ບຸກຄົນ 4 ຈຳພວກ

ພິກຂຸທັງຫລາຍ ! ບຸກຄົນ 4 ຈຳພວກນີ້ມີປາກົດຢູ່ໃນໂລກ, 4 ຈຳພວກເປັນແນວໃດ ? ຄື:

* ບຸກຄົນຜູ້ບໍ່ປະຕິບັດເພື່ອປະໂຫຍດຕົນ ແລະ ບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນຈຳພວກ ໑

* ບຸກຄົນຜູ້ປະຕິບັດເພື່ອປະໂຫຍດຜູ້ອື່ນ, ແຕ່ບໍ່ປະຕິບັດເພື່ອປະໂຫຍດຕົນຈຳພວກ ໑

* ບຸກຄົນຜູ້ປະຕິບັດເພື່ອປະໂຫຍດຕົນ, ແຕ່ບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນຈຳພວກ ໑

* ບຸກຄົນຜູ້ປະຕິບັດທັງເພື່ອປະໂຫຍດຕົນທັງເພື່ອປະໂຫຍດຜູ້ອື່ນຈຳພວກ ໑

ພິກຂຸທັງຫລາຍ ! ທ່ອນໄມ້ທີ່ຖິ້ມຢູ່ໃນປ່າຊ້າ ໄຟເຜົາທັງສອງຂ້າງ ທາງກາງກໍເປື້ອນຄູດ ຍ່ອມຫາປະໂຫຍດບໍ່ໄດ້ທີ່ຈະນຳມາເປັນເຄື່ອງໄມ້ໃນບ້ານ ທັງບໍ່ມີປະໂຫຍດແກ່ເຄື່ອງໄມ້ໃນປ່າເຊັ່ນໃດ, ເຮົາກ່າວບຸກຄົນຜູ້ປະຕິບັດເພື່ອປະໂຫຍດຕົນ ແລະ ບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນເຊັ່ນນັ້ນເໝືອນກັນ.

ພິກຂຸທັງຫລາຍ ! ໃນບັນດາບຸກຄົນເຫລົ່ານັ້ນ ບັນດາບຸກຄົນ 2 ຈຳພວກນີ້ ຄື ບຸກຄົນຜູ້ບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຕົນ ບຸກຄົນຜູ້ປະຕິບັດເພື່ອປະໂຫຍດຜູ້ອື່ນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຕົນເປັນຜູ້ງາມກວ່າ ແລະ ປານີດກວ່າ.

ບັນດາບຸກຄົນ 3 ຈຳພວກ ຄື ບຸກຄົນຜູ້ບໍ່ປະຕິບັດເພື່ອປະໂຫຍດຕົນ ແລະ ບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນ ກັບບຸກຄົນຜູ້ປະຕິບັດເພື່ອປະໂຫຍດຜູ້ອື່ນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຕົນ ແລະ ບຸກຄົນຜູ້ປະຕິບັດເພື່ອປະໂຫຍດຕົນ ແຕ່ບໍ່ປະຕິບັດ ເພື່ອປະໂຫຍດຜູ້ອື່ນ, 

* ບຸກຄົນຜູ້ປະຕິບັດເພື່ອປະໂຫຍດຕົນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນນີ້ເປັນຜູ້ງາມກວ່າ ແລະ ປານີດກວ່າ.

* ບັນດາບຸກຄົນ 4, ຈໍາພວກນີ້, ບຸກຄົນຜູ້ປະຕິບັດທັງເພື່ອປະໂຫຍດຕົນທັງເພື່ອປະໂຫຍດຜູ້ອື່ນເປັນຜູ້ເລີດ , ເປັນຜູ້ປະເສີດ, ເປັນປະທານ, ເປັນຜູ້ສູງສຸດ.

 ພິກຂຸທັງຫລາຍ ! ນົມສົດເກີດຈາກແມ່ງົວ ນົມສົ້ມເກີດຈາກນົມສົດ ເນີຍຂຸ້ນເກີດຈາກນົມສົ້ມ ເນີຍໃສເກີດຈາກເນີຍຂຸ້ນ ຫົວເນີຍໃສເກີດຈາກເນີຍໃສ ຫົວເນີຍໃສຊາວໂລກກ່າວວ່າເປັນເລີດໃນບັນດານົມສົດເຫລົ່ານັ້ນ ເຊັ່ນໃດ, ບັນດາບຸກຄົນ 4 ຈຳພວກນີ້ ບຸກຄົນຜູ້ປະຕິບັດທັງເພື່ອປະໂຫຍດຕົນທັງເພື່ອປະໂຫຍດຜູ້ອື່ນເປັນຜູ້ເລີດ ເປັນຜູ້ປະເສີດ ເປັນປະທານ ເປັນຜູ້ສູງສຸດ.

ພິກຂຸທັງຫລາຍ ! ບຸກຄົນ 4 ຈຳພວກນີ້ແລ ມີປາກົດຢູ່ໃນໂລກ.

................................................................................................

-ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໙໕-໙໖/໙໕.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ