ນັ້ນບໍ່ແມ່ນຂອງເຮົາ ບໍ່ເປັນເຮົາ ບໍ່ເປັນຕົວຕົນຂອງເຮົາ

ພິກຂຸທັງຫລາຍ! ຮູບເປັນອະນັດຕາ(ບໍ່ເເມ່ນຕົວຕົນ) ຖ້າຮູບເປັນອັດຕາ(ຕົວຕົນ)ແລ້ວ ຮູບນີ້ກໍຄົງບໍ່ເປັນໄປເພື່ອອາພາດ(ເສີມເເຕກສະຫລາຍ) ແລະ ບຸກຄົນຍ່ອມໄດ້ຕາມປາຖະໜາໃນຮູບວ່າ ຮູບຂອງເຮົາຈົ່ງເປັນຢ່າງນີ້ເຖີດ ຮູບຂອງເຮົາຢ່າໄດ້ເປັນຢ່າງນັ້ນເລີຍ.

 ພິກຂຸທັງຫລາຍ! ກໍເພາະຮູບເປັນອະນັດຕາ ສະນັ້ນຮູບຈຶ່ງເປັນໄປເພື່ອອາພາດ ແລະ ບຸກຄົນຍ່ອມບໍ່ໄດ້ຕາມປາຖະໜາໃນຮູບວ່າ ຮູບຂອງເຮົາຈົ່ງເປັນຢ່າງນີ້ເຖີດ ຮູບຂອງເຮົາຢ່າໄດ້ເປັນຢ່າງນັ້ນເລີຍ.

 ພິກຂຸທັງຫລາຍ! ພວກທ່ານຈະສຳຄັນຄວາມຂໍ້ນີ້ວ່າແນວໃດ?

 ຮູບທ່ຽງ ຫລື ບໍ່ທ່ຽງ? 

 ບໍ່ທ່ຽງ ຂ້ານ້ອຍ!

 ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ຫລື ເປັນສຸຂ?

 ເປັນທຸກຂ໌ ຂ້ານ້ອຍ!

 ກໍສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມປ່ຽນແປງເປັນທຳມະດາ ຄວນຫລືໜໍທີ່ຈະໄປຕາມເຫັນສິ່ງນັ້ນວ່າ ນັ້ນຂອງເຮົາ ນັ້ນເປັນເຮົາ ນັ້ນເປັນຕົວຕົນຂອງເຮົາ?

 ຂໍ້ນັ້ນບໍ່ຄວນເລີຍ ຂ້ານ້ອຍ!

 ພິກຂຸທັງຫລາຍ! ເພາະເຫດນັ້ນແລ ຮູບຢ່າງໃດຢ່າງໜຶ່ງທີ່ເປັນອະດີດ ອະນາຄົດ ແລະ ປັດຈຸບັນ ທັງພາຍໃນ ຫລື ພາຍນອກ ຫຍາບ ຫລື ລະອຽດ ຕ່ຳຊາມ ຫລື ປານີດ ໃນທີ່ໄກ ຫລື ທີ່ໃກ້ ທັງໝົດນັ້ນກໍເປັນພຽງແຕ່ວ່າຮູບ ທ່ານທັງຫລາຍຈົ່ງເຫັນຮູບນັ້ນດ້ວຍປັນຍາອັນຖືກຕ້ອງຕາມຄວາມເປັນຈິງຢ່າງນີ້ວ່າ ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ເປັນເຮົາ ນັ້ນບໍ່ແມ່ນຕົວຕົນຂອງເຮົາ.

 ພິກຂຸທັງຫລາຍ! ອະຣິຍະສາວົກຜູ້ໄດ້ສະດັບເຫັນຢູ່ຢ່າງນີ້ 

  ຍ່ອມເບື່ອໜ່າຍໃນຮູບ 

  ຍ່ອມເບື່ອໜ່າຍໃນເວທະນາ

  ຍ່ອມເບື່ອໜ່າຍໃນສັນຍາ

  ຍ່ອມເບື່ອໜ່າຍໃນສັງຂານທັງຫລາຍ 

  ຍ່ອມເບື່ອໜ່າຍໃນວິນຍານ

   ເມື່ອເບື່ອໜ່າຍ ຍ່ອມຄາຍກຳນັດ ເພາະຄາຍກຳນັດ ຈຶ່ງຫລຸດພົ້ນ ເມື່ອຫລຸດພົ້ນແລ້ວ ຍ່ອມມີຍານຢັ່ງຮູ້ວ່າຫລຸດພົ້ນແລ້ວ ອະຣິຍະສາວົກນັ້ນຍ່ອມຮູ້ຊັດເຈນວ່າ ຊາດ(ການເກີດ)ສິ້ນແລ້ວ ພຣົມມະຈັນຢູ່ຈົບແລ້ວ ກິດທີ່ຄວນທຳ ໄດ້ທຳສຳເລັດແລ້ວ ກິດອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ.

.....................................................................

ວິນັຍປິດົກ ມະຫາວັຄ ພາກ ໑; ໔/໒໐-໒໔/໒໐-໒໔

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ