ປຽບບຸກຄົນເໝືອນບົວ 3 ເຫລົ່າ

ຣາຊະກຸມານ! ຄັ້ນຕະຖາຄົດຊາບວ່າ ທ້າວສະຫະບໍດີພຣົມອາຣາທະນາ ແລະ ອາໄສຄວາມກະຣຸນາໃນສັດຕະທັງຫລາຍ ຈຶ່ງກວດເບິ່ງໂລກດ້ວຍພຸດທະຈັກຂຸ, ເມື່ອຕະຖາຄົດກວດເບິ່ງໂລກດ້ວຍພຸດທະຈັກຂຸ 

 ກໍໄດ້ເຫັນໝູ່ສັດຕະເຊິ່ງມີກິເລດເໝືອນທຸລີໃນດວງຕາໜ້ອຍກໍມີ;

 ມີກິເລດເໝືອນທຸລີໃນດວງຕາຫລາຍກໍມີ; 

 ມີອິນຊີແກ່ກ້າກໍມີ ມີອິນຊີອ່ອນກໍມີ; 

 ມີອາການດີກໍມີ ມີອາການບໍ່ດີກໍມີ; 

 ຍ່ອມສອນໃຫ້ຮູ້ໄດ້ງ່າຍກໍມີ ຍ່ອມສອນໃຫ້ຮູ້ໄດ້ຍາກກໍມີ;

 ບາງພວກມີປົກກະຕິເຫັນໂທດໃນປະຣະໂລກ(ໂລກໜ້າ) ກໍມີ.

ປຽບເໝືອນໃນກໍບົວອຸບົນ ບົວປະທຸມ ບົວບຸນທະຣິກ (ເສີຍຍະຖາປິ ນາມະ ອຸປປະລິນິຍັງ ວາ ປະທຸມິນິຍັງ ວາ ປຸນທະຣີກິນິຍັງ ວາ), 

ດອກບົວອຸບົນ ດອກບົວປະທຸມ ຫລື ດອກບົວບຸນທະຣິກ ເຊິ່ງເກີດໃນນ້ຳ ຈະເຣີນໃນນ້ຳ 

  ບາງເຫລົ່າຍັງບໍ່ພົ້ນນ້ຳ ຍັງຈົມຢູ່ໃນນ້ຳ ອັນນ້ຳຫລໍ່ລ້ຽງໄວ້; 

  ບາງເຫລົ່າຕັ້ງຢູ່ສະເໝີນ້ຳ; 

  ບາງເຫລົ່າຕັ້ງຂຶ້ນພົ້ນນ້ຳ ອັນນ້ຳບໍ່ຕິດ ສັນໃດ; 

 ຣາຊະກຸມານ! ເມື່ອຕະຖາຄົດກວດເບິ່ງໂລກດ້ວຍພຸດທະຈັກຂຸ ກໍສັນນັ້ນ ໄດ້ເຫັນ

  ໝູ່ສັດຕະທີ່ມີກິເລດເໝືອນທຸລີໃນດວງຕາໜ້ອຍກໍມີ 

  ມີກິເລດເໝືອນທຸລີໃນດວງຕາຫລາຍກໍມີ; 

  ມີອິນຊີແກ່ກ້າກໍມີ ມີອິນຊີອ່ອນກໍມີ;

  ມີອາການດີກໍມີ ມີອາການບໍ່ດີກໍມີ; 

  ຍ່ອມສອນໃຫ້ຮູ້ໄດ້ງ່າຍກໍມີ ຍ່ອມສອນໃຫ້ຮູ້ໄດ້ຍາກກໍມີ; 

  ບາງພວກມີປົກກະຕິເຫັນໂທດໃນປະຣະໂລກໂດຍຄວາມເປັນໄພຢູ່ກໍມີ.

 ຣາຊະກຸມານ! ຄັ້ງນັ້ນຕະຖາຄົດໄດ້ກ່າວຮັບທ້າວສະຫະບໍດີພຣົມດ້ວຍຄາຖາວ່າ:

 ພຣົມ! ເຮົາເປີດປະຕູອຳມະຕະແລ້ວ ເພື່ອສັດຕະທັງຫລາຍຜູ້ມີໂສຕະ ຈົ່ງປົງສັດທາມາເຖີດ ເຮົາສຳຄັນວ່າຈະລຳບາກ ຈຶ່ງບໍ່ກ່າວທັມອັນຄ່ອງແຄ້ວ ປະນີດ ໃນໝູ່ມະນຸດທັງຫລາຍ (ອະປາຣຸຕາ ເຕສັງ ອະມະຕັສສະ ທວາຣາ ເຍ ໂສຕະວັນໂຕ ປະມຸນຈັນຕຸ ສັທທັງ ວິຫິສສັນຍີ ປະຄຸນັງ ນະ ພາສິງ ທັມມັງ ປະນີຕັງ ມະນຸເຊສຸ ພຣເຫມະຕິ).

 ລຳດັບນັ້ນ ທ້າວສະຫະບໍດີພຣົມຊາບວ່າ ພຣະຜູ້ມີພຣະພາກຊົງເປີດໂອກາດເພື່ອຈະສະແດງທັມແລ້ວ ຈຶ່ງອະພິວາດພຣະຕະຖາຄົດ ກະທຳປະທັກຂິນແລ້ວຫາຍໄປໃນທີ່ນັ້ນເອງ.

.....................................................

ມັຊຊິມະນິກາຍ ມັຊຊິມະປັນນາສກ໌ 13/349/511

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ