ຄະຣາວາດຄັບແຄບ ເປັນທາງມາແຫ່ງທຸລີ

ພິກຂຸທັງຫຼາຍ ! ຕະຖາຄົຕເກີດຂຶ້ນໃນໂລກນີ້ ເປັນພຣະອະຣະຫັນຕ໌ຜູ້ຕຣັດສະຮູ້ຊອບດ້ວຍຕົນເອງ ສົມບູນດ້ວຍວິຊາ ແລະ ຈະຣະນະ ດຳເນີນໄປດີ ຮູ້ແຈ້ງໂລກ ເປັນສາຣະຖີຝຶກຄົນທີ່ຄວນຝຶກບໍ່ມີໃຜຍິ່ງກວ່າ ເປັນຄູຂອງເທວະດາ ແລະ ມະນຸດ ເປັນຜູ້ເບີກບານແລ້ວຈຳແນກທັມສັ່ງສອນສັດຕະ.

 ພິກຂຸທັງຫຼາຍ ! ຕະຖາຄົດນັ້ນໄດ້ເຮັດໃຫ້ແຈ້ງຊຶ່ງໂລກນີ້ ກັບທັງເທວະດາ ມານ ພຣົມ ຊຶ່ງໝູ່ສັດຕະ ກັບທັງສະມະນະ ພຣາມ ພ້ອມທັງເທວະດາ ແລະ ມະນຸດ ດ້ວຍປັນຍາອັນຍິ່ງເອງແລ້ວ ປະກາດໃຫ້ຜູ້ອື່ນຮູ້ແຈ້ງຕາມ.

 ຕະຖາຄົຕນັ້ນ ສະແດງທັມງົດງາມ 

  ໃນເບື້ອງຕົ້ນ

  ໃນທ່າມກາງ ແລະ 

  ໃນທີ່ສຸດ

 ປະກາດພຣົມມະຈັນ ພ້ອມທັງອັດຖະ(ຄຳອະທິບາຍ) ພ້ອມທັງພະຍັນຊະນະ (ຫົວຂໍ້) ບໍຣິສຸດ ບໍຣິບູນສິ້ນເຊີງ.

 ຄະຫະບໍດີ ຫຼື ບຸດຄະຫະບໍດີ ຫຼື ຄົນທີ່ເກີດໃນຕະກຸນອື່ນໃດໃນພາຍຫຼັງ ຍ່ອມຟັງທັມນັ້ນ. 

 ຄັນຟັງແລ້ວຍ່ອມເກີດສັດທາໃນຕະຖາຄົດ.   ກຸນລະບຸດນັ້ນຜູ້ປະກອບຢູ່ດ້ວຍສັດທາ

 ຍ່ອມພິຈາຣະນາເຫັນວ່າ:

 “ຄະຣາວາດຄັບແຄບ ເປັນທາງມາແຫ່ງທຸລີ.

  ສ່ວນບັນພະຊາ (ບວດ) ເປັນໂອກາດວ່າງ”

 ມັນບໍ່ເປັນໄປໄດ້ໂດຍງ່າຍ ທີ່ເຮົາຜູ້ຢູ່ຄອງເຮືອນເຊັ່ນນີ້ຈະປະພຶດພຣົມມະຈັນນັ້ນ ໃຫ້ບໍຣິສຸດບໍຣິບູນໂດຍສ່ວນດຽວ ເໝືອນເປືອກສັງທີ່ເຂົາຂັດສະອາດດີແລ້ວ. 

 ຖ້າຈັ່ງໃດ ເຮົາຄວນທີ່ຈະໂກນຜົມ ແລະ ໜວດ ຄອງຜ້າຍ້ອມຝາດ ອອກຈາກເຮືອນໄປ ບວດເປັນຜູ້ບໍ່ມີເຮືອນເທີ້ນ...

...................................................................

- ບາລີ ມູ. ມ. ໑໒/໔໘໗-໘/໔໕໔.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ