ການຕາມຮູ້ເຊິ່ງຄວາມຈິງ

"ຂ້າແຕ່ພຣະໂຄດົມຜູ້ຈະເລີນ !

ການຕາມຮູ້ເຊິ່ງຄວາມຈິງ (ສຈຸຈານຸໂພໂທ)

ມີໄດ້ ດ້ວຍການກະທຳພຽງເທົ່າໃດ?

ບຸກຄົນຊື່ວ່າຕາມຮູ້ຊຶ່ງຄວາມຈິງດ້ວຍການກະທຳພຽງເທົ່າໃດ? 

 ຂ້າພະເຈົ້າຂໍຖາມພຣະໂຄດົມຜູ້ຈະເລີນ ເຖິງການຕາມຮູ້ຊຶ່ງຄວາມຈິງ"

 ພາຣະທະວາຊະ ! ໄດ້ຍິນວ່າ ພິກຂຸໃນທຳວິໄນນີ້ ໄດ້

ເຂົ້າໄປອາໃສຢູ່ໃນບ້ານ ຫລື ໃນນິຄົມແຫ່ງໃດແຫ່ງໜຶ່ງ.

ຄະຫະບໍດີ ຫລື ຄະຫະບໍດີບຸດ ໄດ້ເຂົ້າໄປໃກ້ພິກຂຸນັ້ນແລ້ວ ໄຄ່ຄວນເບິ່ງຢູ່

 ໃນໃຈກ່ຽວກັບ ທັມ 3 ປະການ ຄື:

   ທັມເປັນທີ່ຕັ້ງແຫ່ງ ໂລພະ(ຄວາມໂລບ)

   ທັມເປັນທີ່ຕັ້ງແຫ່ງ ໂທສະ(ຄວາມໂກດ)

   ທັມເປັນທີ່ຕັ້ງແຫ່ງ ໂມຫະ(ຄວາມຫຼົງ)

 ເມື່ອເຂົາໄຄ່ຄວນເບິ່ງຢູ່ ເຊິ່ງພິກຂຸນັ້ນ ຍ່ອມເລັງເຫັນວ່າ

ເປັນຜູ້ບໍລິສຸດຈາກທັມ ອັນເປັນທີ່ຕັ້ງ ແຫ່ງໂລພະ

ຕ່ໍຈາກນັ້ນເຂົາຈະພິຈາລະນາ ໄຄ່ຄວນພິກຂຸນັ້ນ ໃຫ້

ຍິ່ງຂຶ້ນໄປໃນທັມທັງຫລາຍ ອັນເປັນທີ່ຕັ້ງແຫ່ງ

ໂທສະ... ໃນທັມທັງຫລາຍອັນເປັນທີ່ຕັ້ງແຫ່ງໂມຫະ...

ເມື່ອເຂົາໄຄ່ຄວນເບິ່ງຢູ່ເຊິ່ງພິກຂຸນັ້ນຍ່ອມເລັງເຫັນວ່າ

ເປັນຜູ້ບໍລິສຸດຈາກທັມ ອັນເປັນທີ່ຕັ້ງແຫ່ງໂທສະ...

ທັມອັນເປັນທີ່ຕັ້ງແຫ່ງໂມຫະ

 ລຳດັບນັ້ນ ເຂົາ

(1) ປູກຝັງ ສັດທາ ລົງໄປໃນພິກຂຸນັ້ນ ຄັນມີ ສັດທາເກີດແລ້ວ

(2) ຍ່ອມເຂົ້າໄປຫາ ຄັນເຂົ້າໄປຫາແລ້ວ

(3) ຍ່ອມເຂົ້າໄປນັ່ງໃກ້ ຄັນເຂົ້າໄປນັ່ງໃກ້ແລ້ວ

(4) ຍ່ອມ ງ່ຽງຫູລົງ ຄັນງ່ຽງຫູລົງ

(5) ຍ່ອມ ຟັງຊຶ່ງທັມ ຄັນຟັງຊຶ່ງທັມແລ້ວ

(6) ຍ່ອມ ຊົງໄວ້ຊຶ່ງທັມ ຄັນຊົງໄວ້ຊຶ່ງທັມແລ້ວ

(7) ຍ່ອມ ໃຄ່ຄວນ ຊຶ່ງເນື້ອຄວາມແຫ່ງທັມທັງຫລາຍອັນຕົນຊົງໄວ້ແລ້ວ ເມື່ອໄຄ່ຄວນ ຊຶ່ງເນື້ອຄວາມແຫ່ງທັມຢູ່

(8) ທັມທັງຫລາຍ ຍ່ອມທົນຕໍ່ຄວາມເພັ່ງພີນິດ ເມື່ອການທົນຕໍ່ການເພັ່ງພີນິດຂອງທັມມີຢູ່

(9) ສັນທະ(ຄວາມພໍໃຈ) ຍ່ອມເກີດ ຜູ້ມີສັນທະເກີດຂຶ້ນແລ້ວ

(10) ຍ່ອມ ມີອຸດສາຫະ(ຄວາມບາກບັ່ນອົດທົນ) ຄັນມີອຸດສາຫະແລ້ວ

(11) ຍ່ອມ ພິຈາລະນາຫາຄວາມສົມດູນແຫ່ງທັມ

ຄັນມີຄວາມສົມດຸນແຫ່ງທັມແລ້ວ

(12) ຍ່ອມ ຕັ້ງຕົນໄວ້ໃນທັມນັ້ນ ເຂົາຜູ້ມີຕົນສົ່ງໄປແລ້ວຢ່າງນີ້ຢູ່ ຍ່ອມກະທຳໃຫ້ແຈ້ງ ເຊິ່ງ ປະຣະມັດຕະສັດຈະ(ຄວາມຈິງໂດຍຈິງຄວາມໝາຍສູງສຸດ) ດ້ວຍ ນາມ-ກາຍ ດ້ວຍ ຍ່ອມແທງຕະຫຼອດຊຶ່ງທັມນັ້ນ ແລ້ວ ເຫັນຢູ່ດ້ວຍປັນຍາ ດ້ວຍຄວາມພໍດີ ຄວາມເປັນປົກກະຕິໃນການຈະເລີນພາວະນາ ບໍ່ເຄັ່ງຄັດ ເໜືອນຈັບນົກແບບພໍດີ

 ພາຣະທະວາຊະ !

 ການຕາມຮູ້ຊິ່ງຄວາມຈິງ ຍ່ອມມີດ້ວຍການກະທຳພຽງເທົ່ານີ້

 ບຸກຄົນຊື່ວ່າຍ່ອມຕາມຮູ້ຊຶ່ງຄວາມຈິງດ້ວຍການກະທຳ ພຽງເທົ່ານີ້ ແລະ ເຮົາບັນຢັດການຕາມຮູ້ຊຶ່ງຄວາມຈິງດ້ວຍການກະທຳພຽງເທົ່ານີ້

 ແຕ່ວ່ານັ້ນຍັງບໍ່ເປັນການຕາມບັນລຸເຖິງຊຶ່ງຄວາມຈິງ

 ການຕາມບັນລຸເຖິງເຊິ່ງຄວາມຈິງ (ສຈຸຈານຸປຕຸຕິ)

 "ຂ້າແຕ່ພຣະໂຄດົມຜູ້ຈະເລີນ !

ການຕາມບັນລຸເຖິງເຊິ່ງຄວາມຈິງ

(ສຈຸຈານຸປຕຸຕິ) ມີໄດ້ ດ້ວຍການກະທຳພຽງເທົ່າໃດ?

 ບຸກຄົນຊື່ວ່າຍ່ອມຕາມບັນລຸເຖິງຊຶ່ງຄວາມຈິງ ດ້ວຍການກະທຳພຽງເທົ່າໃດ ?

 ຂ້າພຣະເຈົ້າຂໍຖາມພຣະໂຄດົມຜູ້ຈະເລີນເຖິງການຕາມບັນລຸເຖິງເຊິ່ງຄວາມຈິງ"

 ພາຣະທະວາຊະ ! ການເສບຄົບ ການທຳໃຫ້ຈະເລີນການກະທຳໄຫ້ຫລາຍ ຊຶ່ງທັມທັງຫລາຍເຫລົ່ານັ້ນ ແລະ (ທັງ 12 ຂໍ້ຂ້າງຕົ້ນ) ເປັນການຕາມບັນລຸເຖິງເຊິ່ງຄວາມຈິງ.

ພາຣະທະວາຊະ ! ການຕາມບັນລຸເຖິງເຊິ່ງຄວາມຈິງຍ່ອມມີ ດ້ວຍການກະທຳພຽງເທົ່ານີ້

 ບຸກຄົນຊື່ວ່າ ຍ່ອມຕາມບັນລຸເຖິງຊຶ່ງຄວາມຈິງ ດ້ວຍການກະທຳພຽງເທົ່ານີ້ ແລະ ເຮົາບັນຢັດການຕາມບັນລຸເຖິງຊຶ່ງຄວາມຈິງ ດ້ວຍການກະທຳພຽງເທົ່ານີ້.

..................................................................................................................

ມ.ມ. 13/601-605/ 655-657

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ