ອະທິຖານຄວາມພຽນ


 ພິກຂຸທັງຫຼາຍ ! ເຮົາຍັງຮູ້ສຶກໄດ້ຢູ່ ຊຶ່ງທັມສອງຢ່າງຄື: ຄວາມບໍ່ຮູ້ຈັກອີ່ມຈັກພໍ ໃນກຸສົນທັມທັງຫຼາຍ, ຄວາມເປັນຜູ້ບໍ່ຖອຍກັບ ໃນການຕັ້ງຄວາມພຽນ. ເຮົາຍ່ອມຕັ້ງໄວ້ຊຶ່ງຄວາມພຽນ ອັນບໍ່ຖອຍກັບວ່າ: ໜັງ ເອັນ ກະດູກຈັກເຫຼືອຢູ່ ຊີ້ນ ແລະເລືອດໃນສະຣີຣະ ຈະເຫືອດແຫ້ງໄປກໍຕາມທ້ອນ ປະໂຫຍດໃດອັນບຸກຄົນຈະຍ່ອມບັນລຸດ້ວຍກຳລັງ ດ້ວຍຄວາມພຽນ ດ້ວຍຄວາມບາກບັ່ນຂອງບຸຣຸດ ຫາກຍັງບໍ່ບັນລຸປະໂຫຍດ ນັ້ນແລ້ວ ຈັກຢຸດຄວາມພຽນເປັນທີ່ບໍ່ມີ ດັ່ງນີ້.
 ພິກຂຸທັງຫຼາຍ ! ການຕຣັດສະຮູ້ເປັນສິ່ງທີ່ເຮົາບັນລຸເຖິງແລ້ວ ດ້ວຍຄວາມບໍ່ປະມາດ ອະນຸດຕະຣະໂຍຄັກເຂມະທັມ ກໍເປັນສິ່ງທີ່ເຮົາບັນລຸເຖິງແລ້ວ ດ້ວຍຄວາມບໍ່ປະມາດ
 ພິກຂຸທັງຫຼາຍ ! ເຖິງແມ່ນວ່າພວກເຈົ້າຕ້ອງຕັ້ງໄວ້ ຊຶ່ງຄວາມພຽນອັນບໍ່ຖອຍກັບວ່າ: ໜັງ ເອັນ ກະດູກຈັກເຫຼືອຢູ່ ຊີ້ນ ແລະເລືອດໃນສະຣີຣະ ຈະເຫືອດແຫ້ງໄປກໍຕາມທ້ອນ ປະໂຫຍດໃດອັນບຸກຄົນຈະຍ່ອມບັນລຸໄດ້ດ້ວຍກຳລັງ ດ້ວຍຄວາມພຽນ ດ້ວຍຄວາມບາກບັ່ນຂອງບຸຣຸດ ຫາກຍັງບໍ່ບັນລຸປະໂຍຊນ໌ ນັ້ນແລ້ວ ຈັກຢຸດຄວາມພຽນເປັນທີ່ບໍ່ມີ ດັ່ງນີ້ແລ້ວ.
 ພິກຂຸທັງຫຼາຍ ! ພວກເຈົ້າກໍຈັກກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ ຊຶ່ງທີ່ສຸດແຫ່ງພຣົມະຈັນ ອັນບໍ່ມີອັນໃດອື່ນຍິ່ງກວ່າ ອັນເປັນປະໂຫຍດທີ່ຕ້ອງການຂອງກຸນລະບຸດ ຜູ້ອອກບວດຈາກເຮືອນ ເປັນຜູ້ບໍ່ມີເຮືອນໂດຍຖືກຕ້ອງ ໄດ້ຕໍ່ການບໍ່ເຫິງນານໃນທິດຖະທັມ (ໃນປະຈຸບັນ) ເຂົ້າເຖິງແລ້ວແລຢູ່ ເປັນແນ່ນອນ.


- ທຸກ. ອັງ. ໒໐/໖໔/໒໕໑.



Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ