ບໍ່ຄວນນຶກຄິດໄປໃນທາງອະກຸສົນອັນເປັນບາບ

 ພິກຂຸທັງຫລາຍ ! ພວກເຈົ້າທັງຫລາຍຈົ່ງຢ່ານຶກເຖິງອະກຸສົນອັນເປັນບາບ ຄື: ກາມວິຕົກ ພະຍາບາດວິຕົກ ວິຫິງສາວິຕົກ ຂໍ້ນັ້ນເພາະເຫດໃດ? ເພາະວິຕົກເຫລົ່ານີ້ບໍ່ປະກອບດ້ວຍປະໂຫຍດ ບໍ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນ ຍ່ອມບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສະຫງົບ ເພື່ອຄວາມຮູ້ຍິ່ງ ເພື່ອຕຣັດສະຮູ້ ເພື່ອນິບພານ.

 ພິກຂຸທັງຫລາຍ! ເມື່ອພວກເຈົ້າທັງຫລາຍຈະນຶກ ຈົ່ງນຶກວ່າ ນີ້ທຸກຂ໌, ນີ້ເຫດໃຫ້ເກີດທຸກຂ໌, ນີ້ຄວາມດັບແຫ່ງທຸກຂ໌, ນີ້ປະຕິປະທາໃຫ້ເຖິງຄວາມດັບແຫ່ງທຸກຂ໌ ຂໍ້ນັ້ນເພາະເຫດໃດ? ເພາະວິຕົກເຫລົ່ານີ້ປະກອບດ້ວຍປະໂຫຍດ ເປັນເບື້ອງຕົ້ນແຫ່ງພຣົມມະຈັນ ຍ່ອມເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສະຫງົບ ເພື່ອຄວາມຮູ້ຍິ່ງ ເພື່ອຕຣັດສະຮູ້ ເພື່ອນິບພານ.

 ພິກຂຸທັງຫລາຍ! ເພາະເຫດນັ້ນແລ ພວກເຈົ້າທັງຫລາຍຄວນກະທຳຄວາມພຽນເພື່ອໃຫ້ຮູ້ຕາມເປັນຈິງວ່າ ນີ້ທຸກຂ໌, ນີ້ເຫດໃຫ້ເກີດທຸກຂ໌, ນີ້ຄວາມດັບແຫ່ງທຸກຂ໌, ນີ້ປະຕິປະທາໃຫ້ເຖິງຄວາມດັບແຫ່ງທຸກຂ໌.

.............................................................

ສຸຕຕັນຕະປິດົກ ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໔໑໖/໑໖໖໐

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ