ຄວາມອິດສານຳພາໄປສູ່ນະຣົກ

ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 3 ປະການ ບໍ່ລະມົນທິນ 3 ປະການ ຍ່ອມຖືກເກັບໄວ້ໃນນະຣົກເໝືອນຖືກຂັງໄວ້ ສັນນັ້ນ. ທັມ 3 ປະການເປັນຢ່າງໃດ? ຄື:

ເປັນຜູ້ທຸສີນ ແລະ ບໍ່ລະມົນທິນແຫ່ງຄວາມທຸສີນ

ເປັນຜູ້ອິດສາ ແລະ ບໍ່ລະມົນທິນແຫ່ງຄວາມອິດສາ 

ເປັນຜູ້ຂີ້ຖີ່ ແລະ ບໍ່ລະມົນທິນແຫ່ງຄວາມຂີ້ຖີ່ 

ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 3 ປະການນີ້ ແລະ ບໍ່ລະມົນທິນ 3 ປະການນີ້ແລ ຍ່ອມຖືກເກັບໄວ້ໃນນະຣົກເໝືອນຖືກຂັງໄວ້ ສັນນັ້ນ.

 ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 3 ປະການ ລະມົນທິນ 3 ປະການ ຍ່ອມປະດິດຖານເທິງສະຫວັນເໝືອນຖືກນຳມາວາງໄວ້ ສັນນັ້ນ. ທັມ 3 ປະການເປັນຢ່າງໃດ? ຄື:

ເປັນຜູ້ມີສີນ ແລະ ລະມົນທິນແຫ່ງຄວາມທຸສີນ

ເປັນຜູ້ບໍ່ອິດສາ ແລະ ລະມົນທິນແຫ່ງຄວາມອິດສາ 

ເປັນຜູ້ບໍ່ຂີ້ຖີ່ ແລະ ລະມົນທິນແຫ່ງຄວາມຂີ້ຖີ່ 

 ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 3 ປະການນີ້ ແລະ ລະມົນທິນ 3 ປະການນີ້ແລ ຍ່ອມປະດິດຖານເທິງສະຫວັນເໝືອນຖືກນຳມາວາງໄວ້ ສັນນັ້ນ.

.............................................................................

ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໐໐/໔໔໙

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ