ຄົນພານກ່າວຄຳຫຍາບດ້ວຍວາຈາຍ່ອມສຳຄັນວ່າຊະນະແລ້ວ

ແຕ່ຄວາມອົດກັ້ນໄດ້ເປັນຄວາມຊະນະຂອງບັນດິດຜູ້ຮູ້ແຈ້ງຢູ່

ຜູ້ໃດໂກດຕອບບຸກຄົນຜູ້ໂກດແລ້ວ ຜູ້ນັ້ນເປັນຜູ້ຊົ່ວກວ່າບຸກຄົນຜູ້ໂກດແລ້ວ ເພາະການໂກດຕອບນັ້ນ.

ບຸກຄົນໃດບໍ່ໂກດຕອບບຸກຄົນຜູ້ໂກດແລ້ວ

ຊື່ວ່າຍ່ອມຊະນະສົງຄາມທີ່ບຸກຄົນຊະນະໄດ້ຍາກ.

ຜູ້ໃດຮູ້ຢູ່ວ່າຜູ້ອື່ນໂກດແລ້ວ ເປັນຜູ້ມີສະຕິ ສະຫງົບເສຍໄດ້

ຜູ້ນັ້ນຊື່ວ່າຍ່ອມປະພຶດປະໂຫຍດແກ່ທັງສອງຝ່າຍ ຄືຂອງຕົນ ແລະ ຂອງບຸກຄົນອື່ນ ເມື່ອຜູ້ນັ້ນຮັກສາປະໂຫຍດທັງສອງຝ່າຍຄືຂອງຕົນ ແລະ ຂອງບຸກຄົນອື່ນ

ຊົນທັງຫລາຍຜູ້ບໍ່ສະຫລາດໃນທັມ

ຍ່ອມສຳຄັນບຸກຄົນນັ້ນວ່າ ເປັນຄົນໂງ່ເຂົາ ດັ່ງນີ້.

...................................................................

 ສັງຍຸຕຕະນິກາຍ ສະຄາຖະວັຄ ໑໕/໑໙໘/໖໓໖

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ