ລັກສະນະຂອງບຸກຄົນຜູ້ມີສັດທາເຫລື້ອມໃສ

ພິກຂຸທັງຫລາຍ ! ຈົ່ງຮູ້ບຸກຄົນທີ່ມີສັດທາເຫລື້ອໃສໂດຍຖານະ 3 ປະການ; 

  3 ປະການເປັນແນວໃດ? ຄື: 

1) ເປັນຜູ້ໄຝ່ທີ່ຈະເຫັນທ່ານຜູ້ມີສີນ, 

2) ເປັນຜູ້ໄຝ່ທີ່ຈະຟັງທັມ, 

3) ມີໃຈປາສະຈາກຄວາມຂີ້ຖີ່ອັນເປັນມົນທິນ ມີຈາຄະອັນສະລະແລ້ວ ມີຝາມືອັນຊຸ່ມ 

  ຍິນດີໃນການສະລະ ເປັນຜູ້ຄວນແກ່ການຂໍ ຍິນດີໃນທານ ແລະ ການແຈກຈ່າຍທານ 

  ຢູ່ຄອງເຮືອນ.

  ພິກຂຸທັງຫລາຍ ! ຈົ່ງຮູ້ບຸກຄົນທີ່ມີສັດທາເຫລື້ອໃສໂດຍຖານະ 3 ປະການນີ້ແລ.

    ບຸກຄົນຜູ້ໄຝ່ທີ່ຈະເຫັນທ່ານຜູ້ມີສີນ, 

    ປາຖະໜາທີ່ຈະຟັງພຣະສັດທັມ, 

    ກຳຈັດຄວາມຂີ້ຖີ່ອັນເປັນມົນທິນນັ້ນແລເອີ້ນວ່າ [ຜູ້ມີສັດທາ].

........................................................................................................................

 ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໔໒/໔໘໐-໔໘໑

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ