ຄົນທີ່ຊັກຊວນໃນທາງຈິບຫາຍ

ຄະຫະບໍດີບຸຕ! ຄົນທີ່ຊັກຊວນໃນທາງຈິບຫາຍ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິຕ ເປັນແຕ່ຄົນທຽມມິຕ ໂດຍມີ 4 ສະຖານະຄື:

1. ຊັກຊວນໃຫ້ດື່ມນ້ຳເມົາຄື ສຸຣາ ແລະ ເມໄຣ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ,

2. ຊັກຊວນທ່ຽວຕາມສະຖານທີ່ຕ່າງໆໃນເວລາວິການ,

3. ຊັກຊວນໃຫ້ທ່ຽວເບິ່ງການຫລິ້ນມະຫໍຣະສົບຕ່າງໆ,

4. ຊັກຊວນໃຫ້ຫລິ້ນການພະນັນ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ.

ຄະຫະບໍດີບຸດ! ຄົນທີ່ຊັກຊວນໃນທາງຈິບຫາຍ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ໂດຍມີ 4 ສະຖານະເຫລົ່ານີ້ແລ.

...................................................................

- ທີຄະນິກາຍ ປາຕິກະວັຄ 11/190/142.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ