ຄວາມປາຖະນາແຫ່ງໃຈຂອງບຸກຄົນຜູ້ມີສີນຍ່ອມສຳເລັດໄດ້ເພາະຈິດບໍຣິສຸດ

ພິກຂຸທັງຫລາຍ! ເຫດເກີດຂຶ້ນແຫ່ງທານ 8 ປະການນີ້, 8 ປະການເປັນຢ່າງໃດ?

 ພິກຂຸທັງຫລາຍ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານຄື: ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໃສ ແລະ ປະທີບໂຄມໄຟແກ່ສະມະນະຫລື ພຣາມ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາເຫັນກະສັດມະຫາສານ ພຣາມມະຫາສານ ຫລື ຄະຫະບໍດີມະຫາສານ ຜູ້ເອີບອິ່ມພັ່ງພ້ອມບຳເຣີຢູ່ດ້ວຍກາມຄຸນ 5 ເຂົາຈຶ່ງມີຄວາມປາຖະໜາຢ່າງນີ້ວ່າ ໂອໜໍ ເມື່ອແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງກະສັດມະຫາສາດ ພຣາມມະຫາສານ ຫລື ຄະຫະບໍດີມະຫາສານ ເຂົາຕັ້ງຈິດນັ້ນ ອະທິຖານຈິດນັ້ນ ຈະເຣີນຈິດນັ້ນຢູ່ ຈິດຂອງເຂົານຶກນ້ອມໄປໃນທາງຊາມ ບໍ່ຈະເຣີນຍິ່ງຂຶ້ນ (ໂສ ຕັງ ຈິຕຕັງ ປະທະຫະຕິ ຕັງ ຈິຕຕັງ ອະທິຕຖາຕິ ຕັງ ຈິຕຕັງ ພາເວຕິ ຕັສສະ ຕັງ ຈິຕຕັງ ຫີເນທິມຸຕຕັງ ອຸຕຕຣິງ ອະພາວິຕັງ) ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງກະສັດມະຫາສານ ພຣາມມະຫາສານ ຫລື ຄະຫະບໍດີມະຫາສານ ແຕ່ຂໍ້ນັ້ນເຮົາກ່າວວ່າ ເປັນຂອງຜູ້ມີສີນ ບໍ່ແມ່ນຂອງຜູ້ທຸສີນ. ພິກຂຸທັງຫລາຍ! ຄວາມປາຖນາແຫ່ງໃຈຂອງບຸກຄົນຜູ້ມີສີນຍ່ອມສຳເລັດໄດ້ເພາະຈິດບໍຣິສຸດ.

 ພິກຂຸທັງຫລາຍ! ສ່ວນບຸກຄົນບາງຄົນໃນໂລກນີ້ ໃຫ້ທານຄື: ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໃສ ແລະ ປະທີບໂຄມໄຟແກ່ສະມະນະ ຫລື ພຣາມ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາໄດ້ສະດັບມາວ່າ ເທວະດາຊັ້ນຈະຕຸມະຫາຣາຊິກາມີອາຍຸຍືນ ມີວັນນະງາມ ມີຄວາມສຸກຫລາຍ ເຂົາຈຶ່ງມີຄວາມປາຖະນາຢ່າງນີ້ວ່າ ໂອໜໍ ເມື່ອແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນຈະຕຸມະຫາຣາຊິກາ ເຂົາຕັ້ງຈິດນັ້ນ ອະທິຖານຈິດນັ້ນ ຈະເຣີນຈິຕນັ້ນຢູ່ ຈິຕຂອງເຂົານຶກນ້ອມໄປໃນທາງຊາມ ບໍ່ຈະເຣີນຍິ່ງຂຶ້ນ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນຈະຕຸມະຫາຣາຊິກາ ແຕ່ຂໍ້ນັ້ນເຮົາກ່າວວ່າ ເປັນຂອງຜູ້ມີສີນ ບໍ່ແມ່ນຂອງຜູ້ທຸສີນ. ພິກຂຸທັງຫລາຍ! ຄວາມປາຖະນາແຫ່ງໃຈຂອງບຸຄຄົລຜູ້ມີສີນຍ່ອມສຳເລັດໄດ້ເພາະຈິຕບໍຣິສຸທ.

 ພິກຂຸທັງຫລາຍ! ສ່ວນບຸຄຄົລບາງຄົນໃນໂລກນີ້ ໃຫ້ທານຄື ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໃສ ແລະ ປະທີບໂຄມໄຟແກ່ສະມະນະຫລື ພຣາມ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາໄດ້ສະດັບມາວ່າ ເທວະດາຊັ້ນດາວະດິງສາມີອາຍຸຍືນ ມີວັນນະງາມ ມີຄວາມສຸກຫລາຍ ເຂົາຈຶ່ງມີຄວາມປາຖະໜາຢ່າງນີ້ວ່າ ໂອໜໍ ເມື່ອແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນດາວະດິງສາ ເຂົາຕັ້ງຈິດນັ້ນ ອະທິສຖານຈິດນັ້ນ ຈະເຣີນຈິດນັ້ນຢູ່ ຈິດຂອງເຂົານຶກນ້ອມໄປໃນທາງຊາມ ບໍ່ຈະເຣີນຍິ່ງຂຶ້ນ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນດາວະດິງສາ ແຕ່ຂໍ້ນັ້ນເຮົາກ່າວວ່າ ເປັນຂອງຜູ້ມີສີນ ບໍ່ແມ່ນຂອງຜູ້ທຸສີນ. ພິກຂຸທັງຫລາຍ! ຄວາມປາຖນາແຫ່ງໃຈຂອງບຸກຄົນຜູ້ມີສີນຍ່ອມສຳເລັດໄດ້ເພາະຈິດບໍຣິສຸດ.

 ພິກຂຸທັງຫລາຍ! ສ່ວນບຸກຄົນບາງຄົນໃນໂລກນີ້ ໃຫ້ທານຄື ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໃສ ແລະ ປະທີບໂຄມໄຟແກ່ສະມະນະ ຫລື ພຣາມ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາໄດ້ສະດັບມາວ່າ ເທວະດາຊັ້ນຍາມາມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ ເຂົາຈຶ່ງມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນຍາມາ ເຂົາຕັ້ງຈິດນັ້ນ ອະທິຖານຈິດນັ້ນ ຈະເຣີນຈິດນັ້ນຢູ່ ຈິດຂອງເຂົານຶກນ້ອມໄປໃນທາງຊາມ ບໍ່ຈະເຣີນຍິ່ງຂຶ້ນ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນຍາມາ ແຕ່ຂໍ້ນັ້ນເຮົາກ່າວວ່າ ເປັນຂອງຜູ້ມີສີນ ບໍ່ແມ່ນຂອງຜູ້ທຸສີນ. ພິກຂຸທັງຫລາຍ! ຄວາມປາຖະນາແຫ່ງໃຈຂອງບຸກຄົນຜູ້ມີສີນຍ່ອມສຳເລັດໄດ້ເພາະຈິດບໍຣິສຸດ.

 ພິກຂຸທັງຫລາຍ! ສ່ວນບຸຄຄົລບາງຄົນໃນໂລກນີ້ ໃຫ້ທານຄື ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໃສ ແລະ ປະທີບໂຄມໄຟແກ່ສະມະນະ ຫລື ພຣາມ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາໄດ້ສະດັບມາວ່າ ເທວະດາຊັ້ນດຸສິດມີອາຍຸຍືນ ມີວັນນະງາມ ມີຄວາມສຸກຫລາຍ ເຂົາຈຶ່ງມີຄວາມປາຖະນາຢ່າງນີ້ວ່າ ໂອໜໍ ເມື່ອແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນດຸສິດ ເຂົາຕັ້ງຈິດນັ້ນ ອະທິຖານຈິດນັ້ນ ຈະເຣີນຈິດນັ້ນຢູ່ ຈິດຂອງເຂົານຶກນ້ອມໄປໃນທາງຊາມ ບໍ່ຈະເຣີນຍິ່ງຂຶ້ນ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນດຸສິຕາ ແຕ່ຂໍ້ນັ້ນເຮົາກ່າວວ່າ ເປັນຂອງຜູ້ມີສີນ ບໍ່ແມ່ນຂອງຜູ້ທຸສີນ. ພິກຂຸທັງຫລາຍ! ຄວາມປາຖະນາແຫ່ງໃຈຂອງບຸຄຄົລຜູ້ມີສີລຍ່ອມສຳເລັດໄດ້ເພາະຈິດບໍຣິສຸທ.

 ພິກຂຸທັງຫລາຍ! ສ່ວນບຸຄຄົລບາງຄົນໃນໂລກນີ້ ໃຫ້ທານຄື ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໃສ ແລະ ປະທີບໂຄມໄຟແກ່ສະມະນະຫລື ພຣາມ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາໄດ້ສະດັບມາວ່າ ເທວະດາຊັ້ນນິມມານະຣະຕີມີອາຍຸຍືນ ມີວັນນະງາມ ມີຄວາມສຸກຫລາຍ ເຂົາຈຶ່ງມີຄວາມປາຖະນາຢ່າງນີ້ວ່າ ໂອໜໍ ເມື່ອແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນນິມມານະຣະດີ ເຂົາຕັ້ງຈິດນັ້ນ ອະທິຖານຈິດນັ້ນ ຈະເຣີນຈິດນັ້ນຢູ່ ຈິດຂອງເຂົານຶກນ້ອມໄປໃນທາງຊາມ ບໍ່ຈະເຣີນຍິ່ງຂຶ້ນ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນນິມມານະຣະດີ ແຕ່ຂໍ້ນັ້ນເຮົາກ່າວວ່າ ເປັນຂອງຜູ້ມີສີນ ບໍ່ແມ່ນຂອງຜູ້ທຸສີນ. ພິກຂຸທັງຫລາຍ! ຄວາມປາຖະນາແຫ່ງໃຈຂອງບຸກຄົນຜູ້ມີສີນຍ່ອມສຳເລັດໄດ້ເພາະຈິດບໍຣິສຸດ.

 ພິກຂຸທັງຫລາຍ! ສ່ວນບຸກຄົນບາງຄົນໃນໂລກນີ້ ໃຫ້ທານຄື: ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໃສ ແລະ ປະທີບໂຄມໄຟແກ່ສະມະນະ ຫລື ພຣາມ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາໄດ້ສະດັບມາວ່າ ເທວະດາຊັ້ນປະຣະນິມມິຕະວະສະວັດຕີມີອາຍຸຍືນ ມີວັນນະງາມ ມີຄວາມສຸກຫລາຍ ເຂົາຈຶ່ງມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນປະຣະນິມມິຕະວະສະວັດຕີ ເຂົາຕັ້ງຈິດນັ້ນ ອະທິສຖານຈິດນັ້ນ ຈະເຣີນຈິຕນັ້ນຢູ່ ຈິດຂອງເຂົານຶກນ້ອມໄປໃນທາງຊາມ ບໍ່ຈະເຣີນຍິ່ງຂຶ້ນ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນປະຣະນິມມິຕະວະສະວັດຕີ ແຕ່ຂໍ້ນັ້ນເຮົາກ່າວວ່າ ເປັນຂອງຜູ້ມີສີນ ບໍ່ແມ່ນຂອງຜູ້ທຸສີລ. ພິກຂຸທັງຫລາຍ! ຄວາມປາຖະນາແຫ່ງໃຈຂອງບຸຄຄົລຜູ້ມີສີນຍ່ອມສຳເລັດໄດ້ເພາະຈິດບໍຣິສຸດ.

 ພິກຂຸທັງຫລາຍ! ສ່ວນບຸກຄົນບາງຄົນໃນໂລກນີ້ ໃຫ້ທານຄື: ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໃສ ແລະ ປະທີບໂຄມໄຟແກ່ສະມະນະ ຫລື ພຣາມ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາໄດ້ສະດັບມາວ່າ ເທວະດາຊັ້ນພຣົມມີອາຍຸຍືນ ມີວັນນະງາມ ມີຄວາມສຸກຫລາຍ ເຂົາຈຶ່ງມີຄວາມປາຖະໜາຢ່າງນີ້ວ່າ ໂອໜໍ ເມື່ອແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນພຣົມ ເຂົາຕັ້ງຈິດນັ້ນ ອະທິຖານຈິດນັ້ນ ຈະເຣີນຈິດນັ້ນຢູ່ ຈິດຂອງເຂົານຶກນ້ອມໄປໃນທາງຊາມ ບໍ່ຈະເຣີນຍິ່ງຂຶ້ນ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນພຣົມ ແຕ່ຂໍ້ນັ້ນເຮົາກ່າວວ່າ ເປັນຂອງຜູ້ມີສີນ ບໍ່ແມ່ນຂອງຜູ້ທຸສີນ ເປັນຂອງຜູ້ປາສະຈາກຣາຄະ ບໍ່ແມ່ນຂອງຜູ້ມີຣາຄະ. ພິກຂຸທັງຫລາຍ! ຄວາມປາຖະນາແຫ່ງໃຈຂອງບຸກຄົນຜູ້ມີສີນຍ່ອມສຳເລັດໄດ້ເພາະຈິດປາສະຈາກຣາຄະ.

ພິກຂຸທັງຫລາຍ! ເຫດເກີດຂຶ້ນແຫ່ງທານ 8 ປະການນີ້ແລ.

....................................................

ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ ໒໓/໑໘໖/໑໒໕

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ