ຜູ້ຍາມປະຕູ(ສະຕິ)

ເບິ່ງກ່ອນພິກຂຸ!

 ເໝືອນຢ່າງວ່າ ເມືອງຊາຍແດນຂອງພຣະຣາຊາເປັນເມືອງທີ່ຫມັ້ນຄົງ ມີກຳແພງ ແລະ ເຊີງເທີນ ມີປະຕູ 6 ປະຕູ ນາຍປະຕູເມືອງນັ້ນເປັນຄົນສະຫລາດ ສຽບແຫຼມ ມີປັນຍາຄອຍຫ້າມຄົົນທີ່ຕົນບໍ່ຮູ້ຈັກ ອະນຸຍາດໃຫ້ຄົົນທີ່ຕົນຮູ້ຈັກເຂົ້າໄປໃນເມືອງນັ້ນ

 ຣາຊະທູດຄູ່ໜຶ່ງມີຣາຊະການດ່ວນມາແຕ່ທິດຕະເວັນອອກ ຈຶ່ງຖາມນາຍປະຕູນັ້ນວ່າ ແນ່ະບຸຣຸດຜູ້ຈະເລີນ ເຈົ້າເມືອງນີ້ຢູ່ທີ່ໃດ ນາຍປະຕູນັ້ນຕອບວ່າ ແນ່ະທ່ານຜູ້ຈະເລີນ ນັ້ນເຈົ້າເມືອງນັ່ງຢູ່ນະ ທາງສາມແຍກກາງເມືອງ ທີ່ນັ້ນແລ ຣາຊະທູດຄູ່ນັ້ນມອບຖ້ອຍຄຳຕາມຄວາມເປັນຈິງແກ່ເຈົ້າເມືອງແລ້ວ ຈຶ່ງດຳເນີນກັບໄປຕາມທາງທີ່ມາແລ້ວ

 ຣາຊະທູດຄູ່ໜຶ່ງມີຣາຊະການດ່ວນມາແຕ່ທິດຕະເວັນຕົກ... ຣາຊະທູດຄູ່ໜຶ່ງມີຣາຊະການດ່ວນມາແຕ່ທິດເໜືອ... ຣາຊະທູດຄູ່ໜຶ່ງມີຣາຊະການດ່ວນມາແຕ່ທິດໃຕ້ ແລ້ວຖາມນາຍປະຕູນັ້ນຢ່າງນີ້ວ່າ ແນ່ະບຸຣຸດຜູ້ຈະເລີນ ເຈົ້າເມືອງນີ້ຢູ່ທີ່ໃດ ນາຍປະຕູນັ້ນຈຶ່ງຕອບວ່າ ແນ່ະທ່ານຜູ້ຈະເລີນ ນັ້ນເຈົ້າເມືອງນັ່ງຢູ່ນະ ທາງສາມແຍກກາງເມືອງ ທີນັ້ນແລ ຣາຊະທູດຄູ່ໜຶ່ງນັ້ນມອບຖ້ອຍຄຳຕາມຄວາມເປັນຈິງແກ່ເຈົ້າເມືອງແລ້ວ ຈຶ່ງດຳເນີນກັບໄປທາງຕາມທີ່ມາແລ້ວ

ດູກ່ອນພິກຂຸ ອຸບປະມານີ້ແລ ເຮົາກະທຳແລ້ວເພື່ອຈະໃຫ້ເນື້ອຄວາມແຈ່ມແຈ້ງ ກໍໃນອຸບປະມານັ້ນມີເນື້ອຄວາມດັ່ງຕໍ່ໄປນີ້

* ຄຳວ່າເມືອງ ເປັນຊື່ຂອງກາຍນີ້ທີ່ປະກອບດ້ວຍມະຫາພູຕະຮູບ 4 ຊຶ່ງມີແມ່ ແລະ ພໍ່ເປັນແດນເກີດ ຈະເລີນຂຶ້ນດ້ວຍເຂົ້າສຸກ ແລະ ຂະໜົມສົດ ມີອັນຕ້ອງອົບ ຕ້ອງນວດຟັ້ນເປັນນິດ ມີອັນທຳລາຍ ແລະ ກະຈັດກະຈາຍເປັນທຳມະດາ

* ຄຳວ່າປະຕູ 6 ປະຕູ ເປັນຊື່ຂອງອາຍຕະນະພາຍໃນ 6 ຄຳວ່ານາຍປະຕູເປັນຊື່ຂອງ 'ສະຕິ'

* ຄຳວ່າຣາຊະທູດຄູ່ໜຶ່ງມີຣາຊະການດ່ວນ ເປັນຊື່ຂອງ 'ສະມະຖະ ແລະ ວິປັດສະນາ'

* ຄຳວ່າເຈົ້າເມືອງ ເປັນຊື່ຂອງ 'ວິນຍານ'

* ຄຳວ່າທາງສາມແຍກກາງເມືອງ ເປັນຊື່ຂອງ 'ມະຫາພູຕະຮູບ 4 ຄື ທາດດິນ(ປະຖະວີທາດ), ທາດນ້ຳ(ອາໂປທາດ), ທາດໄຟ(ເຕໂຊທາດ) ທາດລົມ(ວາໂຍທາດ)'

* ຄຳວ່າຖ້ອຍຄຳຕາມຄວາມເປັນຈິງ ເປັນຊື່ຂອງ

 “ນິບພານ“

* ຄຳວ່າທາງຕາມທີ່ມາແລ້ວ ເປັນຊື່ຂອງ 'ອະຣິຍະມັກມີອົງ 8 ຄື: ສັມມາທິດຖິ, ສັມມາສັງກັປປະ, ສັມມາວາຈາ, ສັມມາກັມມັນຕະ, ສັມມາອາຊີວະ, ສັມມາວາຍາມະ, ສັມມາສະຕິ, ສັມມາສະມາທິ.'

---------------------------------------

ພຣະໄຕຣປິດົກ ສະບັບຫຼວງ (ພາສາໄທ) ເຫລັ້ມທີ່ ໑໘ ຫນ້າທີ່ ໒໐໘

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ