ການລະນຶກເຖິງນີ້ຍອດຢ້ຽມກວ່າການລະນຶກເຖິງທັງຫລາຍ

ພິກຂຸທັງຫລາຍ​ ☸️ ໃນບັດນີ້ສາວົກສັນນິບາດຂອງເຮົາ​ ມີພຽງຄັ້ງດຽວ ແລະ ມີພິກຂຸເຖິງ 1,250 ອົງ.​ ສັງຄະສັນນິບາດສາວົກຂອງເຮົາໃນຄັ້ງນີ້ ຜູ້ເຂົ້າປະຊຸມລ້ວນແຕ່ເປັນພຣະຂີນາສົບທັງສິ້ນ​ (ພຣະຜູ້ໝົດກິເລດແລ້ວ)​

..................................................

ສຸ​ຕ​ຕັນ​ຕະ​ປິ​ດົກ.ເຫລັ້ມ.໑໐/໒_໙.


 ພິກຂຸທັງຫລາຍ​ ☸️ ຜູ້ໃດມີສັດທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັດທາບໍ່ຫວັ່ນໄຫວ​ ມີຄວາມ​ເຫລື່ອມໃສ​ຍິ່ງ​ ຍ່ອມຕາມລະນຶກເຖິງຕະຖາຄົດ ຫລື ສາວົກຂອງຕະຖາຄົດ​ ການລະນຶກເຖິງນີ້ຍອດຢ້ຽມກວ່າການລະນຶກເຖິງທັງຫລາຍ​ ຍ່ອມເປັນໄປເພື່ອຄວາມບໍລິສຸດແຫ່ງສັດຕະທັງຫລາຍ ເພື່ອກ້າວລ່ວງຄວາມໂສກ ແລະ ຄວາມຮ້ອງໄຫ້ ເພື່ອຄວາມດັບສູນຂອງທຸກຂ໌(ທຸກກາຍ)​ ແລະ ໂທມະນັດ(ທຸກໃຈ)​ ເພື່ອບັນລຸທັມທີ່ຖືກຕ້ອງ ເພື່ອທຳໃຫ້ແຈ້ງຊຶ່ງນິບພານ.

 ພິກຂຸທັງຫລາຍ​ ☸️ ຂໍ້ທີ່ບຸກຄົນຜູ້ມີສັດທາຕັ້ງໝັ້ນ​ ມີຄວາມຮັກຕັ້ງໝັ້ນ​ ມີສັດທາບໍ່ຫວັ່ນໄຫວ​ ມີຄວາມ​ເຫລື່ອມໃສ​ຍິ່ງ​ ຍ່ອມ​ລະນຶກເຖິງ​ຕະ​ຖາຄົດ ​ຫລື​ ສາວົກຂອງ​ຕະ​ຖາຄົດ ນີ້​ເຮົາເອີ້ນວ່າອະນຸດສະຕານຸດຕະຣິຍະ (ການລະນຶກເຖິງທີ່ຍອດຢ້ຽມກວ່າການລະນຶກເຖິງທັງຫລາຍ).

............................................

ສຸຕຕັນຕະປິດົກ.​ເຫລັ້ມ.​໒໒​/໓໐໑.


 ອານົນທ໌ !​ ຜູ້ໃດຈະເປັນພິກຂຸກໍຕາມ ພິກຂຸນີກໍຕາມ​ ເປັນອຸປາສົກ ອຸປາສິກາກໍຕາມ ປະພຶດທັມສົມຄວນແກ່ທັມ ປະຕິບັດຊອບຍິ່ງ ປະຕິບັດຕາມທັມຢູ່​ ຜູ້ນັ້ນຊື່ວ່າ ຍ່ອມສັກກາຣະ ເຄົາຣົບ​ ນັບຖື​ ບູຊາຕະຖາຄົດ ດ້ວຍການບູຊາຢ່າງສູງສຸດ.

.......................................................................

ສຸ​ຕ​ຕັນ​ຕະ​ປິ​ດົກ.ເຫລັ້ມ.໑໐/໑໒໘.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ