ທັມເປັນຮຸ່ງອາລຸນແຫ່ງອະຣິຍະມັກມີອົງຄ໌ 8

ພິກຂຸທັງຫລາຍ! ເມື່ອດວງອາທິດກຳລັງຂຶ້ນ ສິ່ງທີ່ມາກ່ອນເປັນນິມິດໃຫ້ເຫັນກ່ອນ ຄື: ການປາກົດແຫ່ງອາລຸນ ສັນໃດ;

 ພິກຂຸທັງຫລາຍ! ເມື່ອມີການເກີດຂຶ້ນແຫ່ງອະຣິຍະມັຄມີອົງຄ໌ 8 ຂອງພິກຂຸ ສິ່ງທີ່ມາກ່ອນ ເປັນນິມິດໃຫ້ເຫັນກ່ອນ ຄື ຄວາມເປັນຜູ້ມີກັນລະຍານະມິດ ສັນນັ້ນເໝືອນກັນ.

 ພິກຂຸທັງຫລາຍ! ນີ້ຄືຄວາມຫວັງຂອງພິກຂຸຜູ້ມີກັນລະຍານະມິດ ຄື: ທ່ານຈັກຈະເຣີນອະຣິຍະມັຄມີອົງຄ໌ 8 ໄດ້ ຈັກກະທຳໃຫ້ຫລາຍເຊິ່ງອະຣິຍະມັຄມີອົງຄ໌ 8 ໄດ້.

 ຫິງຫ້ອຍ ນັ້ນຍ່ອມສ່ອງແສງຢູ່ໄດ້ຊົ່ວເວລາທີ່ດວງອາທິດຍັງບໍ່ຂຶ້ນມາ ຄັນດວງອາທິດຂຶ້ນມາ ຫິງຫ້ອຍກໍໝົດແສງບໍ່ມີສະຫວ່າງອີກເດຍຣະຖີທັງຫລາຍກໍເປັນເຊັ່ນນັ້ນ ໂອກາດຢູ່ໄດ້ຊົ່ວເວລາທີ່ບຸກຄົນ ຜູ້ຕຣັດສະຮູ້ຊອບໄດ້ດ້ວຍຕົນເອງຍັງບໍ່ເກີດຂຶ້ນໃນໂລກ ພວກທີ່ໄດ້ແຕ່ນຶກໆເອົາ ຍ່ອມບໍຣິສຸດບໍ່ໄດ້ ແມ່ນແຕ່ສາວົກຂອງເຂົາກໍເໝືອນກັນ ຜູ້ທີ່ມີຄວາມເຫັນຜິດ ຍ່ອມບໍ່ພົ້ນທຸກຂ໌ໄປໄດ້ເລີຍ.

..............................................

- ມະຫາວາຣ.ສໍ. ໑໙/໓໖/໑໒໙.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ