ທັມມະທານເລີດກວ່າທານທັງຫລາຍ

ພິກຂຸທັງຫລາຍ! ທັມມະທານເລີດກວ່າທານທັງຫລາຍ.

 ພິກຂຸທັງຫລາຍ! ການສະແດງທັມເນື່ອງໆແກ່ບຸກຄົນຜູ້ຕ້ອງການ ຜູ້ງ່ຽງໂສຕະລົງຟັງ ນີ້ເລີດກວ່າການເວົ້າຖ້ອຍຄຳອັນເປັນທີ່ຮັກ.

 ພິກຂຸທັງຫລາຍ! ການຊັກຊວນບຸກຄົນຜູ້ບໍ່ມີສັດທາໃຫ້ຕັ້ງໝັ້ນດຳຣົງຢູ່ໃນສັດທາສັມປະທາ, ຊັກຊວນຜູ້ທຸສີນໃຫ້ຕັ້ງໝັ້ນດຳຣົງຢູ່ໃນສີນລະສັມປະທາ, ຊັກຊວນຜູ້ມີຄວາມຂີ້ຖີ່ໃຫ້ຕັ້ງໝັ້ນດຳຣົງຢູ່ໃນຈາຄະສັມປະທາ, ຊັກຊວນຜູ້ມີປັນຍາຊາມ(ທຸປປັນຍັງ) ໃຫ້ຕັ້ງໝັ້ນດຳຣົງຢູ່ໃນປັນຍາສັມປະທາ ນີ້ເລີດກວ່າການປະພຶດປະໂຫຍດທັງຫລາຍ.

 ພິກຂຸທັງຫລາຍ! ໂສດາບັນມີຕົນສະເໝີກັບໂສດາບັນ ສະກະທາຄາມີມີຕົນສະເໝີກັບສະກະທາຄາມີ ອະນາຄາມີມີຕົນສະເໝີກັບອະນາຄາມີ ອະຣະຫັນຕ໌ມີຕົນສະໝີກັບອະຣະຫັນຕ໌. ນີ້ເລີດກວ່າການມີຕົນສະເໝີທັງຫລາຍ.

.................................................

ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ ໒໓/໒໙໓/໒໐໙

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ