ຄວາມໂລບເປັນເຫດ

 ກໍໃນສະໄໝນັ້ນ ພຣະຜູ້ມີພຣະພາກປະທັບຢູ່ທີ່ພຣະເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະຄະຫະບໍດີ ເຂດພຣະນະຄອນສາວັດຖີ ຄັ້ງນັ້ນ ອຸປາສົກຄົນໜຶ່ງໄດ້ປະວາຣະນາຜັກທຽມໄວ້ແກ່ພິກຂຸນີສົງຄ໌ວ່າ ພິກຂຸນີເຫລົ່າໃດຕ້ອງການຜັກທຽມ ຂ້ານ້ອຍຂໍປະວາຣະນາ ແລະ ຍັງໄດ້ສັ່ງຄົນເຝົ້າໄຮ່ໄວ້ດ້ວຍວ່າ ຖ້າພິກຂຸນີທັງຫລາຍມາຂໍ ຈົ່ງຖວາຍທ່ານໄປອົງຄ໌ລະ 2-3 ກໍາ.

 ສະໄໝນັ້ນ ໃນເມືອງສາວັດຖີກຳລັງມີງານມະຫໍຣະສົບ ຜັກທຽມເທົ່າທີ່ເຂົານຳມາຂາຍໄດ້ໝົດ ພິກຂຸນີທັງຫລາຍພາກັນເຂົ້າໄປຫາອຸປາສົກຄົນນັ້ນ ແລ້ວໄດ້ກ່າວຄຳນີ້ວ່າ ອາວຸໂສ ພວກອາຕະມາຕ້ອງການຜັກທຽມ.

 ອຸປາສົກກ່າວວ່າ ບໍ່ມີຂ້ານ້ອຍ ຜັກທຽມທີ່ນຳມານັ້ນໝົດແລ້ວ ຂໍທ່ານທັງຫລາຍໄດ້ໂປດໄປທີ່ໄຮ່ເຖີດ ຂ້ານ້ອຍ.

 ພິກຂຸນີຖຸລະນັນທາໄດ້ໄປທີ່ໄຮ່ ຂົນຜັກທຽມໄປເປັນຈຳນວນຫລວງຫລາຍ ບໍ່ຮູ້ຈັກປະມານ ຄົນເຝົ້າໄຮ່ຈຶ່ງເພັ່ງໂທດຕິຕຽນ ຕຳນິວ່າ ເຫດໃດພິກຂຸນີທັງຫລາຍໄປເຖິງໄຮ່ແລ້ວຈຶ່ງບໍ່ຮູ້ຈັກປະມານ ຂົນຜັກທຽມໄປເປັນຈຳນວນຫລາຍແທ້.

 ພິກຂຸນີທັງຫລາຍໄດ້ຍິນຄົນເຝົ້າໄຮ່ເພັ່ງໂທດ ຕິຕຽນ ຕຳນິຢູ່ ບັນດາຜູ້ທີ່ມັກນ້ອຍ...ຕ່າງກໍເພັ່ງໂທດ ຕິຕຽນ ຕຳນິວ່າ ເຫຕໃດແມ່ເຈົ້າຖຸລລະນັນທາຈຶ່ງບໍ່ຮູ້ຈັກປະມານ ຂົນຜັກທຽມໄປເປັນຈຳນວນຫລາຍແທ້.

 ພຣະຜູ້ມີພຣະພາກຊົງສອບຖາມພິກຂຸທັງຫລາຍວ່າ:

 ພິກຂຸທັງຫລາຍ! ຂ່າວວ່າພິກຂຸນີຖຸລະນັນທາ ບໍ່ຮູ້ຈັກປະມານ ຂົນຜັກທຽມໄປເປັນຈຳນວນຫລາຍຈິງ ຫລື?

 ພິກຂຸທັງຫລາຍທູລຮັບວ່າ ຈິງ ພຣະອົງຄ໌ຜູ້ຈະເຣີນ!

 ພຣະຜູ້ມີພຣະພາກຊົງຕິຕຽນວ່າ:

 ພິກຂຸທັງຫລາຍ! ເຫດໃດພິກຂຸນີຖຸລະນັນທາຈຶ່ງບໍ່ຮູ້ຈັກປະມານ ຂົນຜັກທຽມໄປເປັນຈຳນວນຫລາຍ ການກະທຳຂອງນາງນັ້ນບໍ່ເປັນໄປເພື່ອຄວາມເຫລື້ອມໃສຂອງຊົນທີ່ຍັງບໍ່ເຫລື້ອມໃສ ຫລື ເພື່ອຄວາມເຫລື້ອມໃສຢ່າງຍິ່ງຂອງຊົນທີ່ເຫລື້ອມໃສແລ້ວ ໂດຍທີ່ແທ້ ການກະທຳຂອງນາງນັ້ນ ເປັນໄປເພື່ອຄວາມບໍ່ເຫລື້ອມໃສຂອງຊົນທີ່ຍັງບໍ່ເຫລື້ອມໃສ ແລະ ເພື່ອຄວາມເປັນຢ່າງອື່ນຂອງຊົນບາງພວກທີ່ເຫລື້ອມໃສແລ້ວ.

 ພິກຂຸທັງຫລາຍ! ເຣື່ອງເຄີຍມີມາແລ້ວ ພິກຂຸນີຖຸລະນັນທາໄດ້ເຄີຍເປັນປະຊາບໍດີຂອງພຣາມຄົນໜຶ່ງ ມີທິດາ 3 ຄົນຊື່ ນັນທາ, ນັນທະວະດີ, ສຸນທະຣີນັນທາ, ຄັນພຣາມຜູ້ເປັນສາມີທໍາກາລະລົງ ກໍໄປບັງເກີດໃນກຳເນີດຫົງຕະກຸນໜຶ່ງ ເຊິ່ງມີຂົນເປັນຄຳທັງໂຕ ຫົງນັ້ນໄດ້ສະລັດຂົນໃຫ້ແກ່ສະຕຣີເຫລົ່ານັ້ນຄົນລະຂົນ ແຕ່ພິກຂຸນີຖຸລະນັນທາຄິດວ່າ ຫົງໂຕນີ້ສະລັດຂົນໃຫ້ແກ່ພວກເຮົາຄົນລະຂົນເທົ່ານັ້ນ ຈຶ່ງໄດ້ຈັບພະຍາຫົງນັ້ນຖອນຂົນຈົນກ້ຽງ ຂົນຂອງພະຍາຫົງທີ່ງອກຂຶ້ນໃໝ່ໄດ້ກາຍເປັນສີຂາວໄປ.

 ພິກຂຸທັງຫລາຍ! ຄັ້ງນັ້ນພິກຂຸນີຖຸລະນັນທາໄດ້ເສື່ອມຈາກຄຳເພາະຄວາມໂລບມາກ ມາບັດນີ້ໄດ້ເສື່ອມຈາກຜັກທຽມ.

 ພິກຂຸທັງຫລາຍ! ກໍແລ ພິກຂຸນີທັງຫລາຍຈົ່ງຍົກສິກຂາບົດນີ້ຂຶ້ນສະແດງຢ່າງນີ້ ວ່າດັ່ງນີ້:

 ອີກຢ່າງໜຶ່ງ ພິກຂຸນີໃດ ສັນຜັກທຽມ ເປັນປາຈິຕຕີຍ໌.

..........................................................................

ວິນັຍປິດົກ ພິກຂຸນີວິພັງຄ໌ ໓/໙໓-໙໔/໑໔໗-໑໕.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ