ການຈະເຣີນອານາປານະສະຕິສະມາທິ

ອານົນທ໌! ກໍອານາປານະສະຕິເປັນຢ່າງໃດໜໍ?

ອານົນທ໌! ພິກຂຸໃນທັມວິໄນນີ້ ໄປສູ່ປ່າກໍດີ ໄປສູ່ເຫງົ້າໄມ້ກໍດີ ໄປສູ່ເຮືອນວ່າງກໍດີ ນັ່ງຄູ້ບັນລັງ ຕັ້ງກາຍຕົງ ດຳຣົງສະຕິໄວ້ສະເພາະໜ້າ ເຂົາມີສະຕິຫາຍໃຈເຂົ້າ ມີສະຕິ ຫາຍໃຈອອກ.

ເມື່ອຫາຍໃຈເຂົ້າຍາວ ກໍຮູ້ວ່າ ຫາຍໃຈເຂົ້າຍາວ; ເມື່ອຫາຍໃຈອອກຍາວ ກໍຮູ້ວ່າຫາຍໃຈອອກຍາວ.

ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ວ່າ ຫາຍໃຈເຂົ້າສັ້ນ; ເມື່ອຫາຍໃຈອອກສັ້ນ ກໍຮູ້ວ່າ ຫາຍໃຈອອກສັ້ນ.

ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈເຂົ້າ.

ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ.

ຍ່ອມທຳການຝຶກຫັດສຶກສາວ່າ: ຈັກກະທຳກາຍສັງຂານໃຫ້ສະຫງົບຣະງັບ ຫາຍໃຈເຂົ້າ.

ຍ່ອມທຳການຝຶກຫັດສຶກສາວ່າ: ຈັກກະທຳກາຍສັງຂານໃຫ້ສະຫງົບຣະງັບ ຫາຍໃຈອອກ.

ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈເຂົ້າ.

ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈອອກ.

ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງສຸກ ຫາຍໃຈເຂົ້າ.

ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງສຸກ ຫາຍໃຈອອກ.

ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງຈິດຕະສັງຂານ ຫາຍໃຈເຂົ້າ.

ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂານ ຫາຍໃຈອອກ.

ຍ່ອມທຳການຝຶກຫັດສຶກສາວ່າ: ທຳຈິດຕະສັງຂານໃຫ້ສະຫງົບຣະງັບ ຫາຍໃຈເຂົ້າ.

ຍ່ອມທຳການຝຶກຫັດສຶກສາວ່າ: ທຳຈິດຕະສັງຂານໃຫ້ສະຫງົບຣະງັບ ຫາຍໃຈອອກ.

ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງຈິດ ຫາຍໃຈເຂົ້າ.

ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງຈິດ ຫາຍໃຈອອກ.

ຍ່ອມທຳການຝຶກຫັດສຶກສາວ່າ: ທຳຈິດໃຫ້ປາໂມດຢ່າງຍິ່ງ ຫາຍໃຈເຂົ້າ.

ຍ່ອມທຳການຝຶກຫັດສຶກສາວ່າ: ທຳຈິດໃຫ້ປາໂມດຢ່າງຍິ່ງ ຫາຍໃຈອອກ.

ຍ່ອມທຳການຝຶກຫັດສຶກສາວ່າ: ທຳຈິດໃຫ້ຕັ້ງໝັ້ນ ຫາຍໃຈເຂົ້າ.

ຍ່ອມທຳການຝຶກຫັດສຶກສາວ່າ: ທຳຈິດໃຫ້ຕັ້ງໝັ້ນ ຫາຍໃຈອອກ.

ຍ່ອມທຳການຝຶກຫັດສຶກສາວ່າ: ທຳຈິດໃຫ້ປ່ອຍຢູ່ ຫາຍໃຈເຂົ້າ.

ຍ່ອມທຳການຝຶກຫັດສຶກສາວ່າ: ທຳຈິດໃຫ້ປ່ອຍຢູ່ ຫາຍໃຈອອກ.

ຍ່ອມທຳການຝຶກຫັດສຶກສາວ່າ: ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ ຫາຍໃຈເຂົ້າ.

ຍ່ອມທຳການຝຶກຫັດສຶກສາວ່າ: ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ ຫາຍໃຈອອກ.

ຍ່ອມທຳການຝຶກຫັດສຶກສາວ່າ: ເຫັນເຊິ່ງຄວາມຄາຍກຳນັດຢູ່ເປັນປະຈຳ ຫາຍໃຈເຂົ້າ

ຍ່ອມທຳການຝຶກຫັດສຶກສາວ່າ: ເຫັນເຊິ່ງຄວາມຄາຍກຳນັດຢູ່ເປັນປະຈຳ ຫາຍໃຈອອກ.

ຍ່ອມທຳການຝຶກຫັດສຶກສາວ່າ: ເຫັນເຊິ່ງຄວາມດັບບໍ່ເຫລືອຢູ່ເປັນປະຈຳ ຫາຍໃຈເຂົ້າ.

ຍ່ອມທຳການຝຶກຫັດສຶກສາວ່າ: ເຫັນເຊິ່ງຄວາມດັບບໍ່ເຫລືອຢູ່ເປັນປະຈຳ ຫາຍໃຈອອກ.

ຍ່ອມທຳການຝຶກຫັດສຶກສາວ່າ: ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈເຂົ້າ.

ຍ່ອມທຳການຝຶກຫັດສຶກສາວ່າ: ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈອອກ.

ອານົນທ໌! ນີ້ເອີ້ນວ່າ: ອານາປານະສະຕິ.

..................................................................

ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໙໙-໑໐໒/໖໐.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ