ໃຜຈະຮູ້ຄວາມຕາຍທີ່ຈະມາໃນວັນໜ້າ

ບຸກຄົນບໍ່ຄວນຄຳນຶງເຖິງສິ່ງທີ່ລ່ວງໄປແລ້ວ 

ບໍ່ຄວນມຸ້ງຫວັງເຖິງສິ່ງທີ່ຍັງມາບໍ່ເຖິງ

ສິ່ງທີ່ເປັນອະດີດກໍຈາກໄປແລ້ວ 

ສິ່ງທີ່ເປັນອະນາຄົດກໍຍັງບໍ່ມາເຖິງ

ກໍບຸກຄົນໃດເຫັນແຈ້ງທັມໃນປັດຈຸບັນ 

ບໍ່ງອນແງນຄອນແຄນໃນທັມນັ້ນໆ

ບຸກຄົນນັ້ນຄວນຈະເຣີນທັມນັ້ນໃຫ້ແຈ່ມແຈ້ງ

 ຄວນທຳຄວາມພຽນເສຍໃນວັນນີ້ແຫລະ

ໃຜຈະຮູ້ຄວາມຕາຍທີ່ຈະມາໃນວັນໜ້າ

ເພາະການຜັດຜ່ອນກັບມັດຈຸຣາດຜູ້ມີເສນາໃຫຍ່ນັ້ນ

ຍ່ອມບໍ່ມີແກ່ເຮົາທັງຫລາຍ

ມຸນີຜູ້ສະຫງົບຍ່ອມກວ່າບຸກຄົນຜູ້ມີປົກກະຕິຢູ່ດ້ວຍຄວາມພຽນ

ບໍ່ກຽດຄ້ານທັງກາງເວັນ ແລະ ກາງຄືນນັ້ນແລວ່າ

ຜູ້ມີຣາຕຣີໜຶ່ງຈະເຣີນ.

.................................................................

- ມັຊຊິມະນິກາຍ ອຸປະຣິປັນນາສກ໌ ໑໔/໒໖໕/໕໒໗.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ