ໂລກກະທຳ 8

ພິກຂຸທັງຫລາຍ! ໂລກະທັມ 8 ປະການນີ້ ຍ່ອມໝູນໄປຕາມໂລກ ແລະ ໂລກກໍໝູນໄປຕາມໂລກະທັມ 8 ປະການນີ້; 8 ປະການເປັນຢ່າງໃດ? ຄື:

ລາບ     ຄວາມເສື່ອມລາບ

ຍົດ       ຄວາມເສື່ອມຍົດ

ນິນທາ   ສັນລະເສີນ  

ສຸກ       ທຸກ

 ພິກຂຸທັງຫລາຍ! ໂລກະທັມ 8 ປະການນີ້ແລ ຍ່ອມໝູນໄປຕາມໂລກ ແລະ ໂລກກໍໝູນໄປຕາມໂລກະທັມ 8 ປະການນີ້.

 ພິກຂຸທັງຫລາຍ! 

  ລາບເເດ່ ຄວາມເສື່ອມລາບເເດ່,

  ຍົດເເດ່ ຄວາມເສື່ອມຍົດເເດ່,

  ນິນທາເເດ່ ສັນລະເສີນເເດ່, 

  ສຸກເເດ່ ທຸກເເດ່, 

  ຍ່ອມເກີດຂຶ້ນກັບປຸຖຸຊົນຜູ້ບໍ່ໄດ້ສະດັບ(ບໍ່ໄດ້ຟັງ) ແລະ ຍ່ອມເກີດຂຶ້ນກັບອະຣິຍະສາວົກຜູ້ໄດ້ສະດັບ(ໄດ້ຟັງ). 

 ພິກຂຸທັງຫລາຍ! ອັນໃດເປັນຄວາມຜິດແປກແຕກຕ່າງກັນລະຫວ່າງອະຣິຍະສາວົກທີ່ໄດ້ສະດັບ ກັບປຸຖຸຊົນທີ່ບໍ່ໄດ້ສະດັບ?

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ທັມຂອງພວກຂ້ານ້ອຍທັງຫລາຍມີພຣະຜູ້ມີພຣະພາກເປັນມູນ ມີພຣະຜູ້ມີພຣະພາກເປັນຜູ້ນຳ ມີພຣະຜູ້ມີພຣະພາກເປັນທີ່ເພິ່ງອາໄສ; ຂ້າແຕ່ພຣະອົງຜູ້ຈະເຣີນ ຂໍປະທານໂອກາດ ຂໍເນື້ອຄວາມແຫ່ງພາສິດນີ້ຈົ່ງແຈ່ມແຈ້ງກັບພຣະຜູ້ມີພຣະພາກເຖີດ 

 ພິກຂຸທັງຫລາຍໄດ້ສະດັບຕໍ່ພຣະຜູ້ມີພຣະພາກແລ້ວ ຈັກຊົງຈຳໄວ້.

 ພິກຂຸທັງຫລາຍ! ຖ້າຢ່າງນັ້ນ ພວກເຈົ້າທັງຫລາຍຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈັກກ່າວ.

 ພິກຂຸທັງຫລາຍ! ລາບທີ່ເກີດຂຶ້ນກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ເຂົາຍ່ອມບໍ່ຮູ້ຊັດຕາມຄວາມເປັນຈິງວ່າ: ລາບນີ້ເກີດຂຶ້ນແລ້ວແກ່ເຮົາ ແຕ່ວ່າລາບນັ້ນເປັນຂອງບໍ່ທ່ຽງ ເປັນທຸກ ມີຄວາມປ່ຽນແປງເປັນທັມມະດາ, 

 ຄວາມເສື່ອມລາບ... 

 ຍົດ... ຄວາມເສື່ອມຍົດ...

 ນິນທາ... ສັນລະເສີນ...

  ສຸກ... ທຸກ... 

 ທີ່ເກີດຂຶ້ນກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ເຂົາຍ່ອມບໍ່ຮູ້ຊັດຕາມຄວາມເປັນຈິງວ່າ: ທຸກນີ້ເກີດຂຶ້ນແລ້ວແກ່ເຮົາ ແຕ່ວ່າທຸກນັ້ນກໍເປັນຂອງບໍ່ທ່ຽງ ເປັນທຸກ ມີຄວາມປ່ຽນແປງເປັນທັມມະດາ 

 ລາບຍ່ອມຄອບງຳຈິດຂອງເຂົາໄດ້ ຄວາມເສື່ອມລາບ...

 ຍົດ... ຄວາມເສື່ອມຍົດ...

 ນິນທາ... ສັນລະເສີນ...

 ສຸກ... ທຸກຂ໌...

 ຍ່ອມຄອບງຳຈິດຂອງເຂົາໄດ້

- ເຂົາຍ່ອມຍິນດີໃນລາບທີ່ເກີດຂຶ້ນ, ຍ່ອມຍິນຮ້າຍໃນຄວາມເສື່ອມລາບ; 

- ຍ່ອມຍິນດີໃນຍົດທີ່ເກີດຂຶ້ນ ຍ່ອມຍິນຮ້າຍໃນຄວາມເສື່ອມຍົດ; 

- ຍ່ອມຍິນດີໃນສັນລະເສີນທີ່ເກີດຂຶ້ນ ຍ່ອມຍິນຮ້າຍໃນນິນທາ; 

- ຍ່ອມຍິນດີໃນສຸກທີ່ເກີດຂຶ້ນ ຍ່ອມຍິນຮ້າຍໃນທຸກ; 

 ເຂົາປະກອບດ້ວຍຄວາມຍິນດີຍິນຮ້າຍຢູ່ຢ່າງນີ້ ຍ່ອມບໍ່ພົ້ນໄປຈາກຊາ(ການເກີດ) ຊະຣາ(ຄວາມເເກ່) ມະຣະນະ(ຄວາມຕາຍ) ໂສກະ ປະຣິເທວະ ທຸກຂ໌ ໂທມະນັດ ແລະ ອຸປາຍາສະ ເຮົາກ່າວວ່າ: ຍ່ອມບໍ່ພົ້ນໄປຈາກທຸກຂ໌ໄດ້.


 ພິກຂຸທັງຫລາຍ! ລາບຍ່ອມເກີດຂຶ້ນກັບອະຣິຍະສາວົກຜູ້ໄດ້ສະດັບ ອະຣິຍະສາວົກນັ້ນ ຍ່ອມຮູ້ຊັດຕາມຄວາມເປັນຈິງວ່າ: ລາບເກີດຂຶ້ນແລ້ວແກ່ເຮົາ ກໍແຕ່ວ່າ ລາບນັ້ນບໍ່ທ່ຽງ ເປັນທຸກຂ໌ ມີຄວາມປ່ຽນແປງເປັນທັມມະດາ. 

 ຄວາມເສື່ອມລາບ...

 ຍົດ... ຄວາມເສື່ອມຍົດ...

 ນິນທາ... ສັນລະເສີນ...

 ສຸກ... ທຸກ

 ຍ່ອມເກີດຂຶ້ນກັບອະຣິຍະສາວົກຜູ້ໄດ້ສະດັບ ອະຣິຍະສາວົກນັ້ນ ຍ່ອມຮູ້ຊັດຕາມຄວາມເປັນຈິງວ່າ: ທຸກຂ໌ເກີດຂຶ້ນແລ້ວແກ່ເຮົາ ກໍແຕ່ວ່າ ທຸກຂ໌ນັ້ນບໍ່ທ່ຽງ ເປັນທຸກ ມີຄວາມປ່ຽນແປງເປັນທັມມະດາ 

 ລາບຈຶ່ງຄອບງໍາຈິດຂອງເຂົາບໍ່ໄດ້, ຄວາມເສື່ອມລາບ...

 ຍົດ... ຄວາມເສື່ອມຍົດ...

 ນິນທາ... ສັນລະເສີນ...

  ສຸກ...ທຸກຂ໌ຈຶ່ງຄອບງຳຈິຕຂອງເຂົາບໍ່ໄດ້

- ເຂົາຍ່ອມບໍ່ຍິນດີໃນລາບທີ່ເກີດຂຶ້ນ ຍ່ອມບໍ່ຍິນຮ້າຍໃນຄວາມເສື່ອມລາບ;

- ຍ່ອມບໍ່ຍິນດີໃນຍົດທີ່ເກີດຂຶ້ນ ຍ່ອມບໍ່ຍິນຮ້າຍໃນຄວາມເສື່ອມຍົດ; 

- ຍ່ອມບໍ່ຍິນດີໃນສັນລະເສີນທີ່ເກີດຂຶ້ນ ຍ່ອມບໍ່ຍິນຮ້າຍໃນນິນທາ; 

- ຍ່ອມບໍ່ຍິນດີໃນສຸກທີ່ເກີດຂຶ້ນ ຍ່ອມບໍ່ຍິນຮ້າຍໃນທຸກ;

  ເຂົາລະຄວາມຍິນດີຍິນຮ້າຍໄດ້ເດັດຂາດແລ້ວຢ່າງນີ້ ຍ່ອມພົ້ນໄປຈາກຊາດ ຊະຣາ ມະຣະນະ ໂສກະ ປະຣິເທວະ ທຸກຂ໌ ໂທມະນັດ ອຸປາຍາສະ ເຮົາກ່າວວ່າ: ຍ່ອມພົ້ນໄປຈາກທຸກຂ໌ໄດ້.


 ພິກຂຸທັງຫລາຍ! ນີ້ແລ ເປັນຄວາມຜິດແປກແຕກຕ່າງກັນລະຫວ່າງອະຣິຍະສາວົກຜູ້ໄດ້ສະດັບ ກັບປຸຖຸຊົນຜູ້ບໍ່ໄດ້ສະດັບ.


....................................

ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ 

ສັຕຕະກະ-ອັຖກະ-ນະວະກະນິບາຕ ໒໓/໑໒໓-໑໒໕/໙໖.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ