ຈົ່ງຢູ່ຢ່າງລຳບາກເຖີດ ຄວາມພະຍາຍາມມີຜົນຄວາມພຽນມີຜົນ

ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸພິຈາລະນາເຫັນດັ່ງນີ້ວ່າ:

 ເມື່ອເຮົາຢູ່ຕາມສະບາຍ ອະກຸສົນລະທັມຍອມຈະເລີນຍິ່ງ ກຸສົນທັມຍ່ອມເຊື່ອມ ແຕ່ເມື່ອເຮົາດຳລົງຕົນຢູ່ໃນຄວາມບຳບາກ ອະກຸສົນລະທັມຍ່ອມເສື່ອມ ກຸສົນລະທັມຍ່ອມຈະເລີນຍິ່ງ

 ຢ່າສັກຊ້າເລີຍ ເຮົາຈົ່ງດຳລົງຕົນຢູ່ໃນຄວາມລຳບາກເຖີດ

ເຂົານັ້ນຈຶ່ງດຳລົງຕົນຢູ່ໃນຄວາມລຳບາກ ເມື່ອເຂົາດຳລົງຕົນຢູ່ໃນຄວາມລຳບາກຢູ່ ອະກຸສົນລະທັມຍ່ອມເສື່ອມ ກຸສົນລະທັມຍ່ອມຈະເລີນຍິ່ງ

 ສະໄໝຕໍ່ມາ ເຂົາບໍ່ຕ້ອງດຳລົງຕົນຢູ່ໃນຄວາມລຳບາກອີກ ເພາະເຫດວ່າ ປະໂຫຍດທີ່ເຂົາຫວັງນັ້ນ ສຳເລັດແລ້ວ ຕາມທີ່ເຂົາປະສົງ.

 ພິກຂຸທັງຫຼາຍ ! ຄວາມພະຍາຍາມມີຜົນ ຄວາມພຽນມີຜົນ ເປັນຢ່າງນີ້ແລ.

............................................................

ພຣະໄຕຣປິດົກ ເລັ້ມ 14 ຫນ້າ 13 ຂໍ້ 14

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ