ຂໍ້ປະຕິບັດທີ່ໃຫ້ເຖິງຄວາມສິ້ນອາສະວະໂດຍລຳດັບ

ພິກຂຸທັງຫລາຍ! ກາລ 4 ນີ້ ອັນບຸກຄົນບຳເພັນໂດຍຊອບ ກະທຳໃຫ້ເປັນໄປໂດຍຊອບ ຍ່ອມໃຫ້ເຖິງຄວາມສິ້ນອາສະວະໂດຍລຳດັບ. ກາລ 4 ເປັນແນວໃດ? ຄື: 

 1.ການຟັງທັມຕາມການ.

 2.ການສົນທະນາທັມຕາມການ.

 3.ສະມະຖະຕາມການ.

 4.ວິປັດສະນາຕາມການ.

ພິກຂຸທັງຫລາຍ! ການ 4 ນີ້ແລ ອັນບຸກຄົນບຳເພັນໂດຍຊອບ ກະທຳໃຫ້ເປັນໄປໂດຍຊອບ ຍ່ອມໃຫ້ເຖິງຄວາມສິ້ນອາສະວະໂດຍລຳດັບ.

 ພິກຂຸທັງຫລາຍ! ເມື່ອຝົນເມັດໃຫຍ່ຕົກລົງເທິງພູເຂົາ ນ້ຳໄຫລໄປຕາມທີ່ຕ່ຳ ຍ່ອມເຮັດໃຫ້ຮ່ອມພູ ລຳທານ ແລະ ຫ້ວຍເຕັມ ເມື່ອຮ່ອມພູ ລຳທານ ແລະ ຫ້ວຍເຕັມແລ້ວ ຍ່ອມເຮັດໃຫ້ ໜອງເຕັມ ເມື່ອໜອງເຕັມແລ້ວ ຍ່ອມເຮັດໃຫ້ບຶງເຕັມ ເມື່ອບຶງເຕັມແລ້ວ ຍ່ອມເຮັດໃຫ້ແມ່ນ້ຳນ້ອຍເຕັມ ເມື່ອແມ່ນ້ຳນ້ອຍເຕັມແລ້ວ ຍ່ອມເຮັດໃຫ້ແມ່ນ້ຳໃຫຍ່ເຕັມ ເມື່ອແມ່ນ້ຳໃຫຍ່ເຕັມແລ້ວ ຍ່ອມເຮັດໃຫ້ສະໝຸດສາຄອນເຕັມ ສັນໃດ;

ພິກຂຸທັງຫລາຍ! ການ 4 ນີ້ອັນບຸກຄົນບຳເພັນໂດຍຊອບ ກະທຳໃຫ້ເປັນໄປໂດຍຊອບ ຍ່ອມໃຫ້ເຖິງຄວາມສິ້ນອາສະວະໂດຍລຳດັບ ສັນນັ້ນເໝືອນກັນ.

...................................................................

ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໑໓໙/໑໔໗

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ