ເວນທັງຫລາຍບໍ່ເຄີຍດັບຫາຍໄປດ້ວຍການຈ່ອງເວນເລີຍ ແຕ່ດັບໄດ້ດ້ວຍການບໍ່ຈ່ອງເວນ

ພິກຂຸທັງຫລາຍ ! ຄົນພວກອື່ນຈະກ່າວຕຳນິເຮົາ ຕຳນິພຣະທັມ ຕຳນິພຣະສົງກໍຕາມ ທ່ານທັງຫລາຍບໍ່ຄວນອາຄາດ ບໍ່ຄວນໂທມະນັດນ້ອຍໃຈ ບໍ່ຄວນແຄ້ນເຄືອງໃຈໃນຄົນເຫລົ່ານັ້ນ; ຖ້າທ່ານທັງຫລາຍແຄ້ນເຄືອງ ຫລື ມີໂທມະນັດສະນ້ອຍໃຈໃນຄົນເຫລົ່ານັ້ນ ອັນຕະລາຍຈະມີແກ່ທ່ານທັງຫລາຍເພາະເຫດນັ້ນໄດ້

ກໍຄົນເຫລົ່າໃດຈ່ອງເວນໄວ້ວ່າ ຄົນນັ້ນດ່າເຮົາ ຕີເຮົາ ຊະນະເຮົາ ໄດ້ລັກສິ່ງຂອງຂອງເຮົາໄປ ເວນຂອງຄົນນັ້ນຍ່ອມບໍ່ສະຫງົບ; ສ່ວນຄົນເຫລົ່າໃດບໍ່ຈ່ອງເວນໄວ້ວ່າ ຄົນນັ້ນດ່າເຮົາ ຕີເຮົາ ຊະນະເຮົາ ໄດ້ລັກສິ່ງຂອງ ຂອງເຮົາໄປ ເວນຂອງຄົນນັ້ນຍ່ອມສະຫງົບລົງ.   

ໃນຍຸກໃດກໍຕາມ ເວນທັງຫລາຍບໍ່ເຄີຍດັບຫາຍໄປດ້ວຍການຈ່ອງເວນເລີຍ ແຕ່ດັບໄດ້ດ້ວຍການບໍ່ຈ່ອງເວນ ທັມນີ້ເປັນຂອງເກົ່າ.

.............................................................................................................

(ສູຕຕັນຕະປິດົກ ທີຄະນິກາຍ ສີລຂັນທະວັກ ໙/໒-໓/໑). ວິນັຍປິດົກ ມະຫາວັກ. ພາສາໄທ ສະບັບຫລວງ ເຫລັ້ມທີ ໕/໒໖໓/໒໔໗

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ