ຕັນຫາ

ຕັນຫານີ້ແລ ອັນເປັນໄປເພື່ອຄວາມເກີດອີກ ປະກອບດ້ວຍຄວາມກຳນັດດ້ວຍອຳນາດແຫ່ງຄວາມເພີນ ເພີດເພີນຢ່າງຍິ່ງໃນອາຣົມນັ້ນໆ ຄື ກາມຕັນຫາ ພະວະຕັນຫາ ວິພະວະຕັນຫາ.

 ພິກຂຸທັງຫລາຍ ! ກໍຕັນຫານີ້ນັ້ນ ເມື່ອຈະເກີດຍ່ອມເກີດໃນທີ່ໃດ? ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ໃດ? ທີ່ໃດເປັນທີ່ຮັກເປັນທີ່ຈະເຣີນໃຈໃນໂລກ ຕັນຫານັ້ນ ເມື່ອຈະເກີດຍ່ອມເກີດໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້.

ອັນໃດເປັນທີ່ຮັກທີ່ຈະເຣີນໃຈໃນໂລກ?

👁️ຕາ, 👂ຫູ, 👃ດັງ, 👅ລີ້ນ, 🧠ກາຍ, 🧡ໃຈ, ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້.

👁️ຮູບ, 👂ສຽງ, 👃ກິ່ນ, 👅ຣົດ, 🧠ໂຜດຖັບພະ, 🧡ທຳມາຣົມ, ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດຂຶ້ນໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້.

👁️ຈັກຂຸວິນຍານ, 👂ໂສຕະວິນຍານ, 👃ຄານະວິນຍານ, 👅ຊິວຫາວິນຍານ, 🧠ກາຍວິນຍານ, 🧡ມະໂນວິນຍານ, ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດຂຶ້ນໃນທີ່ນີ້  ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້.

👁️ຈັກຂຸສຳຜັດ, 👂ໂສຕະສັມຜັດ, 👃ຄານະສຳຜັດ, 👅ຊິວຫາສຳຜັດ, 🧠ກາຍສຳຜັດ, 🧡ມະໂນສຳຜັດ, ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດຂຶ້ນໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້.

👁️ຈັກຂຸສຳຜັດສະຊາເວທະນາ, 👂ໂສຕະສຳຜັດສະຊາເວທະນາ, 👃ຄານະສຳຜັດສະຊາເວທະນາ, 👅ຊິວຫາສຳຜັດສະຊາເວທະນາ, 🧠ກາຍສຳຜັດສະຊາເວທະນາ, 🧡ມະໂນສຳຜັດສະຊາເວທະນາ, ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດຂຶ້ນໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້.

👁️ຮູບປະສັນຍາ, 👂ສັດທະສັນຍາ, 👃ຄັນທະສັນຍາ, 👅ຣະສະສັນຍາ, 🧠ໂຜດຖັບພະສັນຍາ, 🧡ທຳມະສັນຍາ, ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດຂຶ້ນໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້.

👁️ຮູບປະສັນເຈຕະນາ, 👂ສັດທະສັນເຈຕະນາ, 👃ຄັນທະສັນເຈຕະນາ, 👅ຣະສະສັນເຈຕະນາ, 🧠ໂຜດຖັບພະສັນເຈຕະນາ, 🧡ທຳມະສັນເຈຕະນາ, ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດຂຶ້ນໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້.

👁️ຮູບຕັນຫາ, 👂ສັດທະຕັນຫາ, 👃ຄັນທະຕັນຫາ, 👅ຣະສະຕັນຫາ, 🧠ໂຜດຖັບພະຕັນຫາ, 🧡ທຳມະຕັນຫາ ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດຂຶ້ນໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້.

👁️ຮູບປະວິຕົກ, 👂ສັດທະວິຕົກ, 👃ຄັນທະວິຕົກ, 👅ຣະສະວິຕົກ, 🧠ໂຜດຖັບພະວິຕົກ, 🧡ທຳມະວິຕົກ, ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດຂຶ້ນໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້.

👁️ຮູບປະວິຈານ, 👂ສັດທະວິຈານ, 👃ຄັນທະວິຈານ, 👅ຣະສະວິຈານ, 🧠ໂຜດຖັບພະວິຈານ, 🧡ທຳມະວິຈານ, ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ ຕັນຫາເມື່ອຈະເກີດຍ່ອມເກີດຂຶ້ນໃນທີ່ນີ້ ເມື່ອຈະຕັ້ງຢູ່ຍ່ອມຕັ້ງຢູ່ໃນທີ່ນີ້. 

  ພິກຂຸທັງຫລາຍ ! ອັນນີ້ເອີ້ນວ່າ ທຸກຂະສະມຸໄທອະຣິຍະສັດຈະ.

.....................................................................................................

 ສູຕຕັນຕະປິດົກ ທີຄະນິກາຍ ມະຫາວັກ ໜ້າທີ ໒໒໙-໒໓໐ ຂໍ້ທີ ໒໙໖-໒໙໗

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ