ເຣີກດີ ຍາມດີ

ພິກຂຸທັງຫລາຍ ! ສັດຕະເຫລົ່າໃດປະພຶດຊອບດ້ວຍກາຍ ປະພຶດຊອບດ້ວຍວາຈາ ປະພຶດຊອບດ້ວຍໃຈ ໃນເວລາເຊົ້າ ເວລາເຊົ້າກໍເປັນເວລາເຊົ້າທີ່ດີຂອງສັດເຫລົ່ານັ້ນ;

 ພິກຂຸທັງຫລາຍ ! ສັດຕະເຫລົ່າໃດປະພຶດຊອບດ້ວຍກາຍ ປະພຶດຊອບດ້ວຍວາຈາ ປະພຶດຊອບດ້ວຍໃຈ ໃນເວລາທ່ຽງ ເວລາທ່ຽງກໍເປັນເວລາທ່ຽງທີ່ດີຂອງສັດຕະເຫລົ່ານັ້ນ;

 ພິກຂຸທັງຫລາຍ ! ສັດຕະເຫລົ່າໃດປະພຶດຊອບດ້ວຍກາຍ ປະພຶດຊອບດ້ວຍວາຈາ ປະພຶດຊອບດ້ວຍໃຈ ໃນເວລາຄ່ຳ ເວລາຄ່ຳກໍເປັນເວລາຄ່ຳທີ່ດີຂອງສັດຕະເຫລົ່ານັ້ນ.

 ສັດຕະທັງຫລາຍປະພຶດຊອບໃນເວລາໃດ ເວລານັ້ນຊື່ວ່າເປັນເຣີກດີ ມຸງຄຸນດີ ສະຫວ່າງດີ ຮຸ່ງດີ ຂະນະດີ ຍາມດີ ແລະ ບູຊາດີໃນພຣົມມະຈາຣີບຸກຄົນທັງຫລາຍ.

 ກາຍກັມເປັນສ່ວນເບື້ອງຂວາ ຄວາມປາຖະໜາຂອງທ່ານເປັນສ່ວນເບື້ອງຂວາ ສັດຕະທັງຫລາຍກະທຳກັມອັນເປັນສ່ວນເບື້ອງຂວາແລ້ວ ຍ່ອມໄດ້ຜົນປະໂຫຍດອັນເປັນສ່ວນເບື້ອງຂວາ ທ່ານເຫລົ່ານັ້ນໄດ້ປະໂຫຍດແລ້ວ ຍ່ອມໄດ້ຮັບຄວາມສຸກ ຍ່ອມງອກງາມໃນພຸດທະສາສະໜາ ຍ່ອມບໍ່ມີໂຣກ ເຖິງຄວາມສຸກພ້ອມດ້ວຍຍາດທັງມວນ.

 .......................................................................

 ສູຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ເອກະ-ທຸກ-ຕິກະນິບາຕ ພາສາໄທ ສະບັບຫລວງ ເຫລັ້ມທີ ໒໐/໒໘໕-໒໘໖/໕໙໕

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ