ອານາປານະສະຕິເປັນສຸກວິຫານ ສາມາດຣະງັບໄດ້ເຊິ່ງອະກຸສົນ

ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິນີ້ແລ ອັນບຸກຄົນຈະເຣີນແລ້ວ ກະທຳໃຫ້ຫຼາຍແລ້ວ ຍ່ອມເປັນຂອງຣະງັບ ເປັນຂອງປານີດ ເປັນຂອງເຢັນ ເປັນສຸກວິຫານ ແລະ ຍ່ອມຍັງອະກຸສົນລະທັມອັນເປັນບາບ ອັນເກີດຂື້ນແລ້ວ ແລະ ເກີດຂື້ນແລ້ວໃຫ້ອັນຕະທານໄປ ໃຫ້ຣະງັບໄປ ໂດຍຄວນແກ່ຖານະ.
ພິກຂຸທັງຫຼາຍ ! ປຽບເໝືອນກັບຝຸ່ນທຸລີທີ່ຟຸ້ງຂື້ນແຫ່ງເດືອນສຸດທ້າຍຂອງຣະດູຮ້ອນ ຝົນໜັກທີ່ຜິດຣະດູຕົກລົງມາ ຍ່ອມເຮັດໃຫ້ຝຸ່ນທຸລີເຫຼົ່ານັ້ນອັນຕະທານຫາຍໄປ ໃຫ້ຣະງັບໄປໄດ້ ໂດຍຄວນແກ່ຖານະ ຂໍ້ນີ້ສັນໃດ;
 ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິ ອັນບຸກຄົນຈະເຣີນແລ້ວ ກະທຳໃຫ້ຫຼາຍແລ້ວ ກໍເປັນຂອງຣະງັບ ເປັນຂອງປານີດ ເປັນຂອງເຢັນ ເປັນສຸກຂະວິຫານ ແລະຍ່ອມຍັງອະກຸສົນລະທຳອັນເປັນບາບ ທີ່ເກີດຂື້ນແລ້ວ ແລະ ເກີດຂື້ນແລ້ວ ໃຫ້ອັນຕະທານຫາຍໄປ ໃຫ້ຣະງັບໄປໄດ້ ໂດຍຄວນແກ່ຖານະ ສັນນັ້ນເໝືອນກັນ.
  ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິ ອັນບຸກຄົນຈະເຣີນແລ້ວຢ່າງໃດ ກະທຳໃຫ້ຫຼາຍແລ້ວຢ່າງໃດ ຈຶ່ງເປັນຂອງຣະງັບ ເປັນຂອງປານີດ ເປັນຂອງເຢັນ ເປັນສຸກຂະວິຫານ ແລະ ຍ່ອມຍັງອະກຸສົນລະທັມອັນເປັນບາບ ທີ່ເກີດຂື້ນແລ້ວ ແລະ ເກີດຂື້ນແລ້ວ ໃຫ້ອັນຕະທານຫາຍໄປ ໃຫ້ຣະງັບໄປໄດ້ ໂດຍຄວນແກ່ຖານະ
 ພິກຂຸທັງຫຼາຍ ! ພິກຂຸໃນກໍຣະນີນີ້ ໄປແລ້ວສູ່ປ່າກໍຕາມ ໄປສູ່ເຫງົ້າໄມ້ກໍຕາມ ໄປສູ່ເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງ ດຳຣົງສະຕິໝັ້ນ 
 ພິກຂຸນັ້ນ 
* ມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ;
* ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າ ເຮົາຫາຍໃຈເຂົ້າຍາວ; 
* ເມື່ອຫາຍໃຈອອກຍາວ ກໍ່ຮູ້ແຈ້ງວ່າ ເຮົາຫາຍໃຈອອກຍາວ;
* ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າ ເຮົາຫາຍໃຈເຂົ້າສັ້ນ;
* ເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກສັ້ນ;
(ແຕ່ນີ້ໄດ້ກວ່າໄວ້ຢ່າງດຽວກັນ ເຊິ່ງເໝືອນໃນໜ້າ 1-4 ທຸກປະການ)
  ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິນີ້ແລ ອັນບຸກຄົນຈະເຣີນແລ້ວ ກະທຳໃຫ້ຫຼາຍແລ້ວຢ່າງນີ້ແລ ຍ່ອມເປັນຂອງລະງັບ ເປັນຂອງປານີດ ເປັນຂອງເຢັນ ເປັນສຸກຂະວິຫານ ແລະ ຍ່ອມຍັງອະກຸສົນລະທັມອັນເປັນບາບ ອັນເກີດຂື້ນແລ້ວ ແລະ ເກີດຂື້ນແລ້ວ ໃຫ້ອັນຕະທານໄປ ໃຫ້ຣະງັບໄປ ໂດຍຄວນແກ່ຖານະ.
....................................................................
 -ບາລີ ມຫາວາຣ. ສໍ. 19/406/1352-1354. -ບາລີ ມຫາ. ວິ. 1/128-131/176-178.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ