ສິ່ງທີ່ຕ້ອງຮູ້ກ່ຽວກັບກຳ “ກັມ”


 1) ລາຍລະອຽດທີ່ບຸຄຄົນຄວນຮູ້ກ່ຽວກັບເລື່ອງກັມ

  ພິກຂຸທັງຫລາຍ! 

* ກັມ ເປັນສິ່ງທີ່ບຸກຄົນຄວນຮູ້,

* ເຫດເປັນເເດນເກີດເເຫ່ງກັມ(ນິທານະສັມພະວະແຫ່ງກັມ) ເປັນສິ່ງທີ່ບຸກຄົນຄວນຮູ້,

* ຄວາມມີປະມານຕ່າງໆເເຫ່ງກັມ(ເວມັຕຕະຕາແຫ່ງກັມ) ເປັນສິ່ງທີ່ບຸຄຄົນຄວນຮູ້,

* ຜົນຂອງກັມ(ວິບາກກະແຫ່ງກັມ)  ເປັນສິ່ງທີ່ບຸກຄົນຄວນຮູ້,

* ຄວາມດັບເເຫ່ງກັມ(ກັມມະນິໂຣທ) ເປັນສິ່ງທີ່ບຸກຄົນຄວນຮູ້,

* ຂໍ້ປະຕິບັດໃຫ້ເຖິງຄວາມດັບບໍ່ເຫຼືອເເຫ່ງກັມ(ກັມມະນິໂຣທຄາມິນີປະຕິປທາ) ເປັນສິ່ງທີ່ບຸກຄົນຄວນຮູ້.... 

- ຄຳທີ່ເຮົາກ່າວແລ້ວດັ່ງນີ້ນັ້ນ ເຮົາອາສັຍຫຍັງກ່າວ ?

  ພິກຂຸທັງຫລາຍ! ເຮົາກ່າວເຈດຕະນາວ່າເປັນກັມເພາະວ່າບຸກຄົນ ເຈດຕະນາແລ້ວ ຍ່ອມກະທຳຊຶ່ງກັມ 

 *ດ້ວຍກາຍ

 *ດ້ວຍວາຈາ

 *ດ້ວຍໃຈ.

  ພິກຂຸທັງຫລາຍ!  ນິທານະສັມພະວະ(ເຫດເປັນແດນເກິດພ້ອມ) ແຫ່ງກັມທັງຫລາຍ ເປັນຢ່າງໃດ ? 

  ພິກຂຸທັງຫລາຍ!  ນິທານະສັມພະວະແຫ່ງກັມທັງຫລາຍ ຄື 'ຜັດສະ(ການກະທົບ).'

 ພິກຂຸທັງຫລາຍ!  ເວມັຕຕະຕາ(ຄວາມມີປະມານຕ່າງໆ)

ແຫ່ງກັມທັງຫລາຍ ເປັນຢ່າງໃດ ?

 ພິກຂຸທັງຫລາຍ!  

- ກັມທີ່ເຮັດສັດຕະໃຫ້ສະເວີຍເວທະນາ

ໃນນະຣົກມີຢູ່, 

- ກັມທີ່ເຮັດສັຕໃຫ້ສະເວີຍເວທະນາໃນກຳເນິດ

ເດຣັດສານມີອຢູ່, 

- ກັມທີ່ເຮັດສັຕໃຫ້ສະເວີຍເວທະນາໃນເປຣດວິໄສ

ມີຢູ່, 

- ກັມທີ່ເຮັດສັດຕະໃຫ້ສະເວີຍເວທະນາໃນມະນຸດໂລກມີຢູ່, 

- ກັມທີ່ເຮັດສັດຕະໃຫ້ສະເວີຍເວທະນາໃນເທວະໂລກມີຢູ່. 

  ພິກຂຸທັງຫລາຍ!  

  ນີ້ເຮົາກ່າວວ່າ ເວມັຕຕະຕາແຫ່ງກັມທັງຫລາຍ.

  ພິກຂຸທັງຫລາຍ!  ວິບາກ(ຜົນແຫ່ງການກະທຳ) ແຫ່ງ

ກັມທັງຫລາຍ ເປັນຢ່າງໃດ ?

  ພິກຂຸທັງຫລາຍ!  ເຮົາກ່າວວິບາກແຫ່ງກັມທັງຫລາຍ

ວ່າມີຢູ່  3 ຢ່າງ  ຄື:

- ວິບາກໃນທິດຖະທັມ (ຄື ທັນຄວັນ) ຫລືວ່າ 

- ວິບາກກໃນອຸປະປັດຊະ (ຄື ໃນເວລາຕໍ່ມາ) ຫລືວ່າ

- ວິບາກໃນອະປະຣະປະຣິຍາຍະ (ຄືໃນເວລາຕໍ່ມາອີກ). 

  ພິກຂຸທັງຫລາຍ! 

  ນີ້ເຮົາກ່າວວ່າ ວິບາກແຫ່ງກັມທັງຫລາຍ.

  ພິກຂຸທັງຫລາຍ! ກັມມະນິໂຣທ (ຄວາມດັບບໍ່ເຫຼືອ

ແຫ່ງກັມ) ເປັນຢ່າງໃດ ?

  ພິກຂຸທັງຫລາຍ! ຄວາມດັບແຫ່ງກັມທັງຫຼາຍ 

ຍ່ອມມີເພາະຄວາມດັບແຫ່ງ ຜັດສະ. 

  ພິກຂຸທັງຫລາຍ!  ກັມມະນິໂຣທຄາມິນິປະຕິປະທາ 

(ຂໍ້ປະຕິບັດໃຫ້ເຖິງຄວາມດັບບໍ່ເຫລືອແຫ່ງກັມ) ເປັນຢ່າງໃດ ?

  ພິກຂຸທັງຫລາຍ!  

ອະຣິຍະອັຕຖັງຄິກະມັກ (ອະຣິຍະມັກມີອົງແປດ)  ນີ້ນັ້ນເອງ  ຄື  ກັມມະນິໂຣທຄາມິນິປະຕິປະທາ

ໄດ້ແກ່ສິ່ງເຫລົ້ານີ້ຄື: 

* ສັມມາທິດຖິ  (ຄວາມເຫັນຖຶກ)

* ສັມມາສັງກັປປະ  (ຄວາມດຳຣິຖຶກ)

* ສັມມາວາຈາ  (ການເວົ້າຈາຖຶກ)

* ສັມມາກັມມັນຕະ  (ການເຮັດການງານຖຶກ)

* ສັມມາອາຊີວະ  (ການລ້ຽງຊີວິດຖຶກ)

* ສັມາວາຍາມະ  (ຄວາມພາກພຽນຖຶກ)

* ສັມມາສະຕິ  (ຄວາມລະເລິກຖືກ)

* ສັມມາສະມາທິ  (ຄວາມຕັ້ງໃຈໝັ້ນຖຶກ). 

  ພິກຂຸທັງຫລາຍ! 

- ເມື່ອໃດອະຣິຍະສາວົກ ຍ່ອມຮູ້ແຈ້ງຊຶ່ງ ກັມ ຢ່າງນີ້, 

- ຮູ້ແຈ້ງຊຶ່ງ ນິທານະສັມພະວະແຫ່ງກັມ ຢ່າງນີ້, 

- ຮູ້ແຈ້ງຊຶ່ງ ເວມັຕຕະຕາ ແຫ່ງກັມ ຢ່າງນີ້, 

- ຮູ້ແຈ້ງຊຶ່ງ ວິບາກແຫ່ງກັມ ຢ່າງນີ້, 

- ຮູ້ແຈ້ງຊຶ່ງ ກັມມະນິໂຣທຢ່າງນີ້, 

- ຮູ້ແຈ້ງຊຶ່ງ ກັມມະນິໂຣທຄາມິນີປະຕິປະທາຢ່າງນີ້;

  ອະຣິຍະສາວົກນັ້ນ  ຍ່ອມຮູ້ແຈ້ງຊຶ່ງພຣົມມະຈັນນີ້ວ່າ:

ເປັນເຄື່ອງເຈາະແທງກິເລດ ເປັນທີ່ດັບບໍ່ເຫລືອແຫ່ງກັມ.

 ພິກຂຸທັງຫລາຍ!  

- ຂໍ້ທີ່ເຮົາກ່າວແລ້ວວ່າ 'ກັມ' ເປັນສິ່ງທີ່ບຸກຄົນຄວນຮູ້

- ນິທານະສັມພະວະແຫ່ງກັມ  ເປັນສິ່ງທີ່ບຸຄຄົນຄວນຮູ້,

- ເວມັຕຕະຕາ ແຫ່ງກັມ  ເປັນສິ່ງທີ່ບຸຄຄົນຄວນຮູ້,

- ວິບາກແຫ່ງກັມ  ເປັນສິ່ງທີ່ບຸຄຄົນຄວນຮູ້,

- ກັມມະນິໂຣທ ເປັນສິ່ງທີ່ບຸຄຄົນຄວນຮູ້,

- ກັມມະນິໂຣທຄາມິນິປະຕິປະທາເປັນສິ່ງທີ່ບຸຄຄົນຄວນຮູ້,

ດັ່ງນີ້ນັ້ນ  ເຮົາອາໄສຄວາມຂໍ້ນີ້ກ່າວແລ້ວ.

..............................................................................................

- ສົກ ກ. ອົ້. ໒໒/໔໕໘, ໔໖໓-໔໖໔/໓໓໔.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ