ບຸກຄົນຕົກນໍ້າ 7 ຈຳພວກ

 ພິກຂຸທັງຫລາຍ ! ບຸກຄົນປຽບດ້ວຍບຸກຄົນຕົກນ້ຳເຈັດຈຳພວກ ເຫຼົ່ານີ້ ມີຢູ່ ຫາໄດ້ຢູ່ໃນໂລກ.

     ເຈັດຈຳພວກເຫຼົ່າໃດໜໍ ? 

ພິກຂຸທັ້ງຫລາຍ ! ໃນກໍລະນີນີ້: 

(1) ບຸກຄົນບາງຄົນ ຈົມນໍ້າເທື່ອດຽວແລ້ວກໍຈົມເລີຍ;

(2) ບຸກຄົນບາງຄົນຜຸດຂຶ້ນເທື່ອໜຶ່ງແລ້ວຈຶ່ງຈົມເລີຍ; 

(3) ບຸກຄົນບາງຄົນ ຜຸດຂຶ້ນແລ້ວ ຟູຕົວຢູ່

(4) ບຸກຄົນບາງຄົນຜຸດຂຶ້ນແລ້ວຫລຽວເບິ່ງຮອບໆ ຢູ່;

(5) ບຸກຄົນບາງຄົນຜຸດຂຶ້ນແລ້ວລອຍເຂົ້າຫາຝັ່ງ

(6) ບຸກຄົນບາງຄົນ ຜຸດຂຶ້ນແລ້ວ ຍ່າງເຂົ້າມາເຖິງບ່ອນຕື້ນແລ້ວ;

(7) ບຸກຄົນບາງຄົນຜຸດຂຶ້ນແລ້ວ ເຖິງຝັ່ງຂ້າມຂຶ້ນບົກແລ້ວເປັນພຣາມຢືນຢູ່. 

  ພິກຂຸທັ້ງຫລາຍ ! (1) ບຸກຄົນ ຈົມນໍ້າເທື່ອດຽວແລ້ວກໍຈົມເລີຍ ເປັນແນວໃດໜໍ ? 

  ພິກຂຸທັ້ງຫລາຍ ! ບຸກຄົນບາງຄົນໃນກໍລະນີນີ້ ປະກອບດ້ວຍອະກຸສົນລະທັມຝ່າຍດຽວ ໂດຍສ່ວນດຽວ. ຢ່າງນີ້ແລ ເອີ້ນວ່າ ຈົມເທື່ອດຽວແລ້ວກໍຈົມເລີຍ.

  ພິກຂຸທັ້ງຫລາຍ ! (2) ບຸກຄົນ ຜຸດຂຶ້ນເທື່ອໜຶ່ງແລ້ວຈຶ່ງຈົມເລີຍ ເປັນແນວໃດໜໍ ? 

   ພິກຂຸທັ້ງຫລາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຜຸດຂຶ້ນຄືມີສັດທາດີໃນກຸສົນລະທັມທັງຫຼາຍ ມີຫິຣິດີ-ມີໂອດຕັບປະດີ-ມີວິຣິຍະດີ-ມີປັນຍາດີໃນກຸສົນທັມທັງຫລາຍ. ແຕ່ວ່າສັດທາເປັນຕົ້ນຂອງເຂົາ ບໍ່ຕັ້ງຢູ່ດົນ ບໍ່ຈະເຣີນ ເສື່ອມສິ້ນໄປ. ຢ່າງນີ້ແລເອີ້ນວ່າ ຜຸດຂຶ້ນເທື່ອໜຶ່ງແລ້ວຈຶ່ງຈົມເລີຍ.

  ພິກຂຸທັ້ງຫລາຍ ! (3) ບຸກຄົນ ຜຸດຂຶ້ນແລ້ວຟູຕົວຢູ່ເປັນແນວໃດໜໍ ? 

  ພິກຂຸທັ້ງຫລາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຜຸດຂຶ້ນຄື ມີສັັດທາດີໃນກຸສົນທັມທັ້ງຫລາຍ ມີຫິຣິດີ-ມີໂອດຕັບປະດີ-ມີວິຣິຍະດີ-ມີປັນຍາດີໃນກຸສົນທັມທັງຫລາຍ ແລະ ສັດທາ ເປັນຕົ້ນຂອງເຂົາ ບໍ່ເສື່ອມ ບໍ່ຈະເຣີນ ແຕ່ຊົງຕົວຢູ່. ຢ່າງນີ້ແລເອີ້ນວ່າ ຜຸດຂຶ້ນແລ້ວຟູໂຕຢູ່.

  ພິກຂຸທັ້ງຫລາຍ ! (4) ບຸກຄົນຜຸດຂຶ້ນແລ້ວຫລຽວເບິ່ງຮອບຮອບຢູ່ ເປັນແນວໃດໜໍ ? 

  ພິກຂຸທັງຫລາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຜຸດຂຶ້ນຄື ມີສັດທາດີໃນກຸສົນລະທັມທັງຫລາຍ ມີຫິຣິດີ-ມີໂອດຕັບປະດີ-ມີວິຣິຍະດີ-ມີປັນຍາດີໃນກຸສົນລະທັມທັ້ງຫລາຍ. ບຸກຄົນນັ້ນເພາະຄວາມສິ້ນໄປແຫ່ງສັງໂຍດ 3 ເປັນໂສດາບັນ ມີຄວາມບໍ່ຕົກຕໍ່າເປັນທຳມະດາ ເປັນຜູ້ທ່ຽງເເທ້ຕໍ່ພຣະນິບພານ ມີການຕຣັດສະຮູ້ພ້ອມໃນເບື້ອງໜ້າ. ຢ່າງນີ້ແລ ເອີ້ນວ່າ ຜຸດຂຶ້ນແລ້ວຫຼຽວເບິ່ງຮອບຮອບຢູ່.

  ພິກຂຸທັ້ງຫລາຍ ! (5) ບຸກຄົນ ຜຸດຂຶ້ນແລ້ວລອຍເຂົ້າຫາຝັ່ງ ເປັນແນວໃດໜໍ ?

  ພິກຂຸທັ້ງຫລາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຜຸດຂຶ້ນຄື ມີສັດທາດີໃນກຸສົນທັມທັ້ງຫລາຍ ມີຫິຣິດີ-ມີໂອດຕັບປະດີ-ມີວິຣິຍະດີ-ມີປັນຍາດີໃນກຸສົນທັມທັ້ງຫລາຍ. ບຸກຄົນນັ້ນເພາະຄວາມດັບສິ້ນໄປແຫ່ງສັງໂຍດ 3 ແລະ ເພາະຄວາມເບົາບາງແຫ່ງ ຣາຄະ ໂທສະ ໂມຫະ ເປັນ ສະກະທາຄາມີ ມາສູ່ໂລກນີ້ອີກພຽງເທື່ອດຽວ ແລ້ວເຮັດທີ່ສຸທແຫ່ງທຸກຂ໌ໄດ້. ຢ່າງນີ້ແລ ເອີ້ນວ່າ ຜຸດຂຶ້ນແລ້ວ ລອຍເຂົ້າຫາຝັ່ງ.

  ພິກຂຸທັ້ງຫລາຍ ! (6) ບຸກຄົນຜຸດຂຶ້ນແລ້ວຍ່າງເຂົ້າມາເຖິງບ່ອນທີ່ຕື້ນແລ້ວ ເປັນແນວໃດໜໍ ?

  ພິກຂຸທັ້ງຫລາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຜຸດຂຶ້ນຄືມີສັດທາດີໃນກຸສົນທັມທັ້ງຫລາຍ ມີຫິຣິດີ-ມີໂອດຕັບປະດີ-ມີວິຣິຍະດີ-ມີປັນຍາດີໃນກຸສົນລະທັມທັ້ງຫລາຍ. ບຸກຄົນນັ້ນ ເພາະຄວາມສິ້ນໄປແຫ່ງໂອຣັມພາຄິຍະສັງໂຍຊນ໌ຫ້າ ເປັນໂອປະປາຕິກະ ມີການປະຣິນິບພານໃນພົບນັ້ນບໍ່ວຽນກັບຈາກໂລກນັ້ນເປັນທຳມະດາ. ຢ່າງນີ້ແລ ເອີ້ນວ່າ ຜຸດຂຶ້ນແລ້ວ ຍ່າງເຂົ້າມາເຖິງບ່ອນທີ່ຕື້ນແລ້ວ.

  ພິກຂຸທັ້ງຫລາຍ ! (7) ບຸກຄົນຜຸດຂຶ້ນແລ້ວ ເຖິງຝັ່ງຂ້າມຂຶ້ນບົກແລ້ວ ເປັນພຣາມຢືນຢູ່ ເປັນແນວໃດໜໍ ? 

  ພິກຂຸທັ້ງຫລາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຜຸດຂຶ້ນຄື ມີສັທທາດີໃນກຸສົນທັມທັ້ງຫລາຍ ມີຫິຣິດີ-ມີໂອດຕັບປະດີ-ມີວິຣິຍະດີ-ມີປັນຍາດີໃນກຸສົນລະທັມທັ້ງຫລາຍ. ບຸກຄົນນັ້ນ ໄດ້ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸດ ປັນຍາວິມຸດ ອັນຫາອາສະວະບໍ່ໄດ້ ເພາະຄວາມສິ້ນໄປແຫ່ງອາສະວະທັ້ງຫລາຍ ດ້ວຍປັນຍາອັນຍິ່ງເອງໃນທິດຖະທັມນີ້ ເຂົ້າເຖິງແລ້ວຢູ່. ຢ່າງນີ້ແລ ເອີ້ນວ່າ ຜຸດຂຶ້ນແລ້ວ ເຖິງຝັ່ງຂ້າມຂຶ້ນບົກແລ້ວ ເປັນພຣາມຢືນຢູ່.

   ພິກຂຸທັ້ງຫລາຍ ! ເຫຼົ່ານີ້ແລ ບຸກຄົນປຽບດ້ວຍບຸກຄົນ ຕົກນຳ ເຈັດຈຳພົກ ຊຶ່ງມີຢູ່ຫາໄດ້ຢູ່ ໃນໂລກ. 

.......................................................................

 -ບາລີ  ສັຕຕະກະນິບາຕ   ອັງຄຸຕຕຣະນິກາຍ  ໒໓/໑໐-໑໒/໑໕.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ