ເຕົ່າຕາບອດ

ດູລາພິກຂຸທັງຫຼາຍ ! ຖ້າສົມມຸດວ່າແຜ່ນດິນ ອັນໃຫຍ່ຫຼວງນີ້ ມີນໍ້າຖ້ວມເຖິງເປັນອັນດຽວກັນທັງໝົດ ມີບຸຣຸດຄົນໜຶ່ງຖີ້ມກະເບາະໄມ້ໄຜ່ ເຊິ່ງມີຮູເຈາະໄດ້ພຽງຮູດຽວ ລົງໄປໃນນໍ້ານັ້ນ ລົມຕາເວັນອອກ ພັດໃຫ້ລອຍໄປທາງທິດຕາເວັນຕົກ ລົມຕາວັນຕົກ ພັດໃຫ້ລອຍໄປທາງທິດຕາເວັນອອກ ລົມທິດເໜືອ ພັດໃຫ້ລອຍໄປທາງທິດໃຕ້ ລົມທິດໃຕ້ ພັດໃຫ້ລອຍໄປທາງທິດເໜືອ ຢູ່ດັ່ງນີ້ ໃນນໍ້ານັ້ນ 

'ມີເຕົ່າໂຕໜຶ່ງຕາບອດ ຜ່ານໄປ ຮ້ອຍປີໆ ມັນຈະຜຸດຂື້ນມາເທື່ອໜຶ່ງໆ.'

  ດູລາພິກຂຸທັງຫຼາຍ ! ທ່ານທັງຫຼາຍຈະສຳຄັນຂໍ້ຄວາມນີ້ວ່າແນວໃດ ຈະເປັນໄປໄດ້ບໍ່ ທີ່ເຕົ່າຕາບອດຮ້ອຍປີຈຶ່ງຈະຜຸດຂື້ນມາເທື່ອໜຶ່ງ ຈະເພິ່ງຍື່ນຄໍເຂົ້າໄປໃນຮູເຊິ່ງມີຢູ່ພຽງຮູດຽວໃນໄມ້ນັ້ນ ?

  ຂໍ້ນັ້ນເປັນໄປໄດ້ຍາກ ຂ້ານ້ອຍ ! ທີ່ເຕົ່າຕາບອດນັ້ນຮ້ອຍປີ ຜຸດຂື້ນພຽງຄັ້ງດຽວເທົ່ານັ້ນ ຈະເພິ່ງຍື່ນຄໍເຂົ້າໄປໃນຮູເຊິ່ງມີຢູ່ພຽງຮູດຽວໃນໄມ້ນັ້ນ.

 ດູລາພິກຂຸທັງຫຼາຍ ! ເປັນໄປໄດ້ຍາກເຊັ່ນດຽວກັນ ທີ່ໃຜໆ ຈະໄດ້ເກີດມາເປັນມະນຸດ ເປັນໄປໄດ້ຍາກເຊັ່ນດຽວກັນທີ່ຕະຖາຄົດອະຣະຫັນຕະສັມມາສັມພຸດທະ ຈະເກີດຂື້ນໃນໂລກ ເປັນໄປໄດ້ຍາກເຊັ່ນດຽວກັນ ທີ່ທັມວິນັຍອັນຕະຖາຄົດ ປະກາດແລ້ວຈະຮຸ່ງເຮືອງໄປທົ່ວໂລກ.

  ດູລາພິກຂຸທັງຫຼາຍ ! ແຕ່ວ່າ ບັດນີ້ ຄວາມເປັນມະນຸດກໍໄດ້ແລ້ວ ຕະຖາຄົດຜູ້ອະຣະຫັນຕະສັມມາສັມພຸດທະ ກໍບັງເກີດຂື້ນໃນໂລກແລ້ວ ແລະ ທັມວິໄນ ອັນຕະຖາຄົດ ປະກາດແລ້ວກໍຮຸ່ງເຮືອງໄປທົ່ວໂລກແລ້ວ.

 ດູລາພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນກໍລະນີນີ້ ພວກທ່ານ ຈົ່ງກະທໍາໂຍຄະກຳ(ການເຮັດຢ່າງເປັນລະບົບ) ເພື່ອໃຫ້ຮູ້ວ່າ:

  ນີ້ ທຸກ

  ນີ້ ເຫດໃຫ້ເກີດທຸກ

  ນີ້ ຄວາມດັບແຫ່ງທຸກ

  ນີ້ ຫົນທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກ ດັ່ງນີ້ເຖີດ.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ