ສຸກ ທຸກ ທີ່ເຮົາໄດ້ປະສົບມາແລ້ວ ທຸກໆ ຮູບແບບ


ພິກຂຸທັງຫຼາຍ ! ສົງສານນີ້ກໍາໜົດທີ່ສຸດເບື້ອງຕົ້ນ ເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິດຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜຸກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນ ຍ່ອມບໍ່ປາກົດ
 ເຈົ້າທັງຫຼາຍ ເຫັນທຸຄະຕະບຸຣຸດຜູ້ມີມື ແລະ ຕີນບໍ່ສົມ ປະກອບ ຫຼື ເຫັນບຸກຄົນຜູ້ພຽບພ້ອມດ້ວຍຄວາມສຸກ ມີບໍຣິວານຄອຍຮັບໃຊ້ ຈົ່ງລົງສັນນິຖານໃນບຸກຄົນນີ້ວ່າ ເຮົາທັງຫຼາຍ ກໍເຄີຍສະເຫວີຍທຸກ ຫຼື ສະເຫວີຍສຸກ ເຫັນປານນີ້ ມາແລ້ວ ໂດຍກາລະນານນີ້...
 ພິກຂຸທັງຫຼາຍ ! ສົງສານນີ້ກໍາໜົດທີ່ສຸດເບື້ອງຕົ້ນ ເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນ ຍ່ອມບໍ່ປາກົດ. ສັດທີ່ບໍ່ເຄີຍເກີດເປັນມານດາ, ສັດທີ່ບໍ່ເຄີຍ ເກີດເປັນບິດາ, ສັດທີ່ບໍ່ເຄີຍເກີດເປັນອ້າຍ, ນ້ອງຊາຍ, ສັດ ທີ່ບໍ່ເຄີຍເກີດເປັນເອື້ອຍ, ນ້ອງສາວ, ສັດທີ່ບໍ່ເຄີຍເກີດເປັນ ບຸດ, ສັດທີ່ບໍ່ເຄີຍເກີດເປັນທິດາ ໂດຍກາລະນານນີ້  ບໍ່ແມ່ນຫາໄດ້ງ່າຍເລີຍ. 
 ຂໍ້ນັ້ນເພາະເຫດໃດໜໍ ? 
 ເພາະວ່າ ສົງສານນີ້ກໍາໜົດທີ່ ສຸດເບື້ອງຕົ້ນ ເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັດຜູ້ມີອະວິຊາ ເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜຸກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນ ຍ່ອມບໍ່ປາກົດ. 
 ພິກຂຸທັງຫຼາຍ ! ເພາະເຫດພຽງເທົ່ານີ້ ພໍແລ້ວແລ ເພື່ອຈະເບື່ອໜ່າຍ ໃນສັງຂານທັງປວງ ພໍເພື່ອຈະຄາຍກໍາໜັດ  ພໍເພື່ອຈະຫຼຸດພົ້ນ ດັ່ງນີ້. 
 .................................................................
 - ບາລີ ນິທານ. ສັງ. ໑໖/໒໒໑,໒໒໓-໔/໔໔໓-໔,໔໕໐-໕.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ