ຄວນສຶກສາຢ່າງນີ້ວ່າຈັກເປັນຜູ້ປຣາຣົບຄວາມພຽນ

ສະໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ພຣະວິຫານເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພຣະນະຄອນສາວັດຖີ ຄັ້ງນັ້ນແລ ພຣະຜູ້ມີພຣະພາກສະເດັດອອກຈາກທີ່ຫລີກເຣັ້ນໃນຕອນແລງ ສະເດັດເຂົ້າໄປໃນສາລາທີ່ບຳຣຸງ ປະທັບນັ່ງເທິງອາສະນະທີ່ເຂົາປູລາດໄວ້.

 ແມ່ນແຕ່ທ່ານພຣະສາຣີບຸດກໍອອກຈາກທີ່ຫລີກເຣັ້ນໃນຕອນແລງ ເຂົ້າໄປໃນສາລາທີ່ບຳຣຸງ ອະພິວາດພຣະຜູ້ມີພຣະພາກແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ແມ່ນແຕ່ທ່ານພຣະມະຫາໂມກຄະລານະ ແມ່ນແຕ່ທ່່ານພຣະມະຫາກັດສະປະ ແມ່ນແຕ່ທ່ານພຣະມະຫາກັດຈານະ ແມ່ນແຕ່ທ່ານພຣະມະຫາໂກດຖິກະ ແມ່ນແຕ່ທ່ານພຣະມະຫາຈຸນທະ ແມ່ນແຕ່ທ່ານພຣະມະຫາກັບປິນະ ແມ່ນແຕ່ທ່ານພຣະອະນຸຣຸດທະ ແມ່ນແຕ່ທ່ານພຣະເຣວະຕະ ແມ່ນແຕ່ທ່ານພຣະອານົນທ໌ ກໍອອກຈາກທີ່ຫລີກເຣັ້ນໃນຕອນແລງ ເຂົ້າໄປໃນສາລາທີ່ບຳຣຸງ ອະພິວາດພຣະຜູ້ມີພຣະພາກແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ.

 ພຣະຜູ້ມີພຣະພາກຊົງຢັບຢັ້ງຢູ່ດ້ວຍການປະທັບນັ່ງຈົນສິ້ນຣາຕຣີເປັນອັນມາກ ແລ້ວຊົງລຸກຈາກອາສະນະສະເດັດເຂົ້າໄປສູ່ພຣະວິຫານ ແມ່ນແຕ່ທ່ານເຫລົ່ານັ້ນເມື່ອພຣະຜູ້ມີພຣະພາກສະເດັດໄປແລ້ວບໍ່ນານ ຕ່າງກໍລຸກຈາກອາສະນະໄດ້ໄປສູ່ວິຫານຂອງຕົນໆ ແຕ່ພວກພິກຂຸໃໝ່ບວດບໍ່ນານ ມາສູ່ທັມວິໄນນີ້ບໍ່ດົນ ຕ່າງກໍນອນຫລັບກັດເເຂ້ວຢູ່ໃນສາລາທີ່ບຳຣຸງນັ້ນຈົນພຣະອາທິດຂຶ້ນ.

 ພຣະຜູ້ມີພຣະພາກໄດ້ຊົງເຫັນພິກຂຸເຫລົ່ານັ້ນ ເຊິ່ງຕ່າງກໍນອນຫລັບກັດຟັນຢູ່ຈົນພຣະອາທິດຂຶ້ນ ດ້ວຍທິບພະຈັກຂຸອັນບໍຣິສຸດ ລ່ວງຈັກຂຸຂອງມະນຸດ ແລ້ວສະເດັດເຂົ້າໄປຍັງສາລາທີ່ບຳຣຸງ ປະທັບນັ່ງເທິງອາສະນະທີ່ປູລາດໄວ້ ແລ້ວກວ່າຖາມພິກຂຸທັງຫລາຍວ່າ:

 ພິກຂຸທັງຫລາຍ! ສາຣີບຸດໄປໃສ ໂມກຄະລານະໄປໃສ ມະຫາກັດສະປະໄປໃສ ມະຫາກັດຈານະໄປໃສ ມະຫາໂກດຖິກະໄປໃສ ມະຫາຈຸນທະໄປໃສ ມະຫາກັບປິນະໄປໃສ ອະນຸຣຸດທະໄປໃສ ເຣວະຕະໄປໃສ ອານົນທ໌ໄປໃສ ສາວົກຊັ້ນເຖຣະເຫລົ່ານັ້ນໄປໃສ?

 ພິກຂຸເຫລົ່ານັ້ນກຣາບທູນວ່າ:

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ທ່ານເຫລົ່ານັ້ນ ເມື່ອພຣະຜູ້ມີພຣະພາກສະເດັດຫລີກໄປແລ້ວບໍ່ນານ ຕ່າງກໍລຸກຈາກອາສະນະ ແລ້ວໄດ້ໄປສູ່ວິຫານຂອງຕົນໆ.

 ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍເຫັນພຣະເຖຣະຫລືໜໍ ພວກເຈົ້າທັງຫລາຍເປັນພິກຂຸໃໝ່ ນອນຫລັບກັດເເຂ້ວຈົນພຣະອາທິດຂຶ້ນ.

 ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ? ພວກເຈົ້າທັງຫລາຍໄດ້ເຫັນ ຫລື ໄດ້ຟັງມາແດ່ ຫລືວ່າ ພຣະຣາຊາຜູ້ເປັນກະສັດໄດ້ຮັບມູຣະທາພິເສກແລ້ວ ຊົງປະກອບການນອນສະບາຍ ເອ່ນຂ້າງສະບາຍ ບັນທົມສະບາຍ ຕາມພຣະປະສົງຢູ່ ສະເຫວີຍຣາຊະສົມບັດຢູ່ຕະຫລອດພຣະຊົນ ຍ່ອມເປັນທີ່ຮັກ ເປັນທີ່ພໍໃຈຂອງຊາວຊົນບົດ?

 ພິກຂຸເຫລົ່ານັ້ນກຣາບທູນວ່າ ຫາບໍ່ໄດ້ ພຣະອົງຄ໌ຜູ້ຈະເຣີນ!

 ພິກຂຸທັງຫລາຍ! ດີລະ ຂໍ້ນັ້ນແມ່ນແຕ່ເຮົາກໍບໍ່ໄດ້ເຫັນ ບໍ່ໄດ້ຟັງມາແລ້ວວ່າ ພຣະຣາຊາຜູ້ເປັນກະສັດໄດ້ຮັບມູຣະທາພິເສກແລ້ວ ຊົງປະກອບການນອນສະບາຍ ເອ່ນຂ້າງສະບາຍ ບັນທົມສະບາຍ ຕາມພຣະປະສົງຢູ່ ສະເຫວີຍຣາຊະສົມບັດຢູ່ຕະຫລອດພຣະຊົນ ຍ່ອມເປັນທີ່ຮັກ ເປັນທີ່ພໍໃຈຂອງຊາວຊົນບົດ.

 ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ? ພວກເຈົ້າທັງຫລາຍໄດ້ເຫັນ ຫລື ໄດ້ຟັງມາແດ່ ຫລືວ່າ ທ່ານຜູ້ຄອງຣາດ... ທ່ານຜູ້ເປັນທາຍາດແຫ່ງຕະກຸນ... ທ່ານຜູ້ເປັນເສນາບໍດີ... ທ່ານຜູ້ປົກຄອງບ້ານ... ທ່ານຜູ້ປົກຄອງໝູ່ຄະນະ ປະກອບການນອນສະບາຍ ເອ່ນຂ້າງສະບາຍ ນອນຫລັບສະບາຍຕາມປະສົງ ປົກຄອງໝູ່ຄະນະຢູ່ຕະຫລອດຊີວິດ ຍ່ອມເປັນທີ່ຮັກ ເປັນທີ່ພໍໃຈຂອງໝູ່ຄະນະ?

 ພິກຂຸເຫລົ່ານັ້ນກຣາບທູລວ່າ ຫາບໍ່ໄດ້ ພຣະອົງຄ໌ຜູ້ຈະເຣີນ!

 ພິກຂຸທັງຫລາຍ! ດີລະ ຂໍ້ນັ້ນແມ່ນແຕ່ເຮົາກໍບໍ່ໄດ້ເຫັນ ບໍ່ໄດ້ຟັງມາແລ້ວວ່າ ທ່ານຜູ້ຄອງຣາດ ທ່ານຜູ້ເປັນທາຍາດແຫ່ງຕະກຸນ ທ່ານຜູ້ເປັນເສນາບໍດີ ທ່ານຜູ້ປົກຄອງບ້ານ ທ່ານຜູ້ປົກຄອງໝູ່ຄະນະ ປະກອບການນອນສະບາຍ ເອ່ນຂ້າງສະບາຍ ນອນຫລັບສະບາຍຕາມປະສົງ ປົກຄອງໝູ່ຄະນະຢູ່ຕະຫລອດຊີວິດ ຍ່ອມເປັນທີ່ຮັກ ເປັນທີ່ພໍໃຈຂອງໝູ່ຄະນະ.

 ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ? ພວກເຈົ້າທັງຫລາຍໄດ້ເຫັນ ຫລືໄດ້ຟັງມາແດ່ ຫລືວ່າ ສະມະນະ ຫລືພຣາມປະກອບການນອນສະບາຍ ເອ່ນຂ້າງສະບາຍ ນອນຫລັບສະບາຍ ຕາມປະສົງ ບໍ່ຄຸ້ມຄອງທະວານໃນອິນຊີທັງຫລາຍ ບໍ່ຮູ້ປະມານໃນໂພຊະນະ ບໍ່ປະກອບຄວາມພຽນ ບໍ່ເຫັນແຈ້ງໃນກຸສົນລະທັມທັງຫລາຍ ບໍ່ປະກອບການຈະເຣີນໂພທິປັກຂິຍະທັມທັງເບື້ອງຕົ້ນ ແລະ ເບື້ອງປາຍແຫ່ງວັນຄືນ ແລ້ວກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸດ ປັນຍາວິມຸດ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປດ້ວຍປັນຍາອັນຍິ່ງເອງໃນປັດຈຸບັນເຂົ້າເຖິງຢູ່?

 ພິກຂຸເຫລົ່ານັ້ນກຣາບທູນວ່າ ຫາບໍ່ໄດ້ ພຣະອົງຄ໌ຜູ້ຈະເຣີນ!

 ພິກຂຸທັງຫລາຍ! ດີລະ ຂໍ້ນັ້ນແມ່ນແຕ່ເຮົາກໍບໍ່ໄດ້ເຫັນ ບໍ່ໄດ້ຟັງມາແລ້ວວ່າ ສະມະນະ ຫລື ພຣາມປະກອບການນອນສະບາຍ ເອ່ນຂ້າງສະບາຍ ນອນຫລັບສະບາຍຕາມປະສົງ ບໍ່ຄຸ້ມຄອງທະວານໃນອິນຊີທັງຫລາຍ ບໍ່ຮູ້ປະມານໃນໂພຊະນະ ບໍ່ປະກອບຄວາມພຽນ ບໍ່ເຫັນແຈ້ງໃນກຸສົນລະທັມທັງຫລາຍ ບໍ່ປະກອບການຈະເຣີນໂພທິປັກຂິຍະທັມທັງເບື້ອງຕົ້ນ ແລະ ເບື້ອງປາຍແຫ່ງວັນຄືນ ແລ້ວກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸດ ປັນຍາວິມຸດ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປດ້ວຍປັນຍາອັນຍິ່ງເອງໃນປັດຈຸບັນເຂົ້າເຖິງຢູ່.

 ພິກຂຸທັງຫລາຍ! ເພາະເຫດນັ້ນແລ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ເຮົາທັງຫລາຍຈັກເປັນຜູ້ຄຸ້ມຄອງທະວານໃນອິນຊີທັງຫລາຍ ຈັກເປັນຜູ້ຮູ້ປະມານໃນໂພຊະນະ ຈັກເປັນຜູ້ປະກອບຄວາມພຽນ ຈັກເປັນຜູ້ເຫັນແຈ້ງໃນກຸສົນລະທັມທັງຫລາຍ ຈັກປະກອບການຈະເຣີນໂພທິປັກຂິຍະທັມທັງເບື້ອງຕົ້ນ ແລະ ເບື້ອງປາຍແຫ່ງວັນຄືນຢູ່.

 ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ແລ.

.................................................

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໒໗໕/໒໘໘

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ