ນະຣົກທີ່ຮ້າຍແຮງຂອງມະນຸດ

ພິກຂຸທັງຫຼາຍ ! ນະຣົກຊື່ວ່າ ມະຫາປະຣິລາຫະ ມີຢູ່
  ໃນນະຣົກນັ້ນ ບກຸຄົນຍັງເຫັນຮບູຢ່າງໃດຢ່າງໜຶ່ງໄດ້ ດ້ວຍຈັກຂຸ (👁️ ຕາ)
 ແຕ່ໄດ້ເຫັນ ຮູບ ທີ່ບໍ່ໜ້າປາຖນາຢ່າງດຽວ ບໍ່ເຫັນ ຮູບ ທີ່ໜ້າປາຖນາເລີຍ;
  ເຫັນຮູບທີ່ບໍ່ໜ້າຮັກໃຄ່ຢ່າງດຽວ ບໍ່ເຫັນ ຮູບ ທີ່ໜ້າຮັກໃຄ່ເລີຍ
  ເຫັນ ຮູບ ທີ່ບໍ່ໜ້າພໍໃຈຢ່າງດຽວ ບໍ່ເຫັນຮູບທີ່ໜ້າພໍໃຈເລີຍ
  ໃນນະຣົກນັ້ນ ບກຸຄົນຍັງຟັງສຽງຢ່າງໃດຢ່າງໜຶ່ງໄດ້ ດ້ວຍໂສຕະ (👂 ຫູ)....
  ໃນນະຣົກນັ້ນ ບກຸ ຄົນຍັງດົມກິ່ນຢ່າງໃດຢ່າງໜຶ່ງໄດ້ ດ້ວຍຄານະ (👃 ດັງ)....
  ໃນນະຣົກນັ້ນ ບກຸຄົນຍັງຊີມຣົດຢ່າງໃດຢ່າງໜຶ່ງໄດ້ ດ້ວຍຊິວຫາ (👅 ລີ້ນ)....
  ໃນນະຣົກນັ້ນ ບກຸຄົນຍັງຖືກຕ້ອງໂຜດຖັບພະຢ່າງໃດ ຢ່າງໜຶ່ງໄດ້ດ້ວຍ (🧠 ກາຍ)....
  ໃນນະຣົກນັ້ນ ບກຸຄົນຍັງຮູ້ສຶກທັມມາຣົມຢ່າງໃດຢ່າງ ໜຶ່ງໄດ້ດ້ວຍມະໂນ (🧡 ໃຈ) 
  ແຕ່ໄດ້ຮູ້ສຶກທັມມາຣົມທີ່ບໍ່ໜ້າປາຖນາຢ່າງດຽວ ບໍ່ໄດ້ ຮູ້ສຶກທັມມາຣົມທີ່ໜ້າປາຖະນາເລີຍ;
  ໄດ້ຮູ້ສຶກທັມມາຣົມທີ່ບໍ່ໜ້າຮັກໃຄ່ຢ່າງດຽວ ບໍ່ໄດ້ຮູ້ສຶກ ທັມມາຣົມທີ່ໜ້າຮັກໃຄ່ເລີຍ;
  ໄດ້ຮູ້ສຶກທັມມາຣົມທີ່ບໍ່ໜ້າພໍໃຈຢ່າງດຽວ ບໍ່ໄດ້ຮູ້ສຶກ ທັມມາຣົມທີ່ໜ້າພໍໃຈເລີຍ.
   ເມື່ອພຣະຜູ້ມີພຣະພາກເຈົ້າກວ່າຢ່າງນີ້ແລ້ວ ພິກຂຸອົງ ໜຶ່ງໄດ້ທູນຖາມ ພຣະຜູ້ມີພຣະພາກເຈົ້າວ່າ 
  “ ຂ້າແຕ່ພຣະອົງຜູ້ຈະເຣີນ! ຄວາມຮ້ອນນັ້ນໃຫຍ່ ຫຼວງໜໍ. 
 ຂ້າແຕ່ພຣະອົງຜູ້ຈະເຣີນ! ຄວາມຮ້ອນນັ້ນ ໃຫຍ່ຫຼວງແທ້ໜໍ.
 ຂ້າແຕ່ພຣະອົງຜູ້ຈະເຣີນ! ມີຢູ່ບໍຂະ ນ້ອຍຄວາມຮ້ອນອື່ນທີ່ໃຫຍ່ ຫຼວງກວ່າໜ້າຢ້ານກວ່າ ກວ່າຄວາມຮ້ອນນີ້”. 
  ພິກຂຸທັງຫາຍ ! ມີຢູ່ຄວາມຮ້ອນອື່ນ ທີ່ໃຫຍ່ຫຼວງກວ່າ ໜ້າຢ້ານກວ່າ ກວ່າຄວາມຮ້ອນນີ້. 
  “ ຂ້າແຕ່ພຣະອົງຜູ້ຈະເຣີນ ! ຄວາມຮ້ອນອື່ນທີ່ໃຫຍ່ ຫຼວງກວ່າໜ້າຢ້ານກວ່າກວ່າຄວາມຮ້ອນ ນີ້ເປັນຢ່າງ ໃດໜໍ ? ” 
  ພິກຂຸທັງຫຼາຍ ! ກໍສະມະນະ ຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ຍ່ອມບໍ່ຮູ້ແຈ່ມແຈ້ງຕາມຄວາມເປັນຈິງ
     ວ່າ “ທຸກຂ໌ ເປັນຢ່າງນີ້ໆ”;
     ວ່າ “ເຫດໃຫ້ເກີດແຫ່ງທກຸຂ໌ ເປັນຢ່າງນີ້ໆ”
     ວ່າ “ຄວາມດັບບໍ່ເຫຼືອແຫ່ງທກຸຂ໌ ເປັນຢ່າງນີ້ໆ”
     ວ່າ “ຂໍ້ປະຕິບັຕເຄື່ອງທໍາສັດຕະໃຫ້ລຸເຖິງຄວາມດັບບໍ່ ເຫຼືອແຫ່ງທກຸຂ໌ ເປັນຢ່າງນີ້ໆ”; 
  ສະມະນະພຣາມເຫຼົ່ານັ້ນ ຍ່ອມຍິນດີຍິ່ງໃນສັງຂານ ທັງຫຼາຍ ອັນເປັນໄປພ້ອມເພື່ອຊາດ ຊະຣາ ມະຣະນະ ໂສ ກະປະຣິເທວະ ທຸກຂະໂທມະນັສສະອຸປາຍາສະ;  ສະມະນະພຣາມເຫຼົ່ານັ້ນ ຄັນຍິນດີຍິ່ງໃນສັງຂານທັງຫຼາຍ ເຊັ່ນນັ້ນແລ້ວ ຍ່ອມປງຸແຕ່ງຊຶ່ງສັງຂານທັງຫຼາຍ ອັນເປັນໄປພ້ອມເພື່ອຊາດ ຊະຣາ ມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະ;
   ສະມະນະພຣາມເຫຼົ່ານັ້ນ ຄັນປງຸແຕ່ງຊຶ່ງສັງຂານທັງຫຼາຍ ເຊັ່ນນັ້ນແລ້ວ, ຍ່ອມຮ້ອນເພາະຄວາມຮ້ອນແຫ່ງຊາດ(ຄວາມເກີດ)ແດ່; ຍ່ອມຮ້ອນເພາະຄວາມຮ້ອນແຫ່ງຊະຣາແດ່, ຍ່ອມຮ້ອນເພາະຄວາມຮ້ອນແຫ່ງມະຣະນະແດ່,  ຍ່ອມຮ້ອນເພາະຄວາມຮ້ອນແຫ່ງ ໂສກະປະຣິເທວະ ທຸກ ຂະໂທມະນັສສະອຸປາຍາສະແດ່: 
 ເຮົາກ່າວວ່າ “ສະມະນະພຣາມເຫຼົ່ານັ້ນ ຍ່ອມບໍ່ພົ້ນຈາກ ຊາດຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດ ສະອຸປາຍາສະທັງຫຼາຍ ຄືບໍ່ພົ້ນຈາກທກຸຂ໌” ດັ່ງນີ້. 
 ເຖິງແມ່ນວ່າມີຄົນຖາມເຖິງຄວາມບໍ່ດີຂອງຜູ້ອື່ນກໍບໍ່ເປີດເຜີຍໃຫ້ປາກົດ ຈະກ່າວອິຫຍັງເຖິງເມື່ອບໍ່ຖືກຄົນຖາມ.
  ກໍເມື່ອຖືກຄົນຖາມເຖິງຄວາມບໍ່ດີຂອງຜູ້ອື່ນ
  ກໍນໍາເອົາບັນຫາໄປເຮັດໃຫ້ຫຼີກລ້ຽງຫຼຸດໜ້ອຍລົງ
  ກ່າວຄວາມບໍ່ດີຂອງຜູ້ອື່ນຢ່າງບໍ່ພິສະດານເຕັມທີ່ 
  ພິກຂທຸັງຫຼາຍ ! ຂໍ້ນີ້ຈົ່ງຮູ້ກັນເທີ້ນວ່າ ບຸກຄົນຜູ້ນີ້ ເປັນສັດຕະບຣຸດ.
...............................................................................................................
 - ບາລີ ຈຕກຸກ. ອັງ. ໒໑/໑໐໐/໗໓.
- ບາລີ ມຫາວາຣ. ສັງ. ໑໙/໕໖໒/໑໗໓໑.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ