ແມວຕາຍເພາະໜູ

ພິກຂຸທັງຫຼາຍ!  ເລື້ອງນີ້ເຄີຍມີມາແລ້ວ : 
 ແມວຕົວໜຶ່ງ ຢືນຄອຍຈ້ອງຈັບໝູຢູ່ທີ່ປາກຊ່ອງທີ່ເທຂີ້ເຫຍື່ອແຄມຝາເຮືອນ ດ້ວຍຫວັງວ່າ "ໜູຕົວອ່ອນ ຈະອອກມາເພື່ອຫາເຫຍື່ອໃນທີ່ໃດ ຈະຈັບມັນກິນເສຍໃນທີ່ນັ້ນ" ດັ່ງນີ້. 
 ພິກຂຸທັງຫຼາຍ!  ຄັ້ງນັ້ນໜູຕົວອ່ອນອອກໄປເພື່ອຫາກິນແລ້ວ ແມວກໍຈັບມັນກືນກິນຢ່າງໄວວາ (ທັງເປັນໆ). 
 ໜູຕົວອ່ອນນັ້ນ ກັດລຳໃສ້ຂອງແມວນັ້ນແດ່, ກັດລຳໃສ້ສຸດຂອງແມວນັ້ນແດ, ແມວນັ້ນ ເຖິງແກ່ຄວາມຕາຍ ຫຼື ໄດ້ຮັບທຸກຈຽນຕາຍ ເພາະການທີ່ໜູກັດໃສ້ນັ້ນໆເປັນເຫດ.
 ພິກຂຸທັງຫລາຍ! ເຊັ່ນໃດກໍເຊັ່ນນັ້ນ : 
 ພິກຂຸບາງຮຸບໃນກໍລະນີນີ້ ໃນເວລາເຊົ້າ ຄອງຈີວອນຖືບາດ ເຂົ້າໄປສູ່ໜູ່ບ້ານ ຫຼື ນິຄົມ ເພື່ອບິນທະບາດ, ບໍ່ຮັກສາກາຍ ບໍ່ຮັກສາວາຈາ ບໍ່ຮັກສາຈິດ,  ບໍ່ຕັ້ງສະຕິໄວ້,  ບໍ່ສຳລວມອິນຊີທັງຫຼາຍ, ທ່ານເຫັນມະຕຸຄາມໃນໜູ່ບ້ານຫລືນິຄົມນັ້ນໆ ຜຸ້ນຸ່ງຊົ່ວຮົ່ມຊົ່ວ ຄັນໃດ້ເຫັນມະຕຸຄາມຜູ້ນຸ່ງຊົ່ວຮົ່ມຊົ່ວເຊັ່ນນັ້ນເຂົ້າແລ້ວ ລາຄະກໍສຽບແທງຈິດຂອງທ່ານ ພິກຂຸນັ້ນມີຈິດຖືກລາຄະສຽບແທງແລ້ວ ຍ່ອມເຖິງຄວາມຕາຍ ຫຼື ໄດ້ຮັບທຸກຈຽນຕາຍ. 
 ພິກຂຸທັງຫລາຍ!  ທີ່ເອີ້ນວ່າ "ຕາຍໃນອະຣິຍະວິໄນ" ນັ້ນ ໄດ້ແກ່ຜູ້ທີ່ບອກເລີກສິກຂາ ໝຸູນກັບຄືນໄປສູ່ເພດຕ່ຳແຫ່ງຄະຖືຫັດ. 
 ທີ່ເອີ້ນວ່າ "ທຸກຈຽນຕາຍ" ໄດ້ແກ່ຜູ້ທີ່ຕ້ອງອາບັດອັນເສົ້າໝອງຮ້າຍແຮງອັນໃດອັນໜຶ່ງ ເຖິງກັບຕ້ອງອອກຈາກອາບັດນັ້ນ ດ້ວຍລະບຽບແຫ່ງການຢູ່ກັມ.
...................................................................
ບາລີ ພຣະພຸທທະພາສິດ ນິທານ. ສໍ.  16/315/681-2

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ