ການກະທຳທີ່ເປັນເຫດໃຫ້ໄປສູ່ນະຣົກ

ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 4 ປະການ ຍ່ອມເກີດໃນນະຣົກເໝືອນຖືກນຳມາໂຍນລົງ; ທັມ 4 ປະການເປັນແນວໃດ? ຄື:

 1. ບໍ່ພິຈາຣະນາໃຄ່ຄວນກ່ອນແລ້ວ ກ່າວສັນລະເສີນບຸກຄົນທີ່ຄວນຕິຕຽນ.

 2. ບໍ່ພິຈາຣະນາໃຄ່ຄວນກ່ອນແລ້ວ ກ່າວຕິຕຽນບຸກຄົນທີ່ຄວນສັນລະເສີນ.

 3. ບໍ່ພິຈາຣະນາໃຄ່ຄວນກ່ອນແລ້ວ ສະແດງຄວາມເຫລື້ອມໃສໃນຖານະທີ່ບໍ່ຄວນເຫລື້ອມໃສ.

 4. ບໍ່ພິຈາຣະນາໃຄ່ຄວນກ່ອນແລ້ວ ສະແດງຄວາມບໍ່ເຫລື້ອມໃສໃນຖານະທີ່ຄວນເຫລື້ອມໃສ.

 ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 4 ປະການນີ້ແລ ຍ່ອມເກີດໃນນະຣົກເໝືອນຖືກນຳມາໂຍນລົງ.

 ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 4 ປະການນີ້ ຍ່ອມເກີດໃນສະຫວັນເໝືອນຖືກເຊີນມາ; ທັມ 4 ປະການເປັນແນວໃດ? ຄື:

 1. ພິຈາຣະນາໃຄ່ຄວນກ່ອນແລ້ວ ຕິຕຽນບຸກຄົນທີ່ຄວນຕິຕຽນ.

 2. ພິຈາຣະນາໃຄ່ຄວນກ່ອນແລ້ວ ສັນລະເສີນບຸກຄົນທີ່ຄວນສັນລະເສີນ.

 3. ພິຈາຣະນາໃຄ່ຄວນກ່ອນແລ້ວ ສະແດງຄວາມບໍ່ເຫລື້ອມໃສໃນຖານະທີ່ບໍ່ຄວນເຫລື້ອມໃສ.

 4. ພິຈາຣະນາໃຄ່ຄວນກ່ອນແລ້ວ ສະແດງຄວາມເຫລື້ອມໃສໃນຖານະທີ່ຄວນເຫລື້ອມໃສ.

ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 4 ປະການນີ້ແລ ຍ່ອມເກີດໃນສະຫວັນເໝືອນຖືກເຊີນມາ.

...........................................................

ພຣະໄຕປິດົກສະບັບຫລວງ ພາສາໄທ ໒໑/໘໓/໘໓

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ