ຂັນ 5 ບໍ່ທ່ຽງ

ພຣະອານົນທ໌ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຈົ້າເຖິງທີ່ປະທັບ ໆລໆ ໄດ້ກຣາບທູນພຣະຜູ້ມີພຣະພາຄເຈົ້າວ່າ:

ຂ້າແຕ່ພຣະອົງຜູ້ຈະເຣີນ! ຂໍປະທານພຣະວາໂຣກາດ ຂໍພຣະຜູ້ມີພຣະພາກຈົ່ງຊົງສະແດງທັມໂດຍຫຍໍ້ແກ່ຂ້ານ້ອຍດ້ວຍເຖີດ ເຊິ່ງຂ້ານ້ອຍໄດ້ຟັງແລ້ວ ຈະເປັນຜູ້ຫລີກອອກຈາກໝູ່ຢູ່ຜູ້ດຽວ ບໍ່ປະໝາດ ມີຄວາມພຽນ ມີໃຈເດັດດ່ຽວຢູ່

ອານົນທ໌! ເຈົ້າຈະສຳຄັນຄວາມຂໍ້ນີ້ວ່າຢ່າງໃດ 

ຮູບ ທ່ຽງຫລື ບໍ່ທ່ຽງ?

ບໍ່ທ່ຽງ ພຣະອົງຜູ້ຈະເຣີນ

ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ຫລື ເປັນສຸກ ໜໍ?

ເປັນທຸກຂ໌ ພຣະອົງຜູ້ຈະເຣີນ

ກໍສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມປ່ຽນແປງເປັນທຳມະດາ ຄວນຫລືໜໍ ທີ່ຈະຕາມເຫັນສິ່ງນັ້ນວ່າ ນັ້ນຂອງເຮົາ ນັ້ນເປັນເຮົາ ນັ້ນເປັນຕົວຕົນຂອງເຮົາ?

 “ບໍ່ຄວນເຫັນຢ່າງນັ້ນ ພຣະອົງຜູ້ຈະເຣີນ.“


ເວທະນາ ທ່ຽງ ຫລື ບໍ່ທ່ຽງ?

ບໍ່ທ່ຽງ ພຣະອົງຜູ້ຈະເຣີນ

ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ຫລື ເປັນສຸກ ໜໍ?

ເປັນທຸກຂ໌ ພຣະອົງຄ໌ຜູ້ຈະເຣີນ

ກໍສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມປ່ຽນແປງເປັນທຳມະດາ ຄວນຫລືໜໍ ທີ່ຈະຕາມເຫັນສິ່ງນັ້ນວ່າ ນັ້ນຂອງເຮົາ ນັ້ນເປັນເຮົາ ນັ້ນເປັນຕົວຕົນຂອງເຮົາ?

 “ບໍ່ຄວນເຫັນຢ່າງນັ້ນ ພຣະອົງຜູ້ຈະເຣີນ.“


ສັນຍາ ທ່ຽງ ຫລື ບໍ່ທ່ຽງ?

ບໍ່ທ່ຽງ ພຣະອົງຜູ້ຈະເຣີນ!

ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ຫລື ເປັນສຸກໜໍ?

ເປັນທຸກຂ໌ ພຣະອົງຜູ້ຈະເຣີນ

ກໍສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມປ່ຽນແປງເປັນທຳມະດາ ຄວນຫລືໜໍ ທີ່ຈະຕາມເຫັນສິ່ງນັ້ນວ່າ ນັ້ນຂອງເຮົາ ນັ້ນເປັນເຮົາ ນັ້ນເປັນຕົວຕົນຂອງເຮົາ?

 “ບໍ່ຄວນເຫັນຢ່າງນັ້ນ ພຣະອົງຜູ້ຈະເຣີນ.“


ສັງຂານ ທ່ຽງ ຫລື ບໍ່ທ່ຽງ?

ບໍ່ທ່ຽງ ພຣະອົງຄ໌ຜູ້ຈະເຣີນ

ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ຫລືເປັນສຸຂໜໍ?

ເປັນທຸກຂ໌ ພຣະອົງຄ໌ຜູ້ຈະເຣີນ

ກໍສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມປ່ຽນແປງເປັນທຳມະດາ ຄວນຫລືໜໍທີ່ຈະຕາມເຫັນສິ່ງນັ້ນວ່າ ນັ້ນຂອງເຮົາ ນັ້ນເປັນເຮົາ ນັ້ນເປັນຕົວຕົນຂອງເຮົາ?

 “ບໍ່ຄວນເຫັນຢ່າງນັ້ນ ພຣະອົງຄ໌ຜູ້ຈະເຣີນ.“


ວິນຍານ ທ່ຽງ ຫລື ບໍ່ທ່ຽງ?

ບໍ່ທ່ຽງ ພຣະອົງຜູ້ຈະເຣີນ

ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ຫລື ເປັນສຸກໜໍ?

ເປັນທຸກຂ໌ ພຣະອົງຜູ້ຈະເຣີນ

ກໍສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມປ່ຽນແປງເປັນທຳມະດາ ຄວນຫລືໜໍ ທີ່ຈະຕາມເຫັນສິ່ງນັ້ນວ່າ ນັ້ນຂອງເຮົາ ນັ້ນເປັນເຮົາ ນັ້ນເປັນຕົວຕົນຂອງເຮົາ?

 “ບໍ່ຄວນເຫັນຢ່າງນັ້ນ ພຣະອົງຜູ້ຈະເຣີນ.“

 

ອານົນທ໌! ເພາະເຫດນັ້ນແລ 'ຮູບ' ຢ່າງໃດຢ່າງໜຶ່ງ ທີ່ເປັນ 

  ອະດີດ 

  ອະນາຄົດ ແລະ

  ປັດຈຸບັນ 

  ອັນເປັນພາຍໃນ ຫລື

  ພາຍນອກ

  ຫຍາບ ຫລື 

  ລະອຽດ 

  ຕ່ຳຊາມ ຫລື 

  ປານີດ 

  ຢູ່ໃນທີ່ໄກ ຫລື

  ທີ່ໃກ້ 

  ຮູບ ທັງໝົດນັ້ນ ທ່ານຄວນເຫັນດ້ວຍປັນຍາອັນຊອບຕາມຄວາມເປັນຈິງຢ່າງນີ້ວ່າ: ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ເປັນເຮົາ ນັ້ນບໍ່ເປັນຕົວຕົນຂອງເຮົາ.


 'ເວທະນາ' ຢ່າງໃດຢ່າງໜຶ່ງ ທີ່ເປັນອະດີດ ອະນາຄົດ ແລະ ປັດຈຸບັນ ອັນເປັນພາຍໃນ ຫລື ພາຍນອກ ຫຍາບຫລື ລະອຽດ ຕ່ຳຊາມ ຫລື ປານີດ ຢູ່ໃນທີ່ໄກ ຫລື ທີ່ໃກ້ 'ເວທະນາ' ທັງໝົດນັ້ນ ທ່ານຄວນເຫັນດ້ວຍປັນຍາອັນຊອບຕາມຄວາມເປັນຈິງຢ່າງນີ້ວ່າ: ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ເປັນເຮົາ ນັ້ນບໍ່ເປັນຕົວຕົນຂອງເຮົາ.


 'ສັນຍາ' ຢ່າງໃດຢ່າງໜຶ່ງ ທີ່ເປັນອະດີດ ອະນາຄົດ ແລະ ປັດຈຸບັນ ອັນເປັນພາຍໃນ ຫລື ພາຍນອກ ຫຍາບ ຫລື ລະອຽດ ຕ່ຳຊາມ ຫລື ປານີດ ຢູ່ໃນທີ່ໄກ ຫລື ທີ່ໃກ້  'ສັນຍາ' ທັງໝົດນັ້ນ ທ່ານຄວນເຫັນດ້ວຍປັນຍາອັນຊອບຕາມຄວາມເປັນຈິງຢ່າງນີ້ວ່າ: ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ເປັນເຮົາ ນັ້ນບໍ່ເປັນຕົວຕົນຂອງເຮົາ.

 

 'ສັງຂານ' ຢ່າງໃດຢ່າງໜຶ່ງ ທີ່ເປັນອະດີດ ອະນາຄົດ ແລະ ປັດຈຸບັນ ອັນເປັນພາຍໃນ ຫລື ພາຍນອກ ຫຍາບ ຫລື ລະອຽດ ຕ່ຳຊາມ ຫລື ປານີດ ຢູ່ໃນທີ່ໄກ ຫລື ທີ່ໃກ້ 'ສັງຂາ' ທັງໝົດນັ້ນ ທ່ານຄວນເຫັນດ້ວຍປັນຍາອັນຊອບຕາມຄວາມເປັນຈິງຢ່າງນີ້ວ່າ: ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ເປັນເຮົາ ນັ້ນບໍ່ເປັນຕົວຕົນຂອງເຮົາ.


'ວິນຍານ' ຢ່າງໃດຢ່າງໜຶ່ງ ທີ່ເປັນອະດີດ ອະນາຄົດ ແລະ ປັດຈຸບັນ ອັນເປັນພາຍໃນ ຫລື ພາຍນອກ ຫຍາບ ຫລື ລະອຽດ ຕ່ຳຊາມ ຫລື ປານີດ ຢູ່ໃນທີ່ໄກ ຫລື ທີ່ໃກ້ 'ວິນຍານ' ທັງໝົດນັ້ນ ທ່ານຄວນເຫັນດ້ວຍປັນຍາອັນຊອບຕາມຄວາມເປັນຈິງຢ່າງນີ້ວ່າ: ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ເປັນເຮົາ ນັ້ນບໍ່ເປັນຕົວຕົນຂອງເຮົາ.

 

ອານົນທ໌! ອະຣິຍະສາວົກຜູ້ໄດ້ສະດັບແລ້ວ ເຫັນຢູ່ຢ່າງນີ້ 

 ຍ່ອມເບື່ອໜ່າຍແມ່ນແຕ່ໃນ ຮູບ

 ແມ່ນແຕ່ໃນເວທະນາ 

 ແມ່ນແຕ່ໃນສັນຍາ

 ແມ່ນແຕ່ໃນສັງຂານ

 ແມ່ນແຕ່ໃນວິນຍານ

 ເມື່ອເບື່ອໜ່າຍ ຍ່ອມຄາຍກຳໜັດ ເພາະຄາຍກຳໜັດ ຈຶ່ງຫລຸດພົ້ນ ເມື່ອຫລຸດພົ້ນແລ້ວຍ່ອມມີຍານຢັ່ງຮູ້ວ່າຫລຸດພົ້ນແລ້ວ ຍ່ອມຮູ້ຊັດວ່າ ຊາຕສິ້ນແລ້ວ ພຣົມມະຈັນຢູ່ຈົບແລ້ວ ກິຈທີ່ຄວນທຳໄດ້ທຳສຳເລັດແລ້ວ ກິດອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ.

 ..............................................................

ສັງຍຸຕຕະນິກາຍ ຂັນທະວາຣະວັຄ ພາສາໄທ ສະບັບຫລວງ໑໗/໑໘໗/໓໖໔

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ