ຄວນທຳຄວນພຽນ
ຄວນທຳຄວາມພຽນເສຍໃນວັນນີ້ແຫລະ ໃຜຈະຮູ້ຄວາມຕາຍທີ່ຈະມາໃນວັນໜ້າ
ບຸກຄົນບໍ່ຄວນຄຳນຶງເຖິງສິ່່ງທີ່ລ່ວງໄປແລ້ວ
ບໍ່ຄວນມຸ່ງຫວັງເຖິງສິ່ງທີ່ຍັງມາບໍ່ເຖິງ
ສິ່ງທີ່ເປັນອະດີດກໍຈາກໄປແລ້ວ
ສິ່ງທີ່ເປັນອະນາຄົດກໍຍັງບໍ່ມາເຖິງ
ກໍບຸກຄົນໃດເຫັນແຈ້ງທັມໃນປັດຈຸບັນ
ບໍ່ງອນແງນຄອນແຄນໃນທັມນັ້ນໆ
ບຸກຄົນນັ້ນຄວນຈະເຣີນທັມນັ້ນໃຫ້ແຈ່ມແຈ້ງ
ຄວນທຳຄວາມພຽນເສຍໃນວັນນີ້ແຫລະ
ໃຜຈະຮູ້ຄວາມຕາຍທີ່ຈະມາໃນວັນໜ້າ
ເພາະການຜັດຜ່ອນກັບມັດຈຸຣາດຜູ້ມີເສນາໃຫຍ່ນັ້ນ
ຍ່ອມບໍ່ມີແກ່ເຮົາທັງຫລາຍ
ມຸນີຜູ້ສະຫງົບຍ່ອມກວ່າບຸກຄົນຜູ້ມີປົກກະຕິຢູ່ດ້ວຍຄວາມພຽນ
ບໍ່ກຽດຄ້ານທັງກາງເວັນ ແລະ ກາງຄືນນັ້ນແລວ່າ
ຜູ້ມີຣາຕຣີໜຶ່ງຈະເຣີນ.
.............................................................
ມັຊຊິມະນິກາຍ ອຸປະຣິປັນນາສກ໌ 14/265/527
Comments
Post a Comment