດແກ່ສະມະນະ ແລ້ວລຸກຈາກອາສະນະເດີນຫລີກໄປ ເມື່ອຖວາຍແລ້ວ ກໍມີຄວາມເສຍດາຍໃນພາຍຫລັງວ່າ ບິນທະບາດນີ້ໃຫ້ທາດ ຫລື ກຳມະກອນບໍຣິໂພກຍັງດີກວ່າ; 

 ນອກຈາກນີ້ ເຂົາຍັງປິດຊີວິດບຸດນ້ອຍຄົນດຽວຂອງອ້າຍເພາະເຫດແຫ່ງຊັບສົມບັດອີກດ້ວຍ.

 ມະຫາຣາຊ ! ດ້ວຍຜົນແຫ່ງກັມທີ່ຄະຫະບໍດີຜູ້ເປັນເສດຖີນັ້ນສັ່ງໃຫ້ຈັດຕຽມອາຫານບິນທະບາດຖະຫວາຍພຣະປັດເຈກສັມພຸດທະເຈົ້າພຣະນາມວ່າ ຕະຄະຣະສິຂີ ເຂົາຈິ່ງໄດ້ໄປບັງເກີດໃນສຸຄະຕິໂລກສະຫວັນ 7 ຄັ້ງ; ດ້ວຍເສດຜົນຂອງກັມນັ້ນເໝືອນກັນ ກໍໄດ້ມາເປັນເສດຖີໃນນະຄອນສາວັດຖີນີ້ເຖິງ 7 ຄັ້ງ.

 ມະຫາຣາຊ ! ດ້ວຍຜົນຂອງກັມທີ່ຄະຫະບໍດີເສດຖີນັ້ນຖວາຍອາຫານບິນທະບາດແລ້ວພາຍຫລັງໄດ້ມີຄວາມເສຍດາຍວ່າ ອາຫານບິນທະບາດນີ້ໃຫ້ທາດ ຫລື ກຳມະກອນບໍຣິໂພກຍັງດີກວ່າ ຈິດຂອງເຂົາຈິ່ງບໍ່ນ້ອມໄປເພື່ອບໍຣິໂພກອາຫານອັນດີ, ຈິດຂອງເຂົາຈິ່ງບໍ່ນ້ອມໄປເພື່ອໃຊ້ເຄື່ອງນຸ່ງຫົ່ມອັນດີ, ຈິດຂອງເຂົາຈິ່ງບໍ່ນ້ອມໄປເພື່ອໃຊ້ຍານພາຫະນະອັນດີ, ຈິດຂອງເຂົາຈິ່ງບໍ່ນ້ອມໄປເພື່ອບໍຣິໂພຄກາມຄຸນ 5 ອັນດີ.

 ມະຫາຣາຊ ! ອີກຢ່າງໜຶ່ງ ເພາະເຫດທີ່ຄະຫະບໍດີຜູ້ເປັນເສດຖີນັ້ນ ຂ້າຊີວິດບຸດນ້ອຍຄົນດຽວຂອງອ້າຍ ເພາະເຫດແຫ່ງຊັບສົມບັດ ດ້ວຍວິບາກຂອງກັມນັ້ນ ເຂົາຈິ່ງຖືກໄຟເຜົາຢູ່ໃນນະຣົກຫລາຍປີ ຫລາຍຮ້ອຍປີ ຫລາຍພັນປີ ຫລາຍແສນປີ ດ້ວຍວິບາກອັນເປັນສ່ວນທີ່ເຫລືອຂອງກັມນັ້ນເໝືອນກັນ ຊັບສົມບັດອັນບໍ່ມີບຸດຮັບມໍຣະດົກຂອງເຂົານີ້ ຈິ່ງຖືກຂົນເຂົ້າພຣະຄັງຫລວງເປັນຄັ້ງທີ 7.

 ມະຫາຣາຊ ! ກໍບຸນເກົ່າຂອງຄະຫະບໍດີຜູ້ເປັນເສດຖີນັ້ນ ໝົດສິ້ນແລ້ວ ແລະ ບຸນໃໝ່ກໍບໍ່ໄດ້ສັ່ງສົມໄວ້.

 ມະຫາຣາຊ ! ກໍໃນວັນນີ້ ຄະຫະບໍດີຜູ້ເປັນເສດຖີ ຖືກໄຟເຜົາຢູ່ໃນ ມະຫາໂຣຣຸວະນະຣົກ.

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄະຫະບໍດີຜູ້ເປັນເສດຖີເຂົ້າເຖິງມະຫາໂຣຣຸວະນະຣົກຊັ້ນ ຫລື?

 ຢ່າງນັ້ນ ມະຫາຣາຊ, ຄະຫະບໍດີຜູ້ເປັນເສດຖີເຂົ້າເຖິງມະຫາໂຣຣຸວະນະຣົກແລ້ວ.

 ພຣະຜູ້ມີພຣະພາກພຣະສຸຄົດສາດດາຄັນກວ່າໄວຍາກອນພາສິດນີ້ຈົບແລ້ວ ກໍໄດ້ກວ່າຄາຖາຕໍ່ໄປອີກວ່າ: 

 ເຂົ້າເປືອກ ຊັບ ເງິນທອງ ຫລື ເຂົ້າຂອງທີ່ຫວງແຫນຢ່າງໃດຢ່າງໜຶ່ງມີຢູ່ ທາດ ກຳມະກອນ ຄົນໃຊ້ ແລະ ຜູ້ອາໄສຂອງເຂົາ ຍ່ອມພາເອົາໄປບໍ່ໄດ້ທັງໝົດ ຈະຕ້ອງເຖິງເຊິ່ງການສະລະຖິ້ມໄວ້ທັງມວນ.

 ບຸກຄົນທຳກັມໃດດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ ກັມນັ້ນແຫລະເປັນຂອງໆເຂົາ ແລະ ເຂົາຍ່ອມພາເອົາກັມນັ້ນໄປ. 

 ອີກຢ່າງໜຶ່ງ ກັມນັ້ນຍ່ອມຕິດຕາມເຂົາໄປ ເໝືອນດັ່ງເງົາຕິດຕາມຕົນສັນນັ້ນ; ເພາະເຫດນັ້ນ ບຸກຄົນຄວນກະທຳກັມດີ ສະສົມໄວ້ສຳລັບພົບໜ້າ ບຸນທັງຫລາຍຍ່ອມເປັນທີ່ເພິ່ງຂອງສັດຕະທັງຫລາຍໃນໂລກໜ້າ (ປຸນຍານິ ປະຣະໂລກັສມິງ ປະຕິຕຖາ ໂຫນຕິ ປານິນັນຕິ.)

..............................................

ສຸຕຕັນຕະປິດົກ ສັງຍຸຕຕະນິກາຍ ສະຄາຖະວັກ ພາສາໄທ ສະບັບຫລວງ ເຫລັ້ມທີ ໑໕/໑໑໔-໑໑໕/໓໙໐໓໙໒.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ