ສັດໂລກຍ່ອມເປັນໄປຕາມກຳ

ສະໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ປາວາຣິກອັມພະວັນ ໃກ້ເມືອງນາລັນທາ, ຄັ້ງນັ້ນ ນາຍບ້ານນາມວ່າ ອະສິພັນທະກະບຸດ ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ອະພິວາດແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ແລ້ວໄດ້ທູນຖາມພຣະຜູ້ມີພຣະພາກວ່າ:

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພວກພຣາມຊາວປັດສາພູມ ມີໂຖນ້ຳຕິດໂຕ ປະດັບພວງມາໄລ ອາບນ້ຳທຸກເຊົ້າຄ່ຳ ບູຊາໄຟ ພຣາມເຫລົ່ານັ້ນຊື່ວ່າ ກະທຳສັດຕະທີ່ຕາຍແລ້ວໃຫ້ເປັນຂຶ້ນ ໃຫ້ຮູ້ຮອບ ຊວນໃຫ້ເຂົ້າສະຫວັນ. 

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ກໍພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະຊົງສາມາດກະທຳໃຫ້ສັດຕະໂລກທັງໝົດເມື່ອຕາຍແລ້ວ ເຂົ້າເຖິງສຸຄະຕິໂລກສະຫວັນໄດ້ຫລືໜໍ ພຣະອົງຄ໌ຜູ້ຈະເຣີນ? 

 ພຣະຜູ້ມີພຣະພາກກວ່າຕອບວ່າ:

 ຄາມະນິ! ຖ້າຢ່າງນັ້ນ ເຮົາຈັກຢ້ອນຖາມທ່ານໃນຂໍ້ນີ້ ບັນຫາຄວນແກ່ທ່ານດ້ວຍປະການໃດ ທ່ານຈົ່ງພະຍາກອນບັນຫາຂໍ້ນັ້ນດ້ວຍປະການນັ້ນ. 

 ຄາມະນິ! ທ່ານຈະສຳຄັນຄວາມຂໍ້ນີ້ວ່າຢ່າງໃດ ບຸກຄົນບາງຄົນໃນໂລກນີ້ ຂ້າສັດຕະ ລັກຊັບ ປະພຶດຜິດໃນກາມທັງຫລາຍ ເວົ້າຕົວະ ເວົ້າສຽດສີ ເວົ້າຄຳຫຍາບ ເວົ້າຄຳທີ່ບໍ່ມີສາຣະປະໂຫຍດ ເຕັມໄປດ້ວຍອະພິດຊາ (ຄວາມໂລບຢາກໄດ້ຂອງເຂົາ), ມີຈິດພະຍາບາດ, ມີຄວາມເຫັນຜິດ, ໝູ່ມະຫາຊົນມາປະຊຸມກັນແລ້ວກໍສູດອ້ອນວອນ ສັນລະເສີນ ປະນົມມືເດີນວຽນຮອບຜູ້ນັ້ນວ່າ ຂໍບຸກຄົນນີ້ເມື່ອແຕກກາຍຕາຍໄປຈົ່ງເຂົ້າເຖິງສຸຄະຕິໂລກສວັນ;

 ທ່ານຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ບຸກຄົນນັ້ນ ເມື່ອແຕກກາຍຕາຍໄປຈະເຂົ້າເຖິງສຸຄະຕິໂລກສະຫວັນເພາະເຫດແຫ່ງການອ້ອນວອນ ເພາະເຫດແຫ່ງການສັນລະເສີນ ຫລືເພາະເຫດແຫ່ງການປະນົມມືເດີນວຽນຮອບດັ່ງນີ້ ຫລື? 

 ບໍ່ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ! ຄາມະນິຕອບ.

 ຄາມະນິ! ປຽບເໝືອນບຸກຄົນໂຍນຫີນກ້ອນໜາ ແລະ ໃຫຍ່ລົງໄປໃນແມ່ນ້ຳເລິກ ແລະມີໝູ່ມະຫາຊົນມາປະຊຸມກັນແລ້ວກໍສູດອ້ອນວອນ ສັນລະເສີນ ປະນົມມືເດີນວຽນຮອບຫີນນັ້ນວ່າ ຂໍກ້ອນຫີນຈົ່ງຟູຂຶ້ນເຖີດ ຂໍກ້ອນຫີນຈົ່ງຂຶ້ນເທິງບົກເຖີດ. ທ່ານຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ກ້ອນຫີນນັ້ນຈະຟູຂຶ້ນ ລອຍຂຶ້ນ ຫລື ຂຶ້ນເທິງບົກເພາະເຫດແຫ່ງການອ້ອນວອນ ເພາະເຫດແຫ່ງການສັນລະເສີນ ຫລື ເພາະເຫດແຫ່ງການປະນົມມືເດີນວຽນຮອບດັ່ງນີ້ ຫລື? 

 ບໍ່ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ! ຄາມະນິຕອບ.

 ຄາມະນິ! ສັນນັ້ນເໝືອນກັນ ບຸກຄົນໃດຂ້າສັດຕະ ລັກຊັບ ປະພຶດຜິດໃນກາມທັງຫລາຍ ເວົ້າຕົວະ ເວົ້າສຽດສີ ເວົ້າຄຳຫຍາບ ເວົ້າຄຳທີ່ບໍ່ມີສາຣະປະໂຫຍດ ເຕັມໄປດ້ວຍອະພິດຊາ(ຄວາມໂລບຢາກໄດ້ຂອງເຂົາ), ມີຈິດພະຍາບາດ, ມີຄວາມເຫັນຜິດ, ໝູ່ມະຫາຊົນມາປະຊຸມກັນແລ້ວກໍສູດອ້ອນວອນ ສັນລະເສີນ ປະນົມມືເດີນວຽນຮອບຜູ້ນັ້ນວ່າ ຂໍບຸກຄົນນີ້ເມື່ອແຕກກາຍຕາຍໄປຈົ່ງເຂົ້າເຖິງສຸຄະຕິໂລກສະຫວັນກໍທີ່ຈິງເເລ້ວ ບຸກຄົນນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາດ ນະຣົກ.

 ຄາມະນິ! ທ່ານຈະສຳຄັນຄວາມຂໍ້ນີ້ວ່າຢ່າງໃດ ບຸກຄົນບາງຄົນໃນໂລກນີ້ ເວັ້ນຂາດຈາກການຂ້າສັດຕະ ເວັ້ນຂາດຈາກການລັກຊັບ ວັ້ນຂາດຈາກການປະພຶດຜິດໃນກາມທັງຫລາຍ ເວັ້ນຂາດຈາກການເວົ້າຕົວະ ເວັ້ນຂາດຈາກການເວົ້າສຽດສີ ເວັ້ນຂາດຈາກການເວົ້າຄຳຫຍາບ ເວັ້ນຂາດຈາກການເວົ້າຄຳທີ່ບໍ່ມີສາຣະປະໂຫຍດ ບໍ່ຫລາຍໄປດ້ວຍອະພິດຊາ(ຄວາມໂລບຢາກໄດ້ຂອງເຂົາ), ບໍ່ມີຈິດພະຍາບາດ, ມີຄວາມເຫັນຖືກຕ້ອງ, ໝູ່ມະຫາຊົນມາປະຊຸມກັນແລ້ວກໍສູດອ້ອນວອນ ສັນລະເສີນ ປະນົມມືເດີນວຽນຮອບຜູ້ນັ້ນວ່າ ຂໍບຸກຄົນນີ້ເມື່ອແຕກກາຍຕາຍໄປຈົ່ງເຂົ້າເຖິງອະບາຍ ທຸຄະຕິ ວິນິບາດ ນະຣົກ; ທ່ານຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ບຸກຄົນນັ້ນ ເມື່ອແຕກກາຍຕາຍໄປຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາດ ນະຣົກ ເພາະເຫດແຫ່ງການອ້ອນວອນ ເພາະເຫດແຫ່ງການສັນລະເສີນ ຫລື ເພາະເຫດແຫ່ງການປະນົມມືເດີນວຽນຮອບດັ່ງນີ້ ຫລື? 

 ບໍ່ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ! ຄາມະນິຕອບ. 

 ຄາມະນິ! ປຽບເໝືອນບຸກຄົນລົງໄປໃນແມ່ນ້ຳເລິກ ແລ້ວທຸບໝໍ້ເນີຍໃສ ຫລື ໝໍ້ນ້ຳມັນ ກ້ອນກວດ ຫລື ກ້ອນຫີນທີ່ມີຢູ່ໃນໝໍ້ນັ້ນຍ່ອມຈົມລົງ ສ່ວນເນີຍໃສ ຫລື ນ້ຳມັນທີ່ມີຢູ່ໃນໝໍ້ນັ້ນຍ່ອມລອຍຂຶ້ນ ແລະ ມີໝູ່ມະຫາຊົນມາປະຊຸມກັນແລ້ວກໍສູດອ້ອນວອນ ສັນລະເສີນ ປະນົມມືເດີນວຽນຮອບເນີຍໃສ ຫລື ນ້ຳມັນນັ້ນວ່າ ຂໍເນີຍໃສ ແລະ ນ້ຳມັນຈົ່ງຈົມລົງເຖີດ ຂໍເນີຍໃສ ແລະ ນ້ຳມັນຈົ່ງມຸດລົງເຖີດ ຂໍເນີຍໃສ ແລະ ນ້ຳມັນຈົ່ງຈົມລົງໄປໃນພື້ນນ້ຳເຖີດດັ່ງນີ້; ທ່ານຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ເນີຍໃສ ແລະ ນ້ຳມັນຈະຈົມລົງ ມຸດລົງ ຈົມລົງໄປໃນພື້ນນ້ຳເພາະເຫດແຫ່ງການອ້ອນວອນ ເພາະເຫດແຫ່ງການສັນລະເສີນ ຫລື ເພາະເຫດແຫ່ງການປະນົມມືເດີນວຽນຮອບດັ່ງນີ້ ຫລື? 

 ບໍ່ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ! ຄາມະນິຕອບ.

 ຄາມະນິ! ສັນນັ້ນເໝືອນກັນ ບຸກຄົນໃດເວັ້ນຂາດຈາກການຂ້າສັດຕະ ເວັ້ນຂາດຈາກການລັກຊັບ ເວັ້ນຂາດຈາກການປະພຶດຜິດໃນກາມທັງຫລາຍ ເວັ້ນຂາດຈາກການເວົ້າຕົວະ ເວັ້ນຂາດຈາກການເວົ້າສຽດສີ ເວັ້ນຂາດຈາກການເວົ້າຄຳຫຍາບ ເວັ້ນຂາດຈາກການເວົ້າຄຳທີ່ບໍ່ມີສາຣະປະໂຫຍດ ບໍ່ຫລາຍໄປດ້ວຍອະພິດຊາ, ບໍ່ມີຈິດພະຍາບາດ ມີຄວາມເຫັນຖືກຕ້ອງ, ໝູ່ມະຫາຊົນມາປະຊຸມກັນແລ້ວກໍສູດອ້ອນວອນ ສັນລະເສີນ ປະນົມມືເດີນວຽນຮອບຜູ້ນັ້ນວ່າ ຂໍບຸກຄົນນີ້ເມື່ອແຕກກາຍຕາຍໄປຈົ່ງເຂົ້າເຖິງອະບາຍ ທຸຄະຕິ ວິນິບາດ ນະຣົກກໍຈິງ ແຕ່ບຸກຄົນນັ້ນເມື່ອແຕກກາຍຕາຍໄປຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ.

 ເມື່ອພຣະຜູ້ມີພຣະພາກກວ່າຢ່າງນີ້ແລ້ວ ນາຍບ້ານນາມວ່າ ອະສິພັນທະກະບຸດໄດ້ກຣາບທູນພຣະຜູ້ມີພຣະພາກວ່າ 

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ, ພຣະທັມມະເທສນາຂອງພຣະອົງຄ໌ແຈ່ມແຈ້ງຫລາຍ, ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ, ພຣະທັມມະເທສະນາຂອງພຣະອົງຄ໌ແຈ່ມແຈ້ງຫລາຍ, ພຣະຜູ້ມີພຣະພາກຊົງປະກາດທັມໂດຍອະເນກປະຣິຍາຍ ປຽບເໝືອນຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລື ສ່ອງປະທີບໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປ ດັ່ງນີ້; ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂ້ານ້ອຍຂໍເຖິງພຣະຜູ້ມີພຣະພາກ ກັບທັງພຣະທັມ ແລະ ພຣະພິກຂຸສົງຄ໌ວ່າ ເປັນສະຣະນະ ຂໍພຣະຜູ້ມີພຣະພາກຊົງຈຳຂ້ານ້ອຍໄວ້ວ່າ ເປັນອຸປາສົກຜູ້ເຖິງສະຣະນະຕລອດຊີວິດ ຕັ້ງແຕ່ວັນນີ້ເປັນຕົ້ນໄປ.

...............................................

ສັງຍຸຕຕະນິກາຍ ສະລາຍະຕະນະວັກ 18/319-322/598-602

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ