ຄວາມດີຄົນດີທຳໄດ້ງ່າຍ ຄວາມດີຄົນຊົ່ວທຳໄດ້ຍາກ

ສະໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ພຣະວິຫານເຊຕະວັນ ກລັນທະກະນິວາປະສະຖານ ໃກ້ພຣະນະຄອນຣາຊະຄຶ ກໍສະໄໝນັ້ນ ໃນວັນອຸໂປສົດເວລາເຊົ້າ ທ່ານພຣະອານົນທ໌ນຸ່ງແລ້ວ ຖືບາດ ແລະ ຈີວອນ ເຂົ້າໄປບິນທະບາດໃນພຣະນະຄອນຣາຊະຄຶ ພຣະເທວະທັດໄດ້ເຫັນທ່ານພຣະອານົນທ໌ກຳລັງທ່ຽວບິນທະບາດຢູ່ໃນພຣະນະຄອນຣາຊະຄຶ ຈິ່ງເຂົ້າໄປຫາທ່ານພຣະອານົນທ໌ ແລ້ວໄດ້ກ່າວກັບທ່ານພຣະອານົນທ໌ວ່າ:

 ອາວຸໂສອານົນທ໌!​ ບັດນີ້ ຂ້ານ້ອຍຈັກກະທຳອຸໂປສົດສັງຄະກັມແຍກຈາກພຣະຜູ້ມີພຣະພາກ ແຍກຈາກພິກຂຸສົງຄ໌ຕັ້ງແຕ່ວັນນີ້ເປັນຕົ້ນໄປ.

 ຄັ້ນນັ້ນ ທ່ານພຣະອານົນທ໌ທ່ຽວບິນທະບາດໃນພຣະນະຄອນຣາຊະຄຶ ກັບຈາກບິນທະບາດພາຍຫລັງສັນອາຫານແລ້ວ ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ກຣາບອະພິວາດແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູນພຣະຜູ້ມີພຣະພາກວ່າ:

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍປະທານພຣະວາໂຣກາດເວລາເຊົ້າ ຂ້ານ້ອຍນຸ່ງແລ້ວ ຖືບາດ ແລະ ຈີວອນ ເຂົ້າໄປບິນທະບາດໃນພຣະນະຄອນຣາຊະຄຶ ພຣະເທວະທັດໄດ້ເຫັນຂ້ານ້ອຍກຳລັງທ່ຽວບິນທະບາດຢູ່ໃນພຣະນະຄອນຣາຊະຄຶ ຈິ່ງເຂົ້າໄປຫາຂ້ານ້ອຍແລ້ວໄດ້ກ່າວກັບຂ້ານ້ອຍວ່າ ອາວຸໂສອານົນທ໌!​ ບັດນີ້ ຂ້ານ້ອຍຈັກກະທຳອຸໂປສົດສັງຄະກັມແຍກຈາກພຣະຜູ້ມີພຣະພາກ ແຍກຈາກພິກຂຸສົງຄ໌ຕັ້ງແຕ່ວັນນີ້ເປັນຕົ້ນໄປ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ວັນນີ້ ພຣະເທວະທັດຈັກທຳລາຍສົງຄ໌ ຈະກະທຳອຸໂປສົດ ແລະ ສັງຄະກັມ.

 ລຳດັບນັ້ນແລ ພຣະຜູ້ມີພຣະພາກທົງຊາບເນື້ອຄວາມນີ້ແລ້ວ ໄດ້ຊົງເປັ່ງອຸທານນີ້ໃນເວລານັ້ນວ່າ:

 ຄວາມດີ ຄົນດີທຳໄດ້ງ່າຍ,

 ຄວາມດີ ຄົນຊົ່ວທຳໄດ້ຍາກ,

 ຄວາມຊົ່ວ ຄົນຊົ່ວທຳໄດ້ງ່າຍ,

 ຄວາມຊົ່ວ ພຣະອະຣິຍະເຈົ້າທັງຫລາຍທຳໄດ້ຍາກ.

...............................................

ຂຸທທະກະນິກາຍ ໒໕/໑໑໖/໑໒໔

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ