ສະມະມິທຸກລະດັບສາມາດຫຼຸດພົ້ນໄດ້


 ກໍຂໍ້ທີ່ເຮົາກ່າວວ່າ ເບິ່ງກ່ອນພິກຂຸທັງຫຼາຍ ເຮົາກ່າວຄວາມສິ້ນໄປແຫ່ງອາສະວະທັງຫຼາຍ ເພາະອາໃສອາກາສານັນຈາຍະຕະນະຊານດ້ວຍ ດັ່ງນີ້ນັ້ນ ເຮົາອາໃສຫຍັງກ່າວແລ້ວ 

  ພິກຂຸທັງຫຼາຍ ພິກຂຸໃນທຳວິໄນນີ້ ເພາະລ່ວງຮູບປະສັນຍາໂດຍປະການທັງປວງເພາະດັບປະຕິຄະສັນຍາ ແລະ ເພາະບໍ່ໃສ່ໃຈ ເຖິງນານັດ ຕະສັນຍາ ບັນລຸອາກາສານັນຈາຍະຕະນະຊານ ໂດຍຄຳນຶງເປັນອາລົມວ່າ ອາກາດບໍ່ມີທີ່ສຸດ ທ່ານຍ່ອມພິຈາລະນາເຫັນທຳທັງຫຼາຍ ຄື ເວທະນາ ສັນຍາ ສັງຂານ ວິນຍານ ອັນມີຢູ່ໃນຂະນະ ແຫ່ງອາກາສານັນຈາຍະຕະນະຊານນັ້ນ ໂດຍຄວາມເປັນຂອງບໍ່ທ່ຽງ ເປັນທຸກ… ວ່າງເປົ່າ ເປັນອະນັດຕາ ທ່ານຍ່ອມຢັງຈິດໃຫ້ຕັ້ງຢູ່ດ້ວຍທຳເຫຼົ່ານັ້ນ ຄັ້ນແລ້ວ ຍ່ອມນ້ອມຈິດໄປເພື່ອອຳມະຕະທາດວ່າ ນັ້ນສະຫງົບ ນັ້ນປຣະນີດ ຄື ທຳເປັນທີ່ສະຫງົບແຫ່ງສັງຂານທັງປວງ … ນິບພານ ທ່ານຕັ້ງຢູ່ໃນອາກາສານັນຈາຍະຕະນະຊານນັ້ນ ຍ່ອມເຖິງຄວາມສິ້ນໄປແຫ່ງອາສະວະທັງຫຼາຍ ຖ້າຢັງບໍ່ເຖິງຄວາມສິ້ນໄປແຫ່ງອາສະວະທັງຫຼາຍ ທ່ານຍ່ອມເປັນອຸປາປັດຕິກະ ຈັກປະຣິນິບພານໃນພົບນັ້ນ ມີອັນບໍ່ກັບຈາກໂລກນັ້ນເປັນທຳມະດາ ເພາະໂອຣັມພາຄິຍະສັງໂຢດ 5 ສິ້ນໄປດ້ວຍຄວາມຍິນດີເພີດເພີນໃນທຳນັ້ນໆ 

  ເບິ່ງກ່ອນພິກຂຸທັງຫຼາຍ ປຽບເໝືອນນາຍຂະໝັງທະນູ ຫຼື ລູກມືຂອງນາຍຂະໝັງທະນູ ພຽນຍິງທະນູໄປຍັງຮູບຫຸ່ນທີ່ເຮັດດ້ວຍຫຍ້າ ຫຼື ກອງດິນ ຕໍ່ມາທ່ານເປັນຜູ້ຍິງໄດ້ໄກ ຍິງບໍ່ພາດ ແລະ ທຳລາຍຮ່າງໃຫຍ່ໆໄດ້ ແມ່ນສັນໃດ 

 ເບິ່ງກ່ອນພິກຂຸທັງຫຼາຍ ພິກຂຸກໍສັນນັ້ນຄືກັນແລ ເພາະລ່ວງຮູບປະສັນຍາໂດຍປະການທັງປວງ ເພາະດັບປະຕະຄະສັນຍາ ເພາະບໍ່ໃສ່ໃຈເຖິງນານັດຕະສັນຍາ ບັນລຸອາກາສານັນຈາຍະຕະນະຊານ … ທ່ານຍ່ອມພິຈາລະນາເຫັນທຳທັງຫຼາຍ ມີອັນບໍ່ກັບຈາກໂລກນັ້ນເປັນທຳມະດາ 

 ເບິ່ງກ່ອນພິກຂຸທັງຫຼາຍ ຂໍ້ທີ່ເຮົາກ່າວວ່າ ເຮົາກ່າວຄວາມສິ້ນໄປແຫ່ງອາສະວະທັງຫຼາຍ ເພາະອາໄສອາກາສານັນຈາຍະຕະນະຊານດ້ວຍ ດັ່ງນີ້ນັ້ນ ເຮົາອາໄສຂໍ້ນີ້ ກ່າວແລ້ວ 

  ກໍຂໍ້ທີ່ເຮົາກ່າວວ່າ ເບິ່ງກ່ອນພິກຂຸທັງຫຼາຍ ເຮົາກ່າວຄວາມສິ້ນໄປແຫ່ງອາສະວະທັງຫຼາຍ ເພາະອາໄສວິນຍານັນຈາຍະຕະນະຊານດ້ວຍ ອາກິນຈັນຍາຍະຕະນະຊານດ້ວຍດັ່ງນີ້ນັ້ນ ເຮົາອາໄສຫຍັງກ່າວແລ້ວ ເບິ່ງກ່ອນພິກຂຸທັງຫຼາຍ ພິກຂຸໃນທຳວິໄນນີ້ ເພາະລ່ວງວິນຍານັນຈາຍະຕະນະຊານໂດຍປະການທັງປວງ ບັນລຸອາກິນຈັນຍາຍະຕະນະຊານ ໂດຍຄຳນຶງເປັນອາລົມວ່າ ອັນໃດໆ ໜ່ອຍໜຶ່ງບໍ່ມີ ທ່ານຍ່ອມພິຈາລະນາ ເຫັນທຳທັງຫຼາຍຄື ເວທະນາ ສັນຍາ ສັງຂານ ວິນຍານ ອັນມີຢູ່ໃນຂະນະແຫ່ງອາກິນຈັນຍາຍະຕະນະຊານ ນັ້ນໂດຍຄວາມເປັນຂອງບໍ່ທ່ຽງ ເປັນທຸກ … ວ່າງເປົ່າ ເປັນອະນັດຕາ ທ່ານຍ່ອມຢັງຈິດໃຫ້ຕັ້ງຢູ່ດ້ວຍ ທຳເຫຼົ່ານັ້ນ ຄັ້ນແລ້ວ ຍ່ອມນ້ອມຈິດໄປເພື່ອອຳມະຕະທາດວ່າ ນັ້ນສະຫງົບ ນັ້ນປຣະນີດ ຄື ທຳເປັນທີ່ສະຫງົບແຫ່ງສັງຂານທັງປວງ … ນິບພານ ທ່ານຕັ້ງຢູ່ໃນອາກິນຈັນຍາຍະຕະນະນັ້ນ ຍ່ອມເຖິງຄວາມສິ້ນໄປແຫ່ງ ອາສະວະທັງຫຼາຍ ຖ້າຢັງບໍ່ເຖິງຄວາມສິ້ນໄປແຫ່ງອາສະວະທັງຫຼາຍ ທ່ານເປັນອຸປະປາຕິກະ ຈັກປະຣິນິບພານ ໃນພົບນັ້ນ ມີອັນບໍ່ກັບຈາກໂລກນັ້ນເປັນທຳມະດາ ເພາະໂອຣັມພາຄິຍະສັງໂຢດ 5 ສິ້ນໄປ ດ້ວຍຄວາມ ຍິນດີເພີດເພີນໃນທຳນັ້ນໆ 

  ເບິ່ງກ່ອນພິກຂຸທັງຫຼາຍ ປຽບເໝືອນນາຍຂະໝັງທະນູ ຫຼື ລູກມືຂອງ ນາຍຂະໝັງທະນູ ພຽນຍິງທະນູໄປຍັງຮູບຫຸ່ນທີ່ເຮັດດ້ວຍຫຍ້າ ຫຼື ກອງດິນ ຕໍ່ມາທ່ານເປັນຜູ້ຍິງໄດ້ໄກ ຍິງບໍ່ພລາດ ແລະ ທຳລາຍຮ່າງໃຫຍ່ໆໄດ້ ແມ່ນສັນໃດ ເບິ່ງກ່ອນພິກຂຸທັງຫຼາຍ ພິກຂຸກໍສັນນັ້ນຄືກັນແລ ເພາະລ່ວງວິນຍານັນຈາຍະຕະນະຊານໂດຍປະການທັງປວງ ບັນລຸອາກິນຈັນຍາຍະຕະນະຊານ ໂດຍຄຳນຶງເປັນອາລົມວ່າ ອັນໃດໆໜ່ອຍໜຶ່ງບໍ່ມີ ທ່ານຍ່ອມພິຈາລະນາເຫັນທຳທັງຫຼາຍ ຄື ເວທະນາ ສັນຍາ ສັງຂານ ວິນຍານ ອັນມີຢູ່ໃນຂະນະແຫ່ງອາກິນຈັນຍາຍະຕະນະຊານນັ້ນ ໂດຍຄວາມເປັນຂອງບໍ່ທ່ຽງ ເປັນທຸກ … ວ່າງເປົ່າ ເປັນອະນັດຕາ ທ່ານຍ່ອມຢັງຈິດໃຫ້ຕັ້ງຢູ່ໃນທຳເຫຼົ່ານັ້ນ ຄັ້ນແລ້ວ ຍ່ອມນ້ອມຈິດໄປເພື່ອອຳມະຕະທາດວ່າ ນັ້ນສະຫງົບ ນັ້ນປຣະນີດ ຄືທຳເປັນທີ່ສະຫງົບສັງຂານທັງປວງ … ນິບພານ ທ່ານຕັ້ງຢູ່ໃນອາກິນຈັນຍາຍະຕະນະຊານນັ້ນ ຍ່ອມເຖິງຄວາມສິ້ນໄປແຫ່ງອາສະວະທັງຫຼາຍ ຖ້າຢັງບໍ່ເຖິງຄວາມ ສິ້ນໄປແຫ່ງອາສະວະທັງຫຼາຍ ທ່ານຍ່ອມເປັນອຸປະປາຕິກະ ຈັກປະຣິນິບພານໃນພົບນັ້ນ ມີອັນບໍ່ພຶງກັບຈາກ ໂລກນັ້ນເປັນທຳມະດາ ເພາະໂອຣັມພາຄິຍະສັງໂຢດ 5 ສິ້ນໄປ ດ້ວຍຄວາມ ຍິນດີເພີດເພີນໃນທຳນັ້ນໆ 

  ຂໍ້ທີ່ເຮົາກ່າວວ່າ ເບິ່ງກ່ອນພິກຂຸທັງຫຼາຍ ເຮົາກ່າວຄວາມສິ້ນໄປແຫ່ງອາສະວະທັງຫຼາຍ ເພາະອາໄສ ອາກິນຈັນຍາຍະຕະນະຊານດ້ວຍ ດັ່ງນີ້ນັ້ນ ເຮົາອາໄສຂໍ້ນີ້ກ່າວແລ້ວ ເບິ່ງກ່ອນພິກຂຸທັງຫຼາຍ ດ້ວຍປະການດັ່ງນີ້ແລ

  ສັນຍາສະມາບັດມີເທົ່າໃດ ສັນຍາປະຕິເວດກໍມີເທົ່ານັ້ນ ເບິ່ງກ່ອນພິກຂຸທັງຫຼາຍ ອາຍະຕະນະ 2 ເຫຼົ່ານີ້ ຄື ເນວະສັນຍານາສັນຍາສະມາບັດ ໑ ສັນຍາເວທະຢິດຕະນິໂຣດ ໑ ຕ່າງອາໄສກັນ 

  ເບິ່ງກ່ອນພິກຂຸທັງຫຼາຍ ເຮົາກ່າວວ່າ ອາຍະຕະນະ 2 ປະການນີ້ ອັນພິກຂຸຜູ້ເຂົ້າຊານຜູ້ສະຫຼາດໃນການເຂົ້າສະມາບັດ ແລະ ສະຫຼາດໃນການ ອອກຈາກສະມາບັດ ເຂົ້າແລ້ວອອກແລ້ວ ພຶງກ່າວໄດ້ໂດຍຊອບດັ່ງນີ້

...........................................................................................

ຊານະສູຕ ເຫລັ້ມທີ 23/341/240

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ