ທີ່ຕັ້ງຢູ່ຂອງວິນຍານ (ນັຍທີ ໑)

ອານົນທ໌ ! ວິນຍານຖິຕິ (ທີ່ຕັ້ງຢູ່ຂອງວິນຍານ) 7 ເຫຼົ່ານີ້ ແລະ ອາຍະຕະນະ 2 ມີຢູ່. 

ວິນຍານຖິຕິ 7 ເຫຼົ່າໃດໜໍ ? 

ວິນຍານຖິຕິ 7 ຄື : 

 ອານົນທ໌ ! ສັດຕະທັງຫຼາຍ (ສັດຕະ) ມີກາຍຕ່າງກັນ ມີສັນຍາຕ່າງກັນ ມີຢູ່ໄດ້ແກ່ ມະນຸດທັງຫຼາຍ ເທວະດາບາງພວກ ແລະ ວິນິບາດບາງພວກ ນີ້ຄື : ວິນຍານຖິຕິ ທີ 1. 

 ອານົນທ໌ ! ສັດຕະທັງຫຼາຍ ທີ່ມີກາຍຕ່າງກັນ ມີສັນຍາຢ່າງດຽວກັນມີຢູ່ ໄດ້ແກ່ ພວກເທວະດາຜູ້ນັບເນື່ອງໃນໝູ່ພຣົມທີ່ ບັງເກີດໂດຍປະຖົມພູມ ໑ (ປະຖະມານິບພັຕຕາ) ນີ້ຄື ວິນຍານຖິຕິ ທີ 2.

 ອານົນທ໌ ! ສັດຕະທັງຫຼາຍ ມີກາຍຢ່າງດຽວກັນ ມີສັນຍາ ຕ່າງກັນ ມີຢູ່ ໄດ້ແກ່ ພວກເທບອາພັດສະຣະ ນີ້ຄື ວິນຍານຖິຕິ ທີ 3. 

 ອານົນທ໌ ! ສັດຕະທັງຫຼາຍ ມີກາຍຢ່າງດຽວກັນ ມີສັນຍາ ຢ່າງດຽວກັນ ມີຢູ່ ໄດ້ແກ່ ພວກເທບສຸພະກິນຫະ ນີ້ຄື ວິນຍານຖິຕິ ທີ 4.     

 ອານົນທ໌ ! ສັດຕະທັງຫຼາຍ ເພາະກ້າວຜ່ານເສຍໄດ້ ເຊິ່ງ ຮູບສັນຍາ 1  ໂດຍປະການທັງປວງ ເພາະຄວາມດັບໄປແຫ່ງ ປະຕິຄະສັນຍາ 2 ເພາະບໍ່ໃສ່ໃຈນານັຕຕະສັນຍາ 3 ຈຶ່ງເຂົ້າເຖິງ ອາກາສານັນຈາຢະຕະນະ ມີການຝຶກໃນໃຈວ່າ “ອາກາດບໍ່ມີ ທີ່ສຸດ” ດັ່ງນີ້ ມີຢູ່ ນີ້ຄື ວິນຍານຖິຕິ ທີ 5.     

 ອານົນທ໌ ! ສັດຕະທັງຫຼາຍ ເພາະກ້າວຜ່ານເສຍໄດ້ ເຊິ່ງ ອາກາສານັນຈາຢະຕະນະໂດຍປະການທັງປວງ ຈຶ່ງເຂົ້າເຖິງ ວິນຍານັນຈາຢະຕະນະ ມີການຝຶກໃນໃຈວ່າ “ວິນຍານບໍ່ມີທີ່ສຸດ” ດັ່ງນີ້ ມີຢູ່ ນີ້ຄື ວິນຍານຖິຕິ ທີ 6.      

 ອານົນທ໌ ! ສັດຕະທັງຫຼາຍ ເພາະຄວາມກ້າວຜ່ານເສຍໄດ້ ເຊິ່ງວິນຍານັນຈາຢະຕະນະໂດຍປະການທັງປວງ ຈຶ່ງເຂົ້າເຖິງ ອາກິນຈັນຍາຢະຕະນະ ມີການຝຶກໃນໃຈວ່າ “ອັນໃດໆ ບໍ່ມີ” ດັ່ງນີ້ ມີຢູ່ ນີ້ຄື ວິນຍານຖິຕິ ທີ 7.

 ສ່ວນອາຢະຕະນະ 2 ນັ້ນຄື:

- ອະສັນຍີສັດຕາຢະຕະນະທີ 1 

- ເນວະສັນຍານາສັນຍາຢະຕະນະທີ 2

 ອານົນທ໌ ! ໃນບັນດາວິນຍານຖິຕິ 7 ແລະ ອາຍະຕະນະ 2 (ລວມເປັນ 9) ນັ້ນ ວິນຍານຖິຕິ ທີ 1 ອັນໃດ ມີຢູ່ ຄື ສັດຕະ ທັງຫຼາຍ ມີກາຍຕ່າງກັນ ມີສັນຍາຕ່າງກັນ ໄດ້ແກ່ ມະນຸດ ທັງຫຼາຍ ເທວະດາບາງພວກ ແລະ ວິນິບາດບາງພວກ.   

  ອານົນທ໌ ! ຜູ້ໃດຮູ້ແຈ້ງວິນຍານຖິຕິ ທີ 1 ນັ້ນ ຮູ້ແຈ້ງ ການເກີດ (ສະມຸໄທ) ແຫ່ງສິ່ງນັ້ນ ຮູ້ແຈ້ງຄວາມດັບ (ອັດຖັງຄະມະ) ແຫ່ງສິ່ງນັ້ນ ຮູ້ແຈ້ງສະເໜ່ຍົວະຍວນ (ອັດສາທະ) ແຫ່ງສິ່ງນັ້ນ ຮູ້ແຈ້ງໂທດຕໍ່າຊາມ (ອາທີນະວະ) ແຫ່ງສິ່ງນັ້ນ ແລະ ຮູ້ແຈ້ງ ອຸບາຍເປັນເຄື່ອງອອກໄປພົ້ນ (ນິດສະຣະນະ) ແຫ່ງສິ່ງນັ້ນ ດັ່ງນີ້ແລ້ວ ຄວນ ຫຼື ໜໍທີ່ຜູ້ນັ້ນຈະເພີດເພີນຍິ່ງເຊິ່ງວິນຍານຖິຕິ ທີ 1 ນັ້ນ ? 

 ຂໍ້ນັ້ນ ເປັນໄປບໍ່ໄດ້ ຂ້ານ້ອຍ ! 

 ອານົນທ໌ ! ໃນບັນດາວິນຍານຖິຕິ 7 ແລະ ອາຍະຕະນະ 2 (ລວມເປັນ 9) ນັ້ນ ເນວະສັນຍານາສັນຍາຢະຕະນະ (ຄວາມໝາຍຮູ້ ວ່າມີກໍບໍ່ແມ່ນ ບໍ່ມີກໍບໍ່ແມ່ນ) ອັນໃດ ມີຢູ່. 

 ອານົນທ໌ ! ຜູ້ໃດຮູ້ແຈ້ງເນວະສັນຍານາສັນຍາຢະຕະນະ ນັ້ນ ຮູ້ແຈ້ງການເກີດແຫ່ງສິ່ງນັ້ນ ຮູ້ແຈ້ງການດັບແຫ່ງສິ່ງນັ້ນ ຮູ້ແຈ້ງສະເໜ່ຍົວະຍວນແຫ່ງສິ່ງນັ້ນ ຮູ້ໂທດອັນຕໍ່າຊາມແຫ່ງ ສິ່ງນັ້ນ ແລະ ຮູ້ແຈ້ງອບຸາຍເປັນເຄື່ອງອອກແຫ່ງສິ່ງນັ້ນ ດັ່ງນີ້ ແລ້ວ ຄວນ ຫຼື ໜໍ ທີ່ຜູ້ນັ້ນຈະເພີດເພີນຍິ່ງເຊິ່ງເນວະສັນຍານາສັນຍາຢະຕະນະນັ້ນ ? 

 ຂໍ້ນັ້ນ ເປັນໄປບໍ່ໄດ້ຂ້ານ້ອຍ !  

 ອານົນທ໌ ! ເມື່ອໃດແລ ພິກຂຸຮຸູ້ແຈ້ງຕາມຄວາມເປັນຈິງ ຊຶ່ງການເກີດ ການດັບ ສະເໜ່ຍົວະຍວນ ໂທດອັັນຕໍ່າຊາມ ແລະ ອຸບາຍເປັນເຄື່ອງອອກແຫ່ງວິນຍານຖິຕິ 7 ເຫຼົ່ານີ້ ແລະ ແຫ່ງອາຍະຕະນະ 2 ເຫຼົ່ານີ້ດ້ວຍແລ້ວ ເປັນຜູ້ຫຼຸດພົ້ນເພາະ ຄວາມບໍ່ຢຶດໝັ້ນ. 

  ອານົນທ໌ ! ພິກຂຸນີ້ເຮົາກ່າວວ່າ ຜູ້ເປັນປັນຍາວິມຸດຕິ.

...................................................................................

- ບາລີ ມຫາ. ທີ. ໑໐/໘໑-໘໓/໖໕.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ