ປົງບາບ

ພິທີປົງບາບໃນອະຣິຍະວິໄນ

 ກໍໃນສະໄໝນັ້ນ ຊານຸສະໂສນີພຣາມສະໜານເກົ້າໃນວັນອຸໂປສົດ ນຸ່ງຫົ່ມຜ້າໄໝໃໝ່ທັງຄູ່ ຖືກຳຫຍ້າຄາສົດ ຢືນຢູ່ໃນທີ່ຄວນສ່ວນຂ້າງໜຶ່ງໃນທີ່ບໍ່ໄກຈາກພຣະຜູ້ມີພຣະພາກເຈົ້າ ພຣະຜູ້ມີພຣະພາກໄດ້ທອດພຣະເນດເຫັນຊານຸສະໂສນີພຣາມຜູ້ສະໜານເກົ້າໃນວັນອຸໂປສົດ ນຸ່ງຫົ່ມຜ້າໄໝໃໝ່ທັງຄູ່ ຖືກຳຫຍ້າຄາສົດ ຢືນຢູ່ໃນທີ່ຄວນສ່ວນຂ້າງໜຶ່ງໃນທີ່ບໍ່ໄກ ຄັນແລ້ວໄດ້ກວ່າຖາມຊານຸສະໂສນີພຣາມວ່າ:

 ດູຣາພຣາມ ! ເພາະເຫດໃດໜໍ ທ່ານຈຶ່ງສະໜານເກົ້າໃນວັນອຸໂປສົດ ນຸ່ງຫົ່ມຜ້າໄໝໃໝ່ທັງຄູ່ ຖືກຳຫຍ້າຄາສົດ ມາຢືນຢູ່ໃນທີ່ຄວນສ່ວນຂ້າງໜຶ່ງ ວັນນີ້ເປັນວັນຫຍັງຂອງສະກຸນລະພຣາມ?

ຊານຸສະໂສນີພຣາມກຣາບທູນວ່າ ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ວັນນີ້ເປັນວັນປົງບາບຂອງສະກຸນລະພຣາມ.

 ດູຣາພຣາມ ! ກໍພິທີປົງບາບຂອງພຣາມທັງຫລາຍມີດ້ວຍປະການຢ່າງໃດໜໍ?

 ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ພຣາມທັງຫລາຍໃນໂລກນີ້ ໃນວັນອຸໂປສົດກໍສະໜານເກົ້າ ນຸ່ງຫົ່ມຜ້າໄໝໃໝ່ທັງຄູ່ ທາແຜ່ນດິນດ້ວຍໂຄໄມສົດ ລາດດ້ວຍຫຍ້າຄາທີ່ຂຽວສົດແລ້ວ ກໍນອນໃນລະຫວ່າງກອງຊາຍ ແລະ ເຮືອນໄຟ ພຣາມເຫລົ່ານັ້ນຍ່ອມລຸກຂຶ້ນປະນົມມືອັນຊະລີ ນະມັດສະການໄຟ 3 ຄັ້ງໃນຣາຕຣີນັ້ນດ້ວຍການກ່າວວ່າ ຂ້າພະເຈົ້າທັງຫລາຍຂໍປົງບາບກັບທ່ານຜູ້ຈະເຣີນ ຂ້າພະເຈົ້າທັງຫລາຍຂໍປົງບາບກັບທ່ານຜູ້ຈະເຣີນ ດັ່ງນີ້, ແລະ ຍ່ອມບຳເລີໄຟໃຫ້ອີ່ມໜຳດ້ວຍເນີຍໃສ ນ້ຳມັນ ແລະ ເນີຍຂຸ້ນອັນພຽງພໍ ເມື່ອລ່ວງຣາຕຣີນັ້ນໄປ ກໍລ້ຽງພຣາມທັງຫລາຍໃຫ້ອິ່ມໜຳດ້ວຍທະນີຍະໂພຊະນີຍາຫານອັນປານີດ.

 ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ພິທີປົງບາບຂອງພຣາມທັງຫລາຍຍ່ອມມີດ້ວຍປະການຢ່າງນີ້.

 ດູຣາພຣາມ ! ພິທີປົງບາບຂອງພຣາມທັງຫລາຍຍ່ອມມີດ້ວຍປະການອື່ນ ສ່ວນພິທີປົງບາບໃນອະຣິຍະວິໄນ(ອະຣິຍັສສະ ວິນະເຍ ປັຈໂຈໂຣຫະນີ) ຍ່ອມມີໂດຍປະການອື່ນ.

 ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ພິທີປົງບາບໃນອະຣິຍະວິໄນຍ່ອມມີຢ່າງໃດໜໍ?

 ຂໍປະທານພຣະວະໂຣກາດ ຂໍພຣະໂຄດົມຜູ້ຈະເຣີນໂປດຊົງສະແດງທັມໂດຍປະການທີ່ເປັນພິທີປົງບາບໃນອະຣິຍະວິນັຍແກ່ຂ້ານ້ອຍດ້ວຍເຖີດ!

 ດູຣາພຣາມ ! ຖ້າເຊັ່ນນັ້ນທ່ານຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈັກກ່າວ.

 ຊານຸສະໂສນີພຣາມທູນຮັບພຣະຜູ້ມີພຣະພາກເຈົ້າແລ້ວ ພຣະຜູ້ມີພຣະພາກເຈົ້າໄດ້ກວ່າວ່າ:

 ດູຣາພຣາມ ! ອະຣິຍະສາວົກໃນທັມວິໄນນີ້ ຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ວິບາກແຫ່ງມິດສາທິດຖິເປັນສິ່ງທີ່ຊົ່ວຊ້າທັງໃນປັດຈຸບັນ ທັງໃນສັມປະຣາຍະພົບ ອະຣິຍະສາວົກນັ້ນຄັນພິຈາຣະນາເຫັນດັ່ງນີ້ແລ້ວ ຍ່ອມລະມິດສາທິດຖິ ຍ່ອມປົງບາບຈາກມິດສາທິດຖິ.

 ຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ວິບາກແຫ່ງມິດສາສັງກັບປະເປັນສິ່ງທີ່ຊົ່ວຊ້າທັງໃນປັດຈຸບັນ ທັງໃນສັມປະຣາຍະພົບ ອະຣິຍະສາວົກນັ້ນຄັນພິຈາຣະນາເຫັນດັ່ງນີ້ແລ້ວ ຍ່ອມລະມິດສາສັງກັບປະ ຍ່ອມປົງບາບຈາກມິດສາສັງກັບປະ.

 ຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ວິບາກແຫ່ງມິດສາວາຈາເປັນສິ່ງທີ່ຊົ່ວຊ້າທັງໃນປັດຈຸບັນ ທັງໃນສັມປະຣາຍະພົບ ອະຣິຍະສາວົກນັ້ນຄັນພິຈາຣະນາເຫັນດັ່ງນີ້ແລ້ວ ຍ່ອມລະມິດສາວາຈາ ຍ່ອມປົງບາບຈາກມິດສາວາຈາ.

 ຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ວິບາກແຫ່ງມິດສາກັມມັນຕະເປັນສິ່ງທີ່ຊົ່ວຊ້າທັງໃນປັດຈຸບັນ ທັງໃນສັມປະຣາຍະພົບ ອະຣິຍະສາວົກນັ້ນຄັນພິຈາຣະນາເຫັນດັ່ງນີ້ແລ້ວ ຍ່ອມລະມິດສາກັມມັນຕະ ຍ່ອມປົງບາບຈາກມິດສາກັມມັນຕະ.

 ຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ວິບາກແຫ່ງມິດສາອາຊີວະເປັນສິ່ງທີ່ຊົ່ວຊ້າທັງໃນປັດຈຸບັນ ທັງໃນສັມປະຣາຍະພົບ ອະຣິຍະສາວົກນັ້ນຄັນພິຈາຣະນາເຫັນດັ່ງນີ້ແລ້ວ ຍ່ອມລະມິດສາອາຊີວະ ຍ່ອມປົງບາບຈາກມິດສາອາຊີວະ.

 ຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ວິບາກແຫ່ງມິດສາວາຍາມະເປັນສິ່ງທີ່ຊົ່ວຊ້າທັງໃນປັດຈຸບັນ ທັງໃນສັມປະຣາຍະພົບ ອະຣິຍະສາວົກນັ້ນຄັນພິຈາຣະນາເຫັນດັ່ງນີ້ແລ້ວ ຍ່ອມລະມິດສາວາຍາມະ ຍ່ອມປົງບາບຈາກມິດສາວາຍາມະ.

 ຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ວິບາກແຫ່ງມິດສາສະຕິເປັນສິ່ງທີ່ຊົ່ວຊ້າທັງໃນປັດຈຸບັນ ທັງໃນສັມປະຣາຍະພົບອະຣິຍະສາວົກນັ້ນຄັນພິຈາຣະນາເຫັນດັ່ງນີ້ແລ້ວ ຍ່ອມລະມິຈສາສະຕິ ຍ່ອມປົງບາບຈາກມິຈສາສະຕິ.

 ຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ວິບາກແຫ່ງມິດສາສະມາທິເປັນສິ່ງທີ່ຊົ່ວຊ້າທັງໃນປັດຈຸບັນ ທັງໃນສັມປະຣາຍະພົບ ອະຣິຍະສາວົກນັ້ນຄັນພິຈາຣະນາເຫັນດັ່ງນີ້ແລ້ວ ຍ່ອມລະມິຈສາສະມາທິ ຍ່ອມປົງບາບຈາກມິດສາສະມາທິ.

 ຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ວິບາກແຫ່ງມິດສາຍານະເປັນສິ່ງທີ່ຊົ່ວຊ້າທັງໃນປັດຈຸບັນ ທັງໃນສັມປະຣາຍະພົບ ອະຣິຍະສາວົກນັ້ນຄັນພິຈາຣະນາເຫັນດັ່ງນີ້ແລ້ວ ຍ່ອມລະມິດສາຍານະ ຍ່ອມປົງບາບຈາກມິດສາຍານະ.

 ຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ວິບາກແຫ່ງມິດສາວິມຸດຕິເປັນສິ່ງທີ່ຊົ່ວຊ້າທັງໃນປັດຈຸບັນ ທັງໃນສັມປະຣາຍະພົບ ອະຣິຍະສາວົກນັ້ນຄັນພິຈາຣະນາເຫັນດັ່ງນີ້ແລ້ວ ຍ່ອມລະມິຈສາວິມຸດຕິ ຍ່ອມປົງບາບຈາກມິດສາວິມຸດຕິ.

 ດູຣາພຣາມ ! ພິທີປົງບາບໃນອະຣິຍະວິໄນຍ່ອມມີດ້ວຍປະການຢ່າງນີ້ແລ.

 ຊານຸສະໂສນີພຣາມກຣາບທູນວ່າ ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ພິທີປົງບາບຂອງພຣາມທັງຫລາຍຍ່ອມມີດ້ວຍປະການອື່ນ ສ່ວນພິທີປົງບາບໃນອະຣິຍະວິໄນຍ່ອມມີໂດຍປະການຢ່າງອື່ນ.

 ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ກໍພິທີປົງບາບຂອງພຣາມທັງຫລາຍຍ່ອມບໍ່ເຖິງສ້ຽວທີ 16 ຂອງພິທີປົງບາບໃນອະຣິຍະວິໄນນີ້.

 ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ພາສິດຂອງພຣະອົງຄ໌ແຈ່ມແຈ້ງຫລາຍ,

  ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ພາສິດຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ພຣະອົງຄ໌ຊົງປະກາດທັມໂດຍອະເນກປະຣິຍາຍ ເໝືອນການຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລື ສ່ອງປະທີບໄວ້ໃນທີ່ມືດ ດ້ວຍຕັ້ງໃຈວ່າ ຄົນມີຈັກຂຸຈັກເຫັນຮູບດັ່ງນີ້.

 ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຂ້ານ້ອຍຂໍເຖິງພຣະຜູ້ມີພຣະພາກເຈົ້າ ພຣະທັມ ແລະ ພຣະສົງຄ໌ວ່າເປັນສະຣະນະ ຂໍພຣະໂຄດົມຜູ້ຈະເຣີນໂປດຊົງຈຳຂ້ານ້ອຍໄວ້ວ່າ ເປັນອຸປາສົກ ຜູ້ເຖິງສະຣະນະຕະຫລອດຊີວິດ ຕັ້ງແຕ່ວັນນີ້ເປັນຕົ້ນໄປ.

 ................................................

ພຣະໄຕປິດົກສະບັບຫລວງ ພາສາໄທ ໒໔/໒໐໔-໒໐໖/໑໑໙

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ