ຖ້າຢ້ານກົວຄວາມທຸກກໍຢ່າທຳບາບ

ສະໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ພຣະວິຫານເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພຣະນະຄອນສາວັດຖີ ກໍສະໄໝນັ້ນ ເດັກນ້ອຍຈຳນວນຫລາຍພາກັນຈັບປາຢູ່ໃນລະຫວ່າງພຣະນະຄອນສາວັດຖີກັບພຣະວິຫານເຊຕະວັນ.

 ຄັ້ງນັ້ນເປັນເວລາເຊົ້າ ພຣະຜູ້ມີພຣະພາກຊົງອັນຕະຣະວາສົກແລ້ວ ຊົງຖືບາດ ແລະ ຈີວອນສະເດັດເຂົ້າໄປບິນທະບາດໃນນະຄອນສາວັດຖີ ໄດ້ທອດພຣະເນດເຫັນເດັກນ້ອຍຈຳນວນຫລາຍພາກັນຈັບປາໃນລະຫວ່າງພຣະນະຄອນສາວັດຖີກັບພຣະວິຫານເຊຕະວັນ ຄັ້ນແລ້ວໄດ້ສະເດັດເຂົ້າໄປຫາເດັກນ້ອຍເຫລົ່ານັ້ນ ແລ້ວໄດ້ກວ່າຖາມວ່າ:

 ກຸມານທັງຫລາຍ! ພວກເຈົ້າທັງຫລາຍຢ້ານກົວຕໍ່ຄວາມທຸກຂ໌ ຄວາມທຸກຂ໌ກໍບໍ່ເປັນທີ່ຮັກຂອງພວກເຈົ້າທັງຫລາຍບໍ່ແມ່ນ ຫລື?

 ເດັກເຫລົ່ານັ້ນກຣາບທູນວ່າ: 

 ເປັນຢ່າງນັ້ນ ພຣະອົງຄ໌ຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍຢ້ານກົວຕໍ່ຄວາມທຸກຂ໌ ຄວາມທຸກຂ໌ກໍບໍ່ເປັນທີ່ຮັກຂອງພວກຂ້ານ້ອຍທັງຫລາຍ.

 ລຳດັບນັ້ນ, ພຣະຜູ້ມີພຣະພາກຊົງຊາບເນື້ອຄວາມນັ້ນແລ້ວ ໄດ້ຊົງເປັ່ງອຸທານໃນເວລານັ້ນວ່າ:

 ຖ້າພວກເຈົ້າທັງຫລາຍຢ້ານກົວຕໍ່ຄວາມທຸກຂ໌ ຖ້າຄວາມທຸກຂ໌ບໍ່ເປັນທີ່ຮັກຂອງພວກເຈົ້າທັງຫລາຍແລ້ວ ພວກເຈົ້າທັງຫລາຍຢ່າໄດ້ກະທຳບາບກັມທັງໃນທີ່ແຈ້ງ ຫລື ໃນທີ່ລັບເລີຍ ຖ້າພວກເຈົ້າທັງຫລາຍຈະກະທຳ ຫລື ກະທຳຢູ່ເຊິ່ງບາບກັມແລ້ວນັ້ນ ພວກເຈົ້າທັງຫລາຍເຖິງຈະເຫາະໜີໄປກໍຍ່ອມບໍ່ພົ້ນໄປຈາກຄວາມທຸກຂ໌.

...................................................................

ຂຸທທະກະນິກາຍ ຂຸທທະກະປາຖະ-ທັມມະບົທ-ອຸທານ-ອິຕິວຸຕຕະກະ-

ສຸຕຕະນິບາຕ 25/107/115

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ