ບຸດ 3 ຈໍາພວກ

ພິກຂຸທັງຫລາຍ! ບຸດ 3 ຈໍາພວກມີປາກົດຢູ່ໃນໂລກ 3 ຈໍາພວກເປັນຢ່າງໃດ? ຄື: 

ອະຕິຊາຕະບຸດ, 

ອະນຸຊາຕະບຸດ, 

ອະວະຊາຕະບຸດ.

 ພິກຂຸທັງຫລາຍ! ກໍອະຕິຊາຕະບຸດ  (ພິກຂະເວ ປຸຕໂຕ ອະຕິຊາໂຕ ໂຫຕິ) ເປັນຢ່າງໃດ? 

 ພິກຂຸທັງຫລາຍ! ມານດາ ບິດາຂອງບຸດໃນໂລກນີ້ ບໍ່ເຖິງພຣະພຸດທະເຈົ້າເປັນສະຣະນະ ບໍ່ເຖິງພຣະທັມເປັນສະຣະນະ ບໍ່ເຖິງພຣະສົງຄ໌ເປັນສະຣະນະ ບໍ່ງົດເວັ້ນຈາກການຂ້າສັດຕະ ບໍ່ງົດເວັ້ນຈາກການລັກຊັບ ບໍ່ງົດເວັ້ນຈາກການປະພຶດຜິດໃນກາມ ບໍ່ງົດເວັ້ນຈາກການເວົ້າຕົວະ ບໍ່ງົດເວັ້ນຈາກການດື່ມນ້ຳເມົາຄື: ສຸຣາ ແລະ ເມໄຣອັນເປັນທີ່ຕັ້ງແຫ່ງຄວາມປະມາດ ເປັນຄົນທຸສີນ ມີທັມອັນເປັນບາບ ສ່ວນບຸດຂອງມານດາ ແລະ ບິດາເຫລົ່ານັ້ນ ເປັນຜູ້ເຖິງພຣະພຸທທະເຈົ້າ ເຖິງພຣະທັມເປັນສະຣະນະ ເຖິງພຣະສົງຄ໌ເປັນສະຣະນະ ງົດເວັ້ນຈາກການຂ້າສັດຕະ ງົດເວັ້ນຈາກການລັກຊັບ ງົດເວັ້ນຈາກການປະພຶດຜິດໃນກາມ ງົດເວັ້ນຈາກການເວົ້າຕົວະ ງົດເວັ້ນຈາກການດື່ມນ້ຳເມົາຄື ສຸຣາ ແລະ ເມໄຣອັນເປັນທີ່ຕັ້ງແຫ່ງຄວາມປະມາດ ເປັນຄົນມີສີນ ມີທັມອັນງາມ. 

 ພິກຂຸທັງຫລາຍ ອະຕິຊາຕະບຸດເປັນຢ່າງນີ້ແລ.


 ພິກຂຸທັງຫລາຍ! ອະນຸຊາຕະບຸດເປັນຢ່າງໃດ?

ພິກຂຸທັງຫລາຍ ມານດາບິດາຂອງບຸດໃນໂລກນີ້ ເຖິງພຣະພຸດທະເຈົ້າ ເຖິງພຣະທັມເປັນສະຣະນະ ເຖິງພຣະສົງຄ໌ເປັນສະຣະນະ ງົດເວັ້ນຈາກການຂ້າສັດ ງົດເວັ້ນຈາກການລັກຊັບ ງົດເວັ້ນຈາກການປະພຶດຜິດໃນກາມ ງົດເວັ້ນຈາກການເວົ້າຕົວະ ງົດເວັ້ນຈາກການດື່ມນໍ້າເມົາຄື: ສຸຣາ ແລະ ເມໄຣ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ ເປັນຄົນມີສີນ ມີທັມອັນງາມ ສ່ວນບຸດຂອງມານດາ ແລະ ບິດາເຫລົ່ານັ້ນ ກໍເຖິງພຣະພຸທທະເຈົ້າ ເຖິງພຣະທັມເປັນສະຣະນະ ເຖິງພຣະສົງຄ໌ເປັນສະຣະນະ ງົດເວັ້ນຈາກການຂ້າສັດຕະ ງົດເວັ້ນຈາກການລັກຊັບ ງົດເວັ້ນຈາກການປະພຶດຜິດໃນກາມ ງົດເວັ້ນຈາກການເວົ້າຕົວະ ງົດເວັ້ນຈາກການດື່ມນ້ຳເມົາຄື: ສຸຣາ ແລະ ເມໄຣ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ ເປັນຄົນມີສີນ ມີທັມອັນງາມ. 

 ພິກຂຸທັງຫລາຍ ອະນຸຊາຕະບຸດເປັນຢ່າງນີ້ແລ.


 ພິກຂຸທັງຫລາຍ! ກໍອະວະຊາຕະບຸດເປັນຢ່າງໃດ?

ພິກຂຸທັງຫລາຍ! ມານດາບິດາຂອງບຸດໃນໂລກນີ້ ເຖິງພຣະພຸດທະເຈົ້າ ເຖິງພຣະທັມເປັນສະຣະນະ ເຖິງພຣະສົງຄ໌ເປັນສະຣະນະ ງົດເວັ້ນຈາກການຂ້າສັດຕະ ງົດເວັ້ນຈາກການລັກຊັບ ງົດເວັ້ນຈາກການປະພຶດຜິດໃນກາມ ງົດເວັ້ນຈາກການເວົ້າຕົວະ ງົດເວັ້ນຈາກການດື່ມນໍ້າເມົາຄື: ສຸຣາ ແລະ ເມໄຣ ອັນເປັນທີ່ຕັ້ງແຫ່ງຄວາມປະມາດເປັນຄົນມີສີນ ມີທັມອັນງາມ; ສ່ວນບຸດຂອງມານດາ ແລະ ບິດາເຫລົ່ານັ້ນ ບໍ່ເຖິງພຣະພຸດທະເຈົ້າ ບໍ່ເຖິງພຣະທັມເປັນສະຣະນະ ບໍ່ເຖິງພຣະສົງຄ໌ເປັນສະຣະນະ ບໍ່ງົດເວັ້ນຈາກການຂ້າສັດ ບໍ່ງົດເວັ້ນຈາກການລັກຊັບ ບໍ່ງົດເວັ້ນຈາກການປະພຶດຜິດໃນກາມ ບໍ່ງົດເວັ້ນຈາກການເວົ້າຕົວະ ບໍ່ງົດເວັ້ນຈາກການດື່ມນ້ຳເມົາຄືສຸຣາ ແລະ ເມໄຣອັນເປັນທີ່ຕັ້ງແຫ່ງຄວາມປະມາດ ເປັນຄົນທຸສີນ ມີທັມອັນເປັນບາບ.

 ພິກຂຸທັງຫລາຍ ກໍອະວະຊາຕະບຸດເປັນຢ່າງນີ້ແລ.

 ບັນດິດທັງຫລາຍຍ່ອມປາຖນາອະຕິິຊາຕະບຸດ ແລະອະນຸຊາຕະບຸດ ຍ່ອມບໍ່ປາຖນາອະວະຊາຕະບຸດ ເຊິ່ງເປັນຜູ້ທຳລາຍຕະກຸນ ສ່ວນບຸດເຫລົ່າໃດເປັນອຸປາສົກ ບຸດເຫລົ່ານັ້ນແລຊື່ວ່າ ເປັນບຸດໃນໂລກ ບຸດເຫລົ່ານັ້ນມີສັດທາ ເຖິງພ້ອມດ້ວຍສີນ ຮູ້ຄວາມປະສົງ(ຂອງຜູ້ຂໍ) ປາສະຈາກຄວາມຂີ້ຖີ ຍ່ອມຮຸ່ງເຮືອງໃນບໍຣິສັດທັງຫລາຍ ປຽບເໝືອນດວງຈັນທີ່ພົ້ນແລ້ວຈາກເມກ ສັນນັ້ນ.

.......................................................................

ຂຸທທະກະນິກາຍ. ປຸຕຕະສູຕ ໒໕/໒໑໔-໒໑໖/໒໕໒

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ